ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ

11:48 | 28/04/2022

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.

ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ
ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ກັບ ເບ​ລາ​ຣຸດ ແລະ ເອ​ຢິບ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ກັບ ເບ​ລາ​ຣຸດ ແລະ ເອ​ຢິບ
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 (ພາບ: qdnd.vn)
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 (ພາບ: qdnd.vn)

ພ້ອມກັນເພີ່ມພູນຄູນສ້າງການພົວພັນ

ຊຸມປີມໍ່ໆນີ້ນີ້, ດ້ວຍຄວາມມານະພະຍາຍາມ ແລະ ການຮ່ວມມື ຂອງສອງຝ່າຍ, ອາດເຫັນໄດ້ວ່າສະພາບການເຂດຊາຍແດນ ແລະ ຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ຈີນ ໄດ້ຮັກສາເປັນປົກກປະຕິ, ເສັ້ນຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນ ໄດ້ຮັກສາຢ່າງໝັ້ນແກ່ນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

ການເຄື່ອນໄຫວພົວ ພົບປະແລກປ່ຽນມິດຕະພາບໃນດ້ານປ້ອງກັນຊາດຢູ່ເຂດຊາຍແດນ ພ້ອມກັບການເຄື່ອນໄຫວພົນພັນແລກປ່ຽນ, ການພົວພັນຕ່າງປະເທດ ຂອງພັກ, ອຳນາດການປົກຄອງ ແລະ ປະຊາຊົນລະຫວ່າງ 7 ແຂວງຢູ່ເຂດຊາຍແດນທາງທິດເໜືອ ຂອງ ຫວຽດນາມ ກັບແຂວງ ກ໋ວາງຊີ ແລະ ແຂວງ ຢູນໜານ (ຈີນ) ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດ - ການຄ້າ ເຂດຊາຍແດນ, ດ່ານຊາຍແດນຂອງສອງຝ່າຍມີການເຕີບໂຕຢ່າງບໍ່ຢຸດຢັ້ງ ດ້ວຍວົງເງິນການຄ້າກວມເອົາປະມານ 85% ຍອດວົງເງິນສິນຄ້າຜ່ານດ່ານຊາຍແດນ ລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. ເຂດຊາຍແດນຂອງສອງປະເທດ ໄດ້ສ້າງຕັ້ງຫຼາຍເຂດຕົວເມືອງ, ເຂດການຄ້າຊາຍແດນທີ່ຄຶກຄື້ນ. ວຽກງານເປີດ, ຍົກລະດັບດ່ານຊາຍແດນ ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຕ້ອງການດ້ານການແລກປ່ຽນການຄ້າ ທີ່ນັບມື້ນັບສູງຂຶ້ນ.

ສອງຝ່າຍໄດ້ສົມທົບກັນປະຕິບັດເອກະສານນິຕິກຳ 3 ສະບັບ ກ່ຽວກັບຊາຍແດນ ແລະ ຜັນຂະຫຍາຍ ສັນຍາຮ່ວມມືປົກປ້ອງ ແລະ ຂຸດຄົ້ນຊັບພະຍາກອນ ທ່ອງທ່ຽວ ນ້ຳຕົກຕາດ ບ໋ານຢົກ ແລະ ສັນຍາ ກ່ຽວກັບ ເຮືອແລ່ນໄປ - ມາຢ່າງເສລີຢູ່ປາກແມ່ນ້ຳ ເຊິ່ງບັກລວນ ບັນລຸໄດ້ຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງ. ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານປ້ອງກັນຊາຍແດນ ຫວຽດນາມ ກັບກຳລັງປົກປ້ອງກັນຊາຍແດນຈີນ ແລະ ປະຊາຊົນເຂດຊາຍແດນສອງປະເທດ ບັນລຸໄດ້ບັນດາບາດກ້າວໃໝ່. ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື ແຮກສ່ຽວເຂດຊຸມຊົມຢູ່ສອງເຂດຊາຍແດນ, ແຮກສ່ຽວ “ປ້ອມມິດຕະພາບ, ເຂດຊາຍແດນແຫ່ງຄວາມສະຫງົບ”, ການພົວພັນແລກປ່ຽນວັດທະນະທຳທ້ອງຖິ່ນ, ຊ່ວຍກັນພັດທະນາເສດຖະກິດ…ໄດ້ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ. ຜ່ານນັ້ນ, ອາດສາມາດຢັ້ງຢືນໄດ້ວ່າ ເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການກຳນົດເສັ້ນຊາຍແດນຜືນແຜ່ນດິນຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງແມ່ນບໍລິເວນຮ່ວມມື ແລະ ພັດທະນາຢ່າງແທ້ຈິງ, ແມ່ນຂົວເຊື່ອມຕໍ່ຂອງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ແລະ ປະຊາຊົນເຂດຊາຍແດນ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດ ຫວຽດນາມ - ຈີນ ສວມບົດບາດສຳຄັນໃນການພົວພັນສອງປະເທດ

ເດືອນມີນາ ປີ 2014, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຈີນ ໄດ້ຈັດຕັ້ງຂຶ້ນຄັ້ງທຳອິດຢູ່ແຂວງ ກ໋ວາງນິງ (ຫວຽດນາມ) ແລະ ແຂວງກ໋ວາງຊີ (ຈີນ) ແລະ ປະສົບຜົນສຳເລັດດີທີ່ສຸດ. ເຫດການນີ້ມີຄວາມໝາຍສຳຄັນ, ສ້າງໜ້າປະຫວັດສາດໃໝ່, ມີບາດກ້າວເລີ່ມຕົ້ນຢ່າງສະດວກໃນການຮ່ວມມືດ້ານປ້ອງກັນຊາດຢູ່ເຂດຊາຍແດນ. ບົນພື້ນຖານນັ້ນ, ການພົບປະແລກປ່ຽນຄັ້ງຕໍ່ໄປໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດ, ລະດັບທີ່ນັບມື້ນັບສະຫງ່າງາມ, ແທດຈິງ, ມີລົງເລິກກ່ວາເກົ່າ.

ພາຍຫຼັງການພົບປະແລກປ່ຽນໃນແຕ່ລະຄັ້ງ, ກົນໄກຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ ນັບມື້ນັບສົມບູນແບບ ແລະ ພັດທະນາ. ວຽກງານສົມທົບກັນຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນ, ຄວບຄຸມການເຂົ້າ - ອອກເມືອງ, ປະຕິບັດການຕໍ່ສູ້ຕ້ານອາດຊະຍາກຳຢ່າງແທ້ຈິງ ແລະ ມີປະສິດທິຜົນບົນເນື້ອໃນຈິດໃຈເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ. ພິເສດ, 2 ປີຜ່ານມາ, ເຖິງວ່າ ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ຈີນ ຍັງໄດ້ຮັກສາດ້ວຍຮູບແບບແລກປ່ຽນຢ່າງມີໄຫວພິບ ແລະ ມີປະສິດທິຜົນ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍບັນດາກຸ່ມ, ໜ່ວຍງານ, ດ່ານກວດກາສະກັດກັ້ນການເຂົ້າອອກເມືອງຜິດກົດໝາຍ ແລະ ປ້ອງກັນ, ຕ້ານການແຜ່ລະບາດຂ້າມຊາຍແດນ.

ອາດຢັ້ງຢືນໄດ້ວ່າ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ລະຫວ່າງ ຫວຽດນາມ - ຈີນ ຮັກສາບົດບາດສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ອີກຄັ້ງໜຶ່ງໄດ້ ຢັ້ງຢືນຄວາມຮັບຮູ້ລວມຂອງສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງກ່ວາອີກ ໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.