ສ້າງ​ເກາະ ລີເຊີນ ໃຫ້ສົມ​ເປັນ​ເກາະ​ດ່ານ​ໜ້າ​ຂອງ​ປະ​ເທດ​ຊາດ

06:30 | 18/04/2022

ຍສໝ - ທ່ານ ຫງວຽນຈ້ອງເຫງ້ຍ ສະ​ເໜີ​ໃຫ້​ເມືອງ ລີເຊີນ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຮີດຄອງ​ປະ​ເພນີ​ວັດທະນະທຳ, ປະຫວັດສາດ ​ແລະ ການ​ປະຕິວັດ, ກໍ່ສ້າງ​ເກາະ ລີເຊີນ ໃຫ້​​ສົມ​ເປັນ​ໝູ່​ເກາະ​ດ່ານໜ້າ​ຂອງ​ປະ​ເທດ​ຊາດ.

ພັດ​ທະ​ນາ ໂກນ​ດາວ ​ກາຍ​ເປັນ​ເຂດ​ທອງ​ທ່ຽວ​ທຳ​ມະ​ຊາ​ດ​ທະ​ເລ​ໝູ່​ເກາະ ແລະ ວັດ​ທະ​ນະ​ທຳ - ປະ​ຫ​ວັດ​ສາດ - ຈິດ​ວິນ​ຍານ ​ລະ​ດັບ​ສາ​ກົນ ພັດ​ທະ​ນາ ໂກນ​ດາວ ​ກາຍ​ເປັນ​ເຂດ​ທອງ​ທ່ຽວ​ທຳ​ມະ​ຊາ​ດ​ທະ​ເລ​ໝູ່​ເກາະ ແລະ ວັດ​ທະ​ນະ​ທຳ - ປະ​ຫ​ວັດ​ສາດ - ຈິດ​ວິນ​ຍານ ​ລະ​ດັບ​ສາ​ກົນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

ວັນທີ 14 ເມສາ, ຢູ່ເມືອງເກາະ ລີເຊີນ (ແຂວງ ກວ໋າງຫງາຍ), ທ່ານຫົວໜ້າ ຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ ໄດ້ມາຖະຫວາຍທູບທຽນຢູ່ ອະນຸສາວະລີກອງຮວ່າງຊາ ທັງຄຸ້ມຄອງບັກຫາຍ (ພາກເໜືອທະເລ), ຢ້ຽມຢາມເຮືອນວາງສະແດງກອງຮວ່າງຊາ ບັກຫາຍ ​ແລະ ໄດ້​ມີ​ການ​ພົບ​ປະ​ເຮັດວຽກກັບ​ຄະນະ​ປະຈຳ​ຄະນະ​ພັກ​ເມືອງ ລີ​ເຊີນ, ​ແຂວງ ກວ໋າງ​ຫງາຍ.

ສ້າງ​ເກາະ ລີເຊີນ ໃຫ້ສົມ​ເປັນ​ເກາະ​ດ່ານ​ໜ້າ​ຂອງ​ປະ​ເທດ​ຊາດ
ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ ເຮັດວຽກກັບ​ຄະນະ​ປະຈຳ​ຄະນະ​ພັກ​ເມືອງ ລີ​ເຊີນ. ພາບ: vovworld.vn

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ທ້ອງ​ຖິ່ນ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ, ປ້ອງ​ກັນ​ຊາດ-ປ້ອງກັນ ຄວາມ​ໝັ້ນຄົງ.

ທ່ານ ຫງວຽນຈ້ອງເຫງ້ຍ ສະ​ເໜີ​ໃຫ້​ເມືອງ ລີເຊີນ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຮີດຄອງ​ປະ​ເພນີ​ວັດທະນະທຳ, ປະຫວັດສາດ ​ແລະ ການ​ປະຕິວັດ, ກໍ່ສ້າງ​ເກາະ ລີເຊີນ ໃຫ້​​ສົມ​ເປັນ​ໝູ່​ເກາະ​ດ່ານໜ້າ​ຂອງ​ປະ​ເທດ​ຊາດ.

ບູນມີ

ເຫດການ
302 Found

Found

The document has moved here.