ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ຕ້ອນຮັບເສັ້ນທາງບໍລິການໃໝ່ ໄປຍັງຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ໂດຍກົງ

15:00 | 07/04/2022

ຍສໝ - ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ (TC-HICT) ຂຶ້ນກັບບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ​ທີ່ຫາກໍ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຕ້ອນຮັບ​ກຳ​ປັ່ນ "super ship" One Continuity ຂອງ ​ບໍລິສັດກຳ​ປັ່ນ ONE, ໃນການບໍລິການທາງທະເລໃໝ່ PS3 ຂ້າມປາຊີຟິກ ໄປຍັງຝັ່ງຕາເວັນຕົກໂດຍກົງ.

ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ
ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ
ພາບປະກອບ
ພາບປະກອບ

ກຳ​ປັ່ນ One Continuity ​ມີ​ຄວາມ​ຍາວ 320 ກວ່າ​ແມັດ, ມີນ້ຳໜັກ​ເກືອບ 90.000 ​ໂຕນ ດ້ວຍການ​ບັນ​ທຸກ​ນ້ຳ​ໜັກ​ກວ່າ 8.100 Teu, ແມ່ນ​ກຳ​ປັ່ນ​ໜຶ່ງ​ໃນ 11 ກຳ​ປັ່ນ​ບັນ​ທຸກ​​ໜັກ​ຂອງ​ພັນທະມິດ The Alliance ທີ່​ປະ​ກອບ​ດ້ວຍ 4 ຫຍີ່ຫໍ້ກຳ​ປັ່ນ​ຄື: One (ຍີ່​ປຸ່ນ), Hapag Lloyd (ເຢຍລະມັນ), Yang Ming (ໄຕ້ຫວັນ-ຈີນ) ແລະ HMM (ສ.ເກົາຫຼີ). ກ່ອນ​ໜ້າ​ນັ້ນ, ທ້າຍ​ເດືອນມີນາ ຜ່ານມາ, ທ່າ​ກຳ​ປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ກໍ່​ໄດ້​ດຳ​ເນີນ​ການ​ຕ້ອນຮັບ​​ກຳ​ປັ່ນ Cape Faro (ບັນທຸກ 1.440 TEU, ຍາວ 170 ແມັດ) ຂຶ້ນ​ກັບເສັ້ນທາງການ​ບໍລິການ​ໃໝ່ CI7 ຂອງ​ບໍລິສັດກຳ​ປັ່ນ Wan Hai ​ເຊື່ອມ​ຕໍ່​ໂດຍ​ກົງ​ລະຫວ່າງ ຫວຽດນາມ ແລະ ຝັ່ງຕາເວັນອອກຂອງອິນເດຍ.

ປະຈຸ​ບັນ, ​ແຕ່​ລະ​ອາ​ທິດ, ທ່າ​ກຳ​ປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ​ໄດ້​ຮັບ 12 ​ເສັ້ນທາງ​ການບໍລິການ, ​ໃນ​ນັ້ນ ມີ 6 ​​ເສັ້ນທາງ​ການ​ບໍລິການ​ຂ້າມ​ປາຊີ​ຟິກ. ​ໃນ​ຕໍ່ໜ້າ, ທ່າ​ກຳ​ປັ່ນ​ຈະ​ສືບ​ຕໍ່​ລົງທຶນ​ອຸປະກອນ​ການຍົກ-ຈັດສິນຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ທີ່​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ, ຕ້ອນຮັບ​ບັນດາ​ເສັ້ນທາງການ​ບໍລິການ​ທາງ​ທະ​ເລ​ໃໝ່ ​ແລະ ສ້າງຂີດໝາຍຂອງ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ​ສາກົນ​ພາກ​ເໜືອ​ຫວຽດນາມ ​ໃນ​ແຜນ​ທີ່​ບັນດາທ່າ​ກຳ​ປັ່ນ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ໄຊພອນ

ເຫດການ
302 Found

Found

The document has moved here.