ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນບັນດາໂຄງສ້າງຢູ່ທະເລຕາເວັນອອກເປັນການທະຫານ

19:52 | 10/04/2022

ຍ​ສ​ໝ - ທ່ານ​ນາງ ຟ້າມ​ທູ​ຮັ່ງ ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ມີ​ພື້ນ​ຖານນິ​ຕິ​ກຳ ແລະ ຫຼັກ​ຖານ​ປະ​ຫວັດ​ສາດ​ຢ່າງ​ຄົບ​ຖ້ວນ ເພື່ອ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ໝູ່​ເກາະ​ຮ່​ວາງ​ຊາ ສອດຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ກໍ່​ຄື​ສິດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຕໍ່​ບັນ​ດາ​ເຂດ​ທະ​ເລ​ທີ່​ສອດ​ຄ​່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS 1982.

ບັນດາຮູບແບບທີ່ມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ບັນດາຮູບແບບທີ່ມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ
ຫວຽດນາມ ຮຽກຮ້ອງຈີນ ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງ ຫວຽດນາມ ຫວຽດນາມ ຮຽກຮ້ອງຈີນ ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງ ຫວຽດນາມ
ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນບັນດາໂຄງສ້າງຢູ່ທະເລຕາເວັນອອກເປັນການທະຫານ
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ (ພ​າບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)

ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 7 ເມສາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນອີກຄັ້ງຫນຶ່ງ ກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ. ທຸກການກະທຳຫັນເປັນການທະຫານຂອງຈີນ ທີ່ບັນດາໂຄງສ້າງຢູ່ໝູ່ເກາະສອງແຫ່ງດັ່ງກ່າວ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ແລະ ກົດໝາຍສາກົນ. ເມື່ອສະແດງຄິດເຫັນຕໍ່ຂ່າວຄາວ: ຈີນ ໄດ້ດຳເນີນການຫັນເປັນການທະຫານຢູ່ບາງໂຄງສ້າງໃນໝູ່ເກາະ ເຈື່ອງຊາ, ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ:

“ເລື່ອງຊຸກຍູ້ການຫັນເປັນການທະຫານຢູ່ບາງໂຄງສ້າງໃນໝູ່ເກາະເຈື່ອງຊາ ບໍ່ພຽງແຕ່ແມ່ນການລ່ວງລ່້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ ຫາກຍັງກໍ່ຄວາມວິຕົກກັງວົນຕໍ່ບັນດາປະເທດໃນພາກພື້ນ. ຫວຽດນາມ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ຢຸດຕິການເຄື່ອນໄຫວຫັນເປັນການທະຫານ, ບໍ່ຄວນມີການກະທຳທີ່ກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ, ຮັກສາເງື່ອນໄຂສະດວກ, ສືບຕໍ່ມານພະຍາຍາມພ້ອມກັບອາຊຽນ ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS”.

ທ່ານ​ນາງ ຟ້າມ​ທູ​ຮັ່ງ ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ມີ​ພື້ນ​ຖານນິ​ຕິ​ກຳ ແລະ ຫຼັກ​ຖານ​ປະ​ຫວັດ​ສາດ​ຢ່າງ​ຄົບ​ຖ້ວນ ເພື່ອ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ໝູ່​ເກາະ​ຮ່​ວາງ​ຊາ ສອດຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ກໍ່​ຄື​ສິດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຕໍ່​ບັນ​ດາ​ເຂດ​ທະ​ເລ​ທີ່​ສອດ​ຄ​່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS 1982.

ຕໍ່​ໜ້າ​ເລື່ອງ​​ມີ​ອະ​ດີດຜູ້​ພິ​ພາ​ສາ​ສານ​ສູງ​ສຸດ​ຟີ​ລິບ​ປິນ​ຄົນ​ໜຶ່ງ​ສະ​ເໜີ​ປະ​ເທດ​ນີ້​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອື່ນ, ລວມ​ມີ​ຫວຽດ​ນາມ ປະ​ຕິ​ບັດ​ການ​ລາດ​ຕະ​ເວນ​ລວມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.