USAID ສະໜັບສະໜູນສົ່ງເສີມພື້ນຖານເສດຖະກິດໃນເຂດທົ່ງພຽງລຽບແມ່ນ້ຳຂອງ

07:28 | 08/04/2022

ຍສ​ໝ - ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (MPI) ແລະ ອົງ​ການ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ລິ​ກາ (USAID) ໄດ້​ຈັດ​ຕັ້ງ​ພິ​ທີໄຂ​ການ​ດຳ​ເນີນຂໍ້​ລິ​ເລີ່ມ​ການ​ສ້າງນະ​ວັດ​ຕະ​ກຳ​ແມ່​ນ້ຳຂອງ (MII) ແນ​ໃສ່​ສະ​ໜັບ​ສະ​ໜຸນຫວຽດນາມ ສົ່ງ​ເສີມພື້ນ​ຖານ​ເສດຖະກິດ​ດີ​ຈີ​ຕອລ ​ແລະ ການ​ປະຕິວັດ​ອຸດສາຫະກຳ​ ຄັ້ງ​ທີ 4 ໂດຍ​ຜ່ານການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີການ​ຂັບເຄື່ອນ ແລະ ກຽມພ້ອມຂຶ້ນແກ່ການຫັນເປັນດີຈີຕອລ, ພ້ອມ​ທັງລະດົມ ແລະ ເຊື່ອມໂຍງແຫຼ່ງຊັບພະຍາກອນຕ່າງໆ ເພື່ອສະ​ໜັບ​ສະ​ໜູນ​ການ​ສ້າງນະວັດຕະກຳໃຫ້​ແກ່ເຂດທົ່ງພຽງລຽບແມ່ນ້ຳຂອງ.

USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ
USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ

ກ່າວ​ຄຳ​ເຫັນ​ໃນ​ພິ​ທີ, ທ່ານ ເຈິນ​ຢຸຍ​ດົ່ງ ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ຂໍ້​ລິ​ເລີ່​ມ MII ຈະ​ສົ່ງ​ເສີມຄວາມ​ສົນ​ໃຈ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂະ​ບວນການ​ຫັນ​ເປັນ​ດິ​ຈິ​ຕອລ, ພ້ອມ​ທັງປະກອບສ່ວນ​ເຊື່ອມ​ໂຍງ​ແຫຼ່ງກຳລັງແຮງ​ຕ່າງໆ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ນະ​ວັດຕະກຳ​ໃຫ້​ເຂດ​ທົ່ງພຽງລຽບ​ແມ່​ນ້ຳຂອງ.

ທ່ານ Ann Marie Yastishock ຜູ້ອໍານວຍການ USAID ຫວຽດນາມ ກ່າວວ່າ, ຫວຽດນາມ ມີໂອກາດສູງໃນ​ການໝູນໃຊ້ທ່າແຮງຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ການ​ພັດ​ທະ​ນາ​ທີ່ເຂັ້ມ​ແຂງ​ໂດຍຜ່ານບັນດາການຫັນປ່ຽນພື້ນ​ຖານເສດຖະກິດ. ​ເພື່ອ​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ, ກຳລັງ​ແຮງ​ງານ​ຂອງຫວຽດນາມ ຕ້ອງໄດ້​ຮັບ​ການ​ປະ​ກອບທັກ​ສະ​ທາງ​ດີ​ຈີ​ຕອຣ​ຕ່າງໆ ​ເພື່ອ​ພັດທະນາ​ພື້ນຖານ​ເສດຖະກິດ ອີງ​ໃສ່​ຄວາມ​ຮູ້​ໃນ​ຫຼາຍ​ຂົງ​ເຂດ ​ແລະ ຫຼາຍ​ຂະ​ແໜງ​ວິ​ຊາ​ຊີບ.

USAID ສະໜັບສະໜູນສົ່ງເສີມພື້ນຖານເສດຖະກິດໃນເຂດທົ່ງພຽງລຽບແມ່ນ້ຳຂອງ
ພາບປະກອບ

ສະນັ້ນ, ການລິເລີ່ມ MII ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກຈາກການເຄື່ອນໄຫວ: “ແຫຼ່ງຊັບພະຍາກອນມະນຸດເພື່ອການ​ສ້າງນະວັດຕະກໍາໃໝ່ - ລະບົບນິເວດແຫ່ງການເລີ່ມຕົ້ນ” (USAID WISE). ເປົ້າໝາຍຂອງ MII ແມ່ນຫວັງ​ການລະດົມແຫຼ່ງກຳລັງ ແລະ ວິທີທາງສະໜັບສະໜູນການ​ສ້າງນະວັດຕະກຳໃໝ່ຢູ່ເຂດທົ່ງພຽງລຽບແມ່ນ້ຳຂອງ; ສົ່ງ​ເສີມການ​ພັດທະນາ​ເສດຖະກິດ​ບົນ​ພື້ນຖານ​ການ​​ສ້າງນະ​ວັດ​ຕະ​ກຳ​ໃໝ່​ໃຫ້​ແກ່​ພາກ​ພື້ນ; ຍົກ​ສູງບັນ​ດາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ຫັນປ່ຽນ​ດີ​ຈີ​ຕອຣ, ​​ລະບົບ​ນິ​ເວດແຫ່ງ​ການ​ເລີ່ມ​ຕົ້ນ​ເພື່ອ​ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ...ທ່ານ ນາງ Yastishock ຍັງ​ໃຫ້​ຊາບ​ວ່າ: USAID ພ້ອມ​ແລ້ວ​ທີ່​ຈະສະ​ໜັບ​ສະ​ໜູນ​ຫວຽດນາມ ​ໃນ​ການ​ກຳນົດ​ວິ​ທີ​ທາງເຂົ້າ​ເຖິງ​ການ​ສ້າງ​ນະ​ວັດ​ຕະ​ກຳ​ໃໝ່ ​ເພື່ອ​ເພີ່ມ​ເຕີມ​ໃສ່ຫຼັກ​ສູດ​ຝຶກ​ອົບຮົມ​ແບບ​ດັ້ງ​ເດີມ ​ແລະ ​ເລັ່ງລັດ​ການ​ຫັນ​ເປັນ​ດີ​ຈີ​ຕອຣ​ຂອງ​ກຳລັງ​ແຮງ​ງານຂອງຫວຽດນາມ.

MII ຈະສົມ​ທົບກັນຝຶກອົບຮົມກໍ່​ສ້າງ​ໃຫ້ 500 ຄົນໃນພາກພື້ນສຳ​ລັບທັກ​ສະ​ຕ່າງໆ​ໃນການຫັນເປັນດິຈິຕອຣ ແລະ ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ, ເປີດໂອກາດວຽກເຮັດງານທໍາໃໝ່ ແລະ ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ໄດ້​ປະ​ກອບທັກສະດິຈິຕອຣ​ຕ່າງໆ. ຂໍ້ລິເລີ່ມ MII ຍັງໄດ້ຮັບທຶນຊ່ວຍເຫຼືອຈາກບັນດາຄູ່ຮ່ວມມືຄື: ສະໜອງການບໍລິການຄອມພິວເຕີຄຣາວຟຣີ ແລະ ສູນຂໍ້ມູນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້​ສ້າງ​ນະ​ວັດ​ຕະ​ກຳ​ໃໝ່ ແລະ ເລີ່ມ​ຕົ້ນ​ໃໝ່ 1,000 ແຫ່ງ; 500 ຊຸດບໍລິການຊອກຫາຂໍ້ມູນທຸລະກິດຕ່າງປະເທດຟຣີສໍາລັບການສົ່ງອອກ ແລະ ການຮ່ວມມືທາງການຄ້າ; 500 ໜ້າເວັບໄຊທ໌ທີ່​ໄດ້ສ້າງຂຶ້ນໂດຍບໍ່ເສຍຄ່າເພື່ອແນະນໍາ, ໂຄ​ສະ​ນາ ແລະ ສົ່ງເສີມຜະລິດຕະພັນແມ່ນໍ້າຂອງໃນຖານດິຈິຕອຣ; 5,000 ທຶນ​ການສຶກ​ສາ​ກ່ຽວ​ກັບວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ສໍາ​ລັບ​ນັກ​ສຶກ​ສາ ​ແລະ ຜູ້​ອອກ​ແຮງ​ງານ​; ຊ່ວຍເຫຼືອ, ສ້າງໃຫ້ຟຣີກ່ຽວກັບການຫັນເປັນດິຈິຕອຣ ແລະ ການຂາຍສິນ​ຄ້າໃນເຄືອຂ່າຍສັງຄົມ, ຊ່ອງທາງອອນໄລນ໌ຕ່າງໆສໍາລັບຊາວກະສິກອນ, ພໍ່ຄ້າຂະຫນາດນ້ອຍ 3,000 ຄົນ.

​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ Ann Marie Yastishock ຜູ້ອຳນວຍການ​ອົງການ USAID ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ຫົວ​ໜ່ວຍວິ​ສາ​ຫະກິດ​ຢູ່​ໃນນະຄອນເກິນ​ເທີ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນການ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ IM GROUP ​ແລະ ບັນດາ​ຄູ່​ຮ່ວມ​ມືພ້ອມ​ກັນຍົກ​ສູງ​ກຳລັງ​ຄວາມ​ສາມາດ ​ແລະ ​ເພີ່ມໂອ​ກາດ​ວຽກເຮັດ​ງານທຳ​ໃຫ້ບຸກ​ຄະ​ລາ​ກອນ​ດີ​ຈີ​ຕອຣ​ຢູ່​ບັນ​ດາ​ແຂວງເຂດ​ທົ່ງພຽງລຽບ​ແມ່​ນ້ຳຂອງ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.