ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ

08:08 | 29/03/2022

ແຕ່ວັນທີ 21-25 ມີນາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ (ສສ ຫວຽດນາມ) ແລະກອງບັນຊາການທະຫານແຂວງເຊກອງ (ສປປ ລາວ) ໄດ້ລາດຕະເວນສອງຝ່າຍ ເພື່ອກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຮັກສາຄວາມປອດໄພຕາມເສັ້ນຊາຍແດນຫວຽດນາມ-ລາວ.

ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ສອງກົມກອງ ໄດ້ລາດຕະເວນ, ກວດກາຕອນເສັ້ນຊາຍແດນແຕ່ຫຼັກໝາຍ 715 ເຖິງຫຼັກໝາຍ 717 ແລະຫຼັກໝາຍ 715, 716, 717, ຈຸດທີ່ຕັ້ງຫຼັກ 715/1, 716/1, 717/1 ຕາມສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ - ລາວ.

ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ
ຫຼັກໝາຍຊາຍແດນ ຍັງຢູ່ໃນສະພາບເດີມ, ປອດໄພ. ພາບ: ຮົ່ງແອັງ.

ສອງຝ່າຍໄດ້ປະຕິບັດຕາມຫຼັກການ, ພິທີການ, ລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດ. ໃນການລາດຕະເວນ, ສອງຝ່າຍໄດ້ຖາງຫຍ້າ, ເຮັດອະນາໄມເຂດອ້ອມຫຼັກໝາຍ. ຜ່ານການກວດກາ, ເຄື່ອງໝາຍເສັ້ນຊາຍແດນບໍ່ເຄື່ອນຍ້າຍ, ຫຼັກໝາຍຊາຍແດນຍັງຢູ່ໃນສະພາບເດີມ, ປອດໄພ.

ພາຍຫຼັງສິ້ນສຸດການລາດຕະເວນສອງຝ່າຍ, ສອງຝ່າຍໄດ້ຈັດຕັ້ງການ ຖອດຖອນບົດຮຽນ, ແລກປ່ຽນບາງເນື້ອໃນສະພາບການທີ່ກ່ຽວຂ້ອງ, ເຊັນບົດບັນທຶກ ແລະເຫັນດີເປັນເອກະພາບໃຫ້ແກ່ການລາດຕະເວນ ຄັ້ງຕໍ່ໄປ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.