ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ ​ແລະ ​ເຮືອນ​ຂຸດ​ເຈາະ DK1

08:21 | 29/04/2022

ຍ​ສ​ໝ - ​ໃນ​ໄລຍະ 9 ວັນໃນການເດີນທາງ​ໄປ​ຍັງ​ໝູ່​ເກາະ​ ​ເຈື່ອງ​ຊາ ​ແລະ ​ເຮືອນ​ຂຸດ​ເຈາະ DK1, ຄະນະປະຕິບັດງານຊຸດທີ 4 ​ໄດ້​ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 90 ຕື້​ດົ່ງ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ
ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ
ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ ​ແລະ ​ເຮືອນ​ຂຸດ​ເຈາະ DK1
ພາບ​ປະ​ກອບ: TTXVN

ແຕ່​ວັນ​ທີ 19-27 ເມສາ, ຄະນະປະຕິບັດງານຊຸດ​ທີ 4 ໂດຍ​ພົນ​ໂທ ຫງວຽນ​ວັນ​ບົ໋ງ, ຄະນະພັກເຫຼົ່າທັບ​ເຮືອ ເປັນຫົວໜ້າຄະນະ ​ໄດ້​ລົງ​ຢ້ຽມຢາມ ​ແລະ ໃຫ້ກຳລັງໃຈ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເມືອງ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ, ​ແລະ ​ເຮືອນ​ຂຸດ​ເຈາະ DK1.

​ເຂົ້າ​ຮ່ວມ​ຄະນະປະຕິບັດງານ ​ມີ​ການ​ນຳ​ນະຄອນ ຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັນດາແຂວງ ນິງບິ່ງ, ກວາງ​ນິງ, ​ອຽນ​ບ໋າຍ ພ້ອມ​ດ້ວຍ​ພະນັກງານ​ບັນດາ​ຫົວໜ່ວຍ, ຄະນະ, ຂະແໜງການ...

ຄະນະປະຕິບັດງານຊຸດ​ທີ 4 ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ​ໃຫ້​ກຳລັງ​ໃຈ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທີ່​ພວມ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່​ໝູ່​ເກາະ.

ຢູ່​ຕາ​ແສງ ​ເກາະຊິງໂຕ່ນ, ​ເມືອງ​ເກາະ​ເຈື່ອງ​ຊາ, ເຫຼົ່າທັບ​ເຮືອ​ສົມທົບ​ກັບ​ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄດ້​ຈັດ​ຕັ້ງ​ພິທີ​ວາງ​ສີ​ລາ​ລຶກ​ໂຮງໝໍ​ເກາະ ຊິງໂຕ່ນ. ກິດຈະກຳ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ເດືອນ​ພະ​ຈິກ 2021; ມີໂຄງສ້າງ 3 ຊັ້ນ, ເນື້ອທີ່ທັງໝົດ 360 ຕາແມັດ, ຂະໜາດຂອງໂຮງໝໍ 15 ຕຽງ, ມີຫ້ອງຜ່າຕັດ, ຫ້ອງສຸກເສີນ, premium oxygen...

ນີ້​ແມ່ນ​ຂອງຂວັນ​ທີ່​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ນະຄອນ ຫາຍ​ຟ່ອງ ມອບ​ໃຫ້​ບັນດາ​ທະຫານ, ປະຊາຊົນ​ຕາ​ແສງ ຊິງໂຕ່ນ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ໃຫ້ກຳລັງໃຈທະຫານ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ປົກ​ປັກ​ຮັກສາ​ໝູ່​ເກາະ​ອັນ​ສັກສິດ​ຂອງປະ​ເທດ​ຊາດ.

ຕາ​ແສງ​ເກາະ ຊິງ​ໂຕ່ນ ​ແມ່ນ​ໜຶ່ງ​ໃນ​ໝູ່​ເກາະ​ຂອງ​ເມືອງ​ເກາະ ເຈື່ອງ​ຊາ ທີ່​ມີ​ປະຊາຊົນ​ດຳລົງ​ຊີວິດ.

​ໃນ​ໄລຍະ​ດຳ​ເນີນ​ງານ, ​ໂຮງໝໍ​ເກາະ​ຊິງໂຕ່ນໄດ້​ປະຕິບັດ​ການ​ກວດ ແລະ ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ 700 ກວ່າ​ຄົນ, ​ໃນ​ນັ້ນ​ມີ 7 ກໍລະນີ​ຜ່າຕັດ​ໄສ້ຕິ່ງ, ​ໄດ້​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ກູ້​ໄພ​ຊາວ​ປະມົງ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຢ່າງ​ດີ, ບໍ່ປະ​ໃຫ້​ພະຍາດ​ດັ່ງກ່າວ​ແຜ່​ລະບາດ​ຢູ່​ໝູ່​ເກາະ.

ມາ​ຮອດ​ເກາະ ນຸຍເລ ເບ, ຄະນະ​ປະຕິບັດ​ງານ​ຊຸດ​ທີ 4 ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ເຮືອນ​ວັດທະນະທຳ​ອະເນກປະສົງ​ ​ໂດຍ​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​ປຸກສ້າງມອບໃຫ້.

ອາຄານ​ດັ່ງກ່າວ​ມີ 3 ຊັ້ນ ​ແລະ ​ເຄື່ອງ​ປະກອບ​ຄື: ຂົວຕໍ່​ລະຫວ່າງ​ເຮືອນ, ລະບົບ​ໝໍ້​ໄຟພະລັງງານ​ແສງ​ຕາ​ເວັນ, ຖັງ​ເກັບ​ນ້ຳ​ຈືດ, ສວນ​ຜັກ... ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 40 ຕື້​ດົ່ງ.

ການປຸກສ້າງ​ເຮືອນ​ວັດທະນະທຳອະເນກປະສົງ​ຢູ່​ເກາະ ນຸຍເລ ເບ ປະກອບສ່ວນ​ຮັບປະກັນ​ສະຖານ​ທີ່​ເຄື່ອນ​ໄຫວ​ທາງດ້ານວັດທະນະທຳ, ຈິດ​ໃຈ​ໃຫ້​ແກ່​ພະນັກງານ, ນັກຮົບ​ຢູ່​ເກາະ; ພ້ອມ​ກັນ​ນັ້ນ ​ກໍ​ເປັນ​ບ່ອນ​ສະໜອງ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ​ອອກ​ສູ່​ທະ​ເລ ​ເພື່ອ​ຂຸດ​ຄົ້ນ​ຫາ​ປາ ​ແລະ ອາຫານ​ທະ​ເລ; ປະສານສົມທົບການ​ກູ້​ຊີບກູ້​ໄພ​ຢູ່​ທະ​ເລ​ໝູ່​ເກາະ​ເຈື່ອງ​ຊາ.

ຢູ່​ເກາະ ດ​າ​ດົ່ງ ເຊ, ເຫຼົ່າທັບ​ເຮືອ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ເລີ່​ມກິດຈະກຳປຸກສ້າງ​ເຮືອນ​ວັດທະນະທຳອະເນກປະສົງ​​ຢູ່​ເກາະ.

​ໃນ​ເວລາ 9 ວັນ​ໃນການເດີນທາງໄປ​ຍັງ​ໝູ່​ເກາະ, ​ເຮືອນ​ເຈາະ DK1, ຄະນະປະຕິບັດງານຊຸດ​​ທີ 4, ​ໄດ້​ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 90 ຕື້​ດົ່ງ.

ທ່ານພົນໂທ ຫງວຽນວັນບົ໋ງ, ຄະນະພັກເຫຼົ່າທັບເຮືອ, ຫົວໜ້າຄະນະປະຕິບັດງານຊຸດ​ທີ 4 ໃຫ້ຮູ້ວ່າ: ການມອບຂອງຂວັນ, ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ, ການພົບປະແລກປ່ຽນອັນອົບອຸ່ນລະຫວ່າງທະຫານ ແລະ ປະຊາຊົນ... ໄດ້ເພີ່ມພູນຄູນສ້າງແປວໄຟ, ຄວາມສຸກ ແລະ ກໍາລັງແຮງໃຫ້ແກ່ທະຫານ, ປະຊາຊົນເມືອງເກາະເຈື່ອງຊາ ແລະ ພະນັກງານ, ນັກຮົບເຮືອນຂຸດເຈາະ DK1, ຜ່ານນັ້ນກໍປະກອບສ່ວນສ້າງກຳລັງໃຈອັນໃຫຍ່ຫຼວງໃຫ້ກອງທັບເຮືອປະຊາຊົນຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຄວາມອັນຕະລາຍ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຢືນຢູ່ຕໍ່ໜ້າຄື້ນ ແລະ ລົມແຮງ, ປະຕິບັດ​ໜ້າ​ທີ່​ອັນ​ໜັກໜ່ວງ ​ແຕ່​ສະຫງ່າ​ລາສີ​ທີ່​ພັກ, ລັດ ​ແລະ ປະຊາຊົນ​ໄດ້​ມອບ​ໃຫ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.