ກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຫົວພັນ

10:18 | 05/04/2022

ເນື່ອງໃນໂອກາດບຸນປີໃໝ່ລາວ, ວັນທີ 3 ເມສາ, ທ່ານ ພົນຕີ ເຈິ່ນຫວໍຢຸ້ງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ອວຍພອນການນໍາແຂວງຫົວພັນ, ກອງບັນຊາການທະຫານແຂວງຫົວພັນ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຫົວພັນ
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງຫົວພັນ. ພາບ: baoquankhu4.com.vn

ຕ້ອນຮັບຄະນະປະຕິບັດງານທະຫານເຂດ 4 ມີທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ; ພົນຈັດຕະວາ ສຸລິນພອນ ຄຳພະຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫົວພັນ; ພັນເອກ ໂພນທອງ ພັນຈະເລີນພົນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ.

ຢ້ຽມຢາມ, ອວຍພອນປີໃໝ່ ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ, ຕາງໜ້າພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4, ທ່ານພົນຕີ ເຈິ່ນຫວໍຢຸ້ງ ອວຍໄຊໃຫ້ພອນທ່ານເລຂາພັກແຂວງ, ເຈົ້າແຂວງຫົວພັນ ພ້ອມດ້ວຍຄອບຄົວ ແລະບັນດາການນໍາແຂວງຫົວພັນ ຕ້ອນຮັບບຸນປີໃໝ່ມີຄວາມຜາສຸກ, ມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະອວຍພອນບັນດາໝາກຜົນ, ຜົນງານອັນໃຫຍ່ຫຼວງເຊິ່ງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດແຂວງຫົວພັນ ບັນລຸໄດ້ໃນໄລຍະຜ່ານມາ. ເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານພົນຕີ ເຈິ່ນຫວໍຢຸ້ງ ອວຍໄຊໃຫ້ພອນອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດແຂວງຫົວພັນ ສືບຕໍ່ພັດທະນາ, ບັນລຸໄດ້ບັນດາຜົນງານຮອບດ້ານໃນທຸກໜ້າທີ່ວຽກງານໃນໄລຍະຈະມາເຖິງ.

ຕາງໜ້າອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດແຂວງຫົວພັນ, ທ່ານ ວັນໄຊ ແພງຊຸມມາ ໄດ້ສົ່ງຄໍາຂອບໃຈມາຍັງບັນດາສະຫາຍໃນຄະນະປະຈໍາພັກກອງບັນຊາການທະຫານເຂດ 4, ການນໍາບໍລິສັດໃຫຍ່ຮ່ວມມືເສດຖະກິດ COECCO, ກອງບັນຊາການທະຫານແຂວງແທັງຮວ໋າ ທີ່ໄດ້ມາຢາມ, ອວຍພອນເນື່ອງໃນໂອກາດບຸນປີໃໝ່ລາວ...

ຢ້ຽມຢາມ, ອວຍພອນບຸນປີໃໝ່ກອງບັນຊາການທະຫານແຂວງຫົວພັນ, ທ່ານພົນຕີ ເຈິ່ນຫວໍຢຸ້ງ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງຫົວພັນ ແລະຫວັງວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫຼືອຈາກກອງບັນຊາການທະຫານແຂວງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ຢັ້ງຢືນວ່າ ບັນດາໝາກຜົນເຊິ່ງກໍາລັງປະກອບອາວຸດແຂວງຫົວພັນ ບັນລຸໄດ້ໃນໄລຍະຜ່ານມາແມ່ນມີຄວາມເອົາໃຈໃສ່, ຊ່ວຍເຫຼືອຢ່າງມີປະສິດທິຜົນຂອງກອງບັນຊາການທະຫານເຂດ 4 ເວົ້າລວມ ແລະກອງບັນຊາການທະຫານແຂວງແທັງຮວ໋າ ເວົ້າສະເພາະ. ຍ້ອນມີການສົມທົບ, ຊ່ວຍເຫຼືອກັນຢ່າງມີປະສິດທິຜົນນັ້ນໄດ້ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບພິເສດລະຫວ່າງສອງກອງທັບ, ສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງກວ່າອີກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.