ການກໍ່ສ້າງ “ເຮືອນຄົວແຫ່ງຄວາມຮັກ” ໃຫ້ແກ່ເດັກນ້ອຍຊາຍແດນທີ່ທຸກຍາກ

10:47 | 28/04/2022

ຍສໝ - ວັນ​ທີ 26 ​ເມສາ​ນີ້, ຄ້າຍທະຫານປ້ອງ​ກັນ​ຊາຍ​ແດນ​ລ໋ອງ​ເຊີບ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງເຊີນ​ລາ ​​ສົມທົບ​ກັບ​ບັນດາຫົວໜ່ວຍອຸປະຖໍາ ເລີ່​ມກໍ່ສ້າງ​ໂຄງການ “​ເຮືອນຄົວ​ແຫ່ງຄວາມຮັກ​-ຊ່ວຍນ້ອງ​ເຂົ້າ​ໂຮງຮຽນ” ເພື່ອມອບ​ໃຫ້​ນັກຮຽນຂອງໂຮງຮຽນ​ອະນຸບານ​ຢູ່​ບ້ານ ອາ​ມ໋າ I, ຕາ​ແສງ ລ໋ອງ​ເຊີບ, ​ເມືອງມົກເຈົາ.

ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ
ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ
ການກໍ່ສ້າງ “ເຮືອນຄົວແຫ່ງຄວາມຮັກ” ໃຫ້ແກ່ເດັກນ້ອຍຊາຍແດນທີ່ທຸກຍາກ
ບັນດາຫົວໜ່ວຍວັດແທກເນື້ອທີ່, ກະກຽມກໍ່ສ້າງ “ເຮືອນຄົວແຫ່ງຄວາມຮັກ” ທີ່ບ້ານ ອາ​ມ໋າ I, ຕາ​ແສງ ລ໋ອງ​ເຊີບ. ພາບ: Nhân Dân

ນີ້​ແມ່ນ​ໂຄງການ​ເຮືອນ​ຄົວ​ແຫ່ງ​ທີ 4 ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ 2021 ​ເຖິງ​ປະຈຸ​ບັນ ​ໂດຍ​ຄ້າຍທະຫານປ້ອງ​ກັນ​ຊາຍ​ແດນ​ລ໋ອງ​ເຊີບຂົນຂວາຍຊ່ວຍເຫຼືອ​ໃຫ້​ເຂດທີ່ກົມກອງ​ຮັບຜິດຊອບ​.

ໂຄງການໄດ້ກໍ່ສ້າງຢ່າງໝັ້ນຄົງ, ມີເນື້ອທີ່ທັງໝົດເກືອບ 40m2. ພາຍຫຼັງທີ່ສໍາເລັດ ຈະຊ່ວຍໃຫ້ນັກຮຽນ 47 ຄົນຢູ່ທີ່ນີ້ມີເຮືອນຄົວທີ່ກວ້າງຂວາງ ແລະ ສະອາດ.

ທ່ານນາງ ເລີມ​ທິ​ລຽນ, ຜູ້ອຳ​ນວຍ​ການ​ໂຮງ​ຮຽນ​ອະ​ນຸ​ບານ ລ໋ອງ​ເຊີບ, ມົກ​ເຈົາ, ເຊີນ​ລາ ໃຫ້​ຮູ້​ວ່າ ໂຮງ​ຮຽນ​ອະ​ນຸ​ບານ​ອາ​ມ໋າ I ມີ​ພຽງແຕ່ຫ້ອງຮຽນ 2 ຫ້ອງ, ຍັງບໍ່ທັນ​ມີ​ເຮືອນ​ຄົວ, ດັ່ງ​ນັ້ນ ຮອດ​ຕອນ​ທ່ຽງບັນດາຄູ​ອາ​ຈານ​ຕ້ອງ​ໃຫ້ພວກ​ລູກ​ກິນຢູ່ໃນ​ຫ້ອງ. ສະນັ້ນ, ການອະນາໄມຫ້ອງກໍພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຮືອນຄົວຈະຊ່ວຍໃຫ້ພວກລູກມີບ່ອນກິນທີ່ສະອາດ, ພໍ່ແມ່ຜູ້ປົກຄອງກໍມີຄວາມອຸ່ນອຽນໃຈຫຼາຍກວ່າ.

ໃນ​ໄລຍະ​ຕົ້ນ​ສົກຮຽນ 2021-2022, ຄ້າຍທະຫານປ້ອງ​ກັນ​ຊາຍ​ແດນ​ລ໋ອງ​ເຊີບ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ ພ້ອມກັບ​ການ​ປະກອບສ່ວນ​ແຮງງານຂອງບັນດາ​ຄູ​ສອນ​ໂຮງຮຽນອະນຸບານບ້ານລ໋ອງ​ເຊີບ​, ພະນັກງານ, ນັກຮົບ​ຂອງ​ກົມກອງ ເພື່ອກໍ່ສ້າງ 2 ໂຄງການ “ເຮືອນຄົວແຫ່ງຄວາມຮັກ” ຢູ່ບ້ານ ປູຍານ ແລະ “ເດີ່ນໂຮງຮຽນແຫ່ງຄວາມຮັກ” ຢູ່ ບ້ານ ຮອງຮົວ, ຕາແສງ ລ໋ອງ​ເຊີບ.

ຄ້າຍທະຫານປ້ອງ​ກັນ​ຊາຍ​ແດນ​ຮຽກຮ້ອງ​ການ​ກໍ່ສ້າງ ​ແລະ ເອົາເຂົ້ານຳ​ໃຊ້​​ທີ່​ໂຮງຮຽນ​ກັງ​ຕິ, ຕາ​ແສງ​ຈຽງເຄື່ອ, ມົກ​ເຈົາ ດ້ວຍຫ້ອງ​ຮຽນ 1 ຫ້ອງ​, ຫ້ອງຄົວ 1 ຫ້ອງ​ ​ແລະ ​ໂຄງການໜູນຊ່ວຍຕື່ມ​ຈຳນວນ​ໜຶ່ງ, ​ລວມມູນ​ຄ່າ 250 ລ້ານ​ດົ່ງ.

ທ່ານຮ້ອຍເອກ ເກີມບ໋າແທັງ, ຮອງ​ຫົວໜ້າ​ການ​ເມືອງ, ຄ້າຍທະຫານ​ປ້ອງ​ກັນ​ຊາຍ​ແດນ ລ໋ອງ​ເຊີບ ​ແບ່ງປັນ​ວ່າ: ຜ່ານ​ການ​ປະຕິບັດ​ງານຢູ່ໃນ​ທ້ອງ​ຖິ່ນ, ​ໄດ້​ລົງ​ຢ້ຽມຢາມ​ບັນດາ​ໂຮງຮຽນ​ຂອງ​ນັກຮຽນ​ຢູ່​ເຂດ​ພູສູງ, ເຫັນ​ຫ້ອງ​ຮຽນ​ຢູ່ນີ້ແບບຊຳຊາ, ເງື່ອນໄຂ​ຮ່ຳຮຽນ​ກໍຍັງ​ຂາດ​ເຂີນຫຼາຍຢ່າງ ຈຶ່ງເຮັດໃຫ້ບັນດາ ພະນັກງານ ແລະ ນັກຮົບເກີດຄວາມເຫັນອົກເຫັນໃຈຫຼາຍ ພ້ອມທັງຮຽກຮ້ອງມາຍັງບັນດາຫົວໜ່ວຍອຸປະຖໍາຄ່າໃຊ້ຈ່າຍໃນການກໍ່ສ້າງໂຮງຮຽນ ເພື່ອໃຫ້ພວກລູກຫຼານໄດ້ມີບ່ອນຮຽນ ແລະ ບ່ອນດຳລົງຊີວິດທີ່ກວ້າງຂວາງກວ່າເກົ່າ.

ຈາກ​ນ້ຳ​ໃຈ​ຂອງ​ບັນດາ​ບຸກຄົນ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການ​ແບ່ງປັນ ​ແລະ ໜູນ​ຊ່ວຍຂອງ​ພະນັກງານ ​ແລະ ທະຫານ​ປ້ອງ​ກັນ​ຊາຍ​ແດນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ, ປະຈຸ​ບັນ​ຢູ່​ເຂດ​ພູສູງຂອງ​ຕາ​ແສງ ລ໋ອງ​ເຊີບ ​ແລະ ຈຽງເຄື່ອ, ພວກນ້ອງນັກຮຽນ​ໄດ້​ມີສະຫນາມຫຼິ້ນໃຫມ່, ເຮືອນຄົວໃຫມ່ທີ່ເຕັມໄປດ້ວຍຄວາມອົບອຸ່ນຂອງທຸກຄົນ.

ຫອມມາລາ

ເຫດການ
302 Found

Found

The document has moved here.