​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ຢູ່​ຊາຍ​ແດນ​ຫວຽດນາມ - ຈີນ

06:30 | 01/05/2022

ກໍາລັງ​ທະຫານ​ຊາຍ​ແດນແຂວງລາວ​ກາຍ (ຫວຽດນາມ) ​ແລະ ​ແຂວງ​ຢຸນນານ (ຈີນ) ​ໄດ້ຈັດຕັ້ງ 10 ກອງ​ລາດຕະ​ເວນ, ​ຈັດ​ຕັ້ງ​ການ​ລາດຕະ​ເວນ​ຈາກ​ຫຼັກ ໝາຍຊາຍແດນທີ 87 ​ເຖິງ​ຫຼັກ​ໝາຍຊາຍແດນທີ 167 ​ພາຍໃຕ້​ຮູບ​ແບບ​ຊາຍ​ແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບ​ຄຸມ​ເຂດ​ຊາຍ​ແດນ​ຢ່າງ​ເຂັ້ມງວດ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ
ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ວັນ​ທີ 27 ​ເມສາ, ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ​ແຂວງ​ລ່າວ​ກາຍ (ຫວຽດນາມ) ​ແລະ ກົມກອງ​ຄຸ້ມ​ຄອງ​ຊາຍ​ແດນ Honghe, ດ່ານກວດກາຊາຍ​ແດນການເຂົ້າ-ອອກເມືອງ Hekou, ​ແຂວງ​ຢຸນນານ (ຈີນ) ​ໄດ້​ຈັດ​ການລາດຕະເວນ ປະສົມການປະຕິບັດ​ກົດໝາຍ​ຢູ່ເສັ້ນ​ຊາຍ​ແດນ.

​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ຢູ່​ຊາຍ​ແດນ​ຫວຽດນາມ - ຈີນ
​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ຢູ່​ຊາຍ​ແດນ​ຫວຽດນາມ - ຈີນ. ພາບ: TTXVN

​ໃນ​ການ​ລາດ​ຕະ​ເວນ​ຄັ້ງ​ນີ້, ສອງ​ຝ່າຍ​ບໍ່​ໄດ້​ພົບ​ປະ​ກັນ​ໂດຍ​ກົງ​ຢູ່​ດ່ານ​ຊາຍ​ແດນ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ແຜນການ​ລາດຕະ​ເວນ. ແທນທີ່ນັ້ນ, ໂດຍຜ່ານສາຍດ່ວນ, ສອງຝ່າຍໄດ້ຕົກລົງເຫັນດີບັນດາແຜນການ, ກໍລະນີໃນ ວິວັດການລາດຕະເວນ ແລະ ຄວບຄຸມຊາຍແດນ.

2 ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ 10 ກອງລາດຕະ​ເວນ, ​​ໄດ້​ຈັດ​ຕັ້ງ​ການ​ລາດຕະ​ເວນ​ຈາກ​ຫຼັກ ໝາຍຊາຍແດນທີ 87 ​ເຖິງ​ຫຼັກ​ໝາຍຊາຍແດນທີ 167 ​ພາຍໃຕ້​ຮູບ​ແບບ ​ຊາຍ​ແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບ​ຄຸມ​ເຂດ​ຊາຍ​ແດນ​ຢ່າງ​ເຂັ້ມງວດ, ສະກັດ​ກັ້ນ​ການ​ເຄື່ອນ​ໄຫວເຂົ້າ-ອອກເມືອງທີ່​ຜິດ​ກົດໝາຍ ​ແລະ ອາດຊະຍາ​ກຳປະເພດຕ່າງໆຢູ່ເຂດຊາຍແດນ.

​ໃນວິວັດ​ການ​ລາດຕະ​ເວນ, ບັນດາ​ກຳລັງ​ຂອງ​ສອງ​ຝ່າຍ​ຍັງ​ໄດ້​ຄວບ​ຄຸມ​ປະຊາຊົນ ​ແລະ ພາຫະນະ​ເຂົ້າ-ອອກ​ດ່ານ​ຊາຍ​ແດນ​ຢ່າງ​ເຂັ້ມ​ງວດ; ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະຍາດ ​ແລະ ສະກັດ​ກັ້ນ​ການ​ລັກລອບ​ຄ້າ​ເຖື່ອນ.

ວັນ​ທີ 27 ​ເມສາ​, ກໍາລັງ​ລາດ​ຕາ​ເວນ​ຂອງ​ຈີນ ກໍ່​ໄດ້​ມອບ​ພົນລະ​ເມືອງ​ຫວຽດນາມ ​ຄົນ​ໜຶ່ງ​ໃຫ້​ກໍາລັງທະຫານ​​ຊາຍ​ແດນ​ແຂວງ​ລ່າວ​ກາຍ.

ບູນມີ

ເຫດການ
302 Found

Found

The document has moved here.