ໄຂງານບຸນຈ່າງອານ

08:34 | 19/04/2022

ວັນທີ 17 ເມສາ, ຢູ່ເຂດທ່ອງທ່ຽວຊີວະພາບຈ່າງອານ ຂຶ້ນກັບກຸ່ມທັດສະນີຍະພາບຈ່າງອານ (ແຂວງນີງບີ່ງ), ຄະນະຄຸ້ມຄອງກຸ່ມທັດສະນີຍະພາບຈ່າງອານ ສົມທົບກັບວິສາຫະກິດກໍ່ສ້າງ ຊວນເຈື່ອງ ແລະຄະນະກໍາມະການປະຊາຊົນເມືອງ ຮວາລື ຈັດພິທີໄຂງານບຸນຈ່າງອານ ປີ 2022.

“ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022 “ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022
ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ
undefined
ພິທີການແຫ່ເຮືອມັງກອນ ເທິງແມ່ນໍ້າຊ່າວເຄ ຂຶ້ນກັບກຸ່ມທັດສະນີຍະພາບຈ່າງອານ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນງານບຸນທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ເຊິ່ງໄດ້ຈັດຕັ້ງປະຈໍາປີໃນຫຼາຍປີມໍ່ໆມານີ້ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ ແລະອາໄລຫາພະ ກຸ໊ຍມີງດ້າຍເວືອງ, ບັນດາເຈົ້າຊີວິດສະໄໝລາຊະວົງ ເຈິ່ນ ແລະບັນພະບຸລຸດ. ໃນງານບຸນ, ຄະນະຈັດຕັ້ງຈະດໍາເນີນບັນດາພິທີການຄື: ພິທີແຫ່ນໍ້າ, ພິທີແຫ່ເຮືອ ມັງກອນຜ່ານບັນດາຖ້ຳໄປຮອດວິຫານຫ້ວຍຕຽນ ເພື່ອທຳພິທີຖະຫວາຍທູບທຽນໄຫວ້ອາໄລພະ ກຸ໊ຍມີງດ້າຍເວືອງ. ຄຽງຂ້າງນັ້ນຍັງຈັດຕັ້ງບັນດາກິດຈະກໍາຕ່າງໆທີ່ເປັນເອກະລັກສະເພາະເພື່ອແນໃສ່ແນະນໍາຄຸນຄ່າທາງດ້ານວັດທະນະທໍາ ແລະທັດສະນີຍະພາບຈ່າງອານ ກໍຄືບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະທີ່ເປັນເອກະລັກສະເພາະຂອງເຂດ, ພາກຕ່າງໆໃນທ່ົວປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.