ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42% | |
ຢຸດຕິການຮັບພົນລະເມືອງຫວຽດນາມ ກັບເມືອປະເທດຜ່ານດ່ານຊາຍແດນສາກົນ ເກົ່າແຈວ ໂດຍຊົ່ວຄາວ |
ກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ ອຳນາດການປົກຄອງ ຫ່າເຂົາ ແຂວງຢຸນນານ (ຈີນ) ໄດ້ຟື້ນຟູການຜ່ານດ່ານ ສຳຫຼັບຫມາກໄມ້ສົດ (ລວມທັງໝາກມັງກອນ) ແລະ ສິນຄ້າແຊ່ແຂງຢູ່ດ່ານຊາຍແດນຫ່າເຂົາ (ຝ່າຍຫວຽດນາມ ແມ່ນດ່ານຊາຍແດນ ກິມແທ່ງ 2, ລາວກາຍ).
ການຟື້ນຟູການຜ່ານດ່ານ ສຳຫຼັບຫມາກໄມ້ສົດ (ລວມທັງໝາກມັງກອນ) ແລະ ສິນຄ້າແຊ່ແຂງຜ່ານດ່ານຊາຍແດນນີ້ ຈະປະກອບສ່ວນຫຼຸດຜ່ອນຄວາມກົດດັນ ຂອງຄວາມແອອັດຢູ່ດ່ານຊາຍແດນແຂວງ ລ້າງເຊີນ ແລະ ກວາງນິງ.
![]() |
ຟື້ນຟູການຜ່ານດ່ານ ສຳຫຼັບຫມາກໄມ້ຢູ່ ຫ່າເຂົາ. (ພາບ: baotintuc) |
ຕາມສະຖິຕິຂອງດ່ານພາສີຫວຽດນາມ, ຍອດປະລິມານໝາກມັງກອນ ທີ່ສົ່ງອອກໄປຈີນ ຜ່ານດ່ານຊາຍແດນລາວກາຍ ກວມເກືອບ 35% ຂອງຍອດມູນຄ່າການສົ່ງອອກໝາກມັງກອນຂອງຫວຽດນາມໄປຈີນ ຜ່ານດ່ານຊາຍແດນທາງບົກ ແລະ ທ່າກຳປັ່ນ ໃນປີ 2020.
ເຖິງຢ່າງໃດກໍຕາມ, ປະລິມານການຜ່ານດ່ານຍັງມີໜ້ອຍ, ໃນແຕ່ລະມື້, ມີລົດຂົນສົ່ງສິນຄ້າປະມານ 20 ຄັນ. ໃນ 3 ວັນທີ່ຜ່ານມາ, ພາຫະນະທີ່ໄດ້ຮັບການຜ່ານດ່ານພາສີອາກອນຕົ້ນຕໍ ແມ່ນສິນຄ້າທີ່ຖືກສົ່ງຜ່ານດ່ານຊາຍແດນນັບແຕ່ເດືອນທັນວາ 2021 ເຖິງປະຈຸບັນ. ສ່ວນລົດບັນທຸກຂອງຫວຽດນາມໄປຈີນ ກໍຍັງຕ້ອງຈອດຢູ່ເດີ່ນຈອດລົດ.
ກ່ອນໜ້ານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ວັນທີ 17 ກຸມພາ, ກະຊວງດັ່ງກ່າວ ໄດ້ຮັບຂໍ້ມູນຈາກແຂວງ ລາວກາຍ ແລະ ຂະແໜງການຄ້າຫວຽດນາມ ປະຈຳຄຸນໝິງ, ປະເທດຈີນ ກ່ຽວກັບແຈ້ງການແຂວງ ຫ່າເຂົາ (ຈີນ) ຢຸດການນຳເຂົ້າສິນຄ້າຍ້ອນການກວດພົບການຕິດເຊື້ອພາຍໃນປະເທດ.
ຝ່າຍ ຫ່າເຂົາ ຂໍໃຫ້ຝ່າຍລາວກາຍ ປະສານງານ ຊົ່ວຄາວ ບໍ່ໃຫ້ລົດບັນທຸກທີ່ບັນທຸກສິນຄ້າ ເຂົ້າໄປໃນເຂດ ຫ່າເຂົາ ຕັ້ງແຕ່ວັນທີ 17 ກຸມພາ ເປັນຕົ້ນໄປຈົນກວ່າຈະມີການແຈ້ງການໃໝ່.
ຄຳຮຸ່ງ