ຄ້າຍທະຫານຊາຍແດນໂຍນມາຍ ອວຍພອນບຸນປີໃໝ່ບັນດາກົມກອງ, ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ

20:00 | 12/04/2022

ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.

SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ
ຖະຫວາຍທູບທຽນ ສະເຫຼີມສະຫຼອງວັນຄ້າຍວັນເກີດ 110 ປີ ຂອງທ່ານ ເລວັນເລຶອງ ຢູ່ແຂວງຮຶງອ່ຽນ ຖະຫວາຍທູບທຽນ ສະເຫຼີມສະຫຼອງວັນຄ້າຍວັນເກີດ 110 ປີ ຂອງທ່ານ ເລວັນເລຶອງ ຢູ່ແຂວງຮຶງອ່ຽນ

ຜູ້ບັນຊາຄ້າຍທະຫານຊາຍແດນໂຍນມາຍ ໄດ້ສົ່ງຄໍາອວຍພອນອັນດີງາມເຖິງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ, ກອງຮ້ອຍທະຫານຊາຍແດນ 217 ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ ແລະປະຊາຊົນຢູ່ເມືອງກວັນ, ແຂວງຫົວພັນ, ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານອວຍພອນໃຫ້ການພົວພັນລະຫວ່າງບັນດາກໍາລັງປ້ອງກັນຊາຍແດນ, ອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນນັບມື້ນັບຕິດພັນກັນຢ່າງແໜ້ນແຟ້ນ, ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ.

ຄ້າຍທະຫານຊາຍແດນໂຍນມາຍ ອວຍພອນບຸນປີໃໝ່ບັນດາກົມກອງ, ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ
ຄ້າຍທະຫານຊາຍແດນໂຍນມາຍ ມອບຂອງຂວັນ, ອວຍພອນບຸນປີໃໝ່ປ້ອມປ້ອງກັນຊາຍແດນ, ກອງຮ້ອຍທະຫານຊາຍແດນ 217. ພາບ: ເລແທກ.

ເນື່ອງໃນໂອກາດນີ້, ກົມກອງໄດ້ແລກປ່ຽນກັບປະເທດເພື່ອນກ່ຽວກັບສະພາບການທີ່ກ່ຽວຂ້ອງ, ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຜັນຂະຫຍາຍປະຕິບັດບັນດາເນື້ອໃນຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຊາຍແດນ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນເຂດຊາຍແດນ. ເປັນຕົ້ນແມ່ນໃນວຽກງານລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຕໍ່ສູ້ປ້ອງກັນຕ້ານອາດຊະຍາກໍາ, ເຂົ້າອອກເມືອງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.