ຍສໝ -ບົນເສັ້ນຊາຍແດນທີ່ຍາວກວ່າ 50 ກີໂລແມັດ, ທະຫານປ້ອງກັນຊາຍແດນ ແຂວງດົ່ງທາບ ໄດ້ຮັກສາ 26 ປ້ອມຄຸ້ມຄອງ, ປົກປ້ອງເຂດຊາຍແດນ, 33 ອົງການປະຕິບັດງານເຄື່ອນທີ່ທາງບົກ ແລະ ທາງນ້ຳ, ຈັດຕັ້ງການລາດຕະເວນເປັນປະຈຳ, ຄວບຄຸມຢ່າງເຄັ່ງຄັດເພື່ອແນໃສ່ສະກັດກັ້ນບັນດາການກະທຳຄ້າເຖື່ອນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…
ຍສໝ - ກຸ່ມເພື່ອນມິດຂອງ UNCLOS ຈະປະກອບສ່ວນເຂົ້າໃນການສົ່ງເສີມການປະຕິບັດຕາມ UNCLOS, ສ້າງກົນໄກເພື່ອຮ່ວມກັນແກ້ໄຂສິ່ງທ້າທາຍຕໍ່ UNCLOS ແລະ ສິ່ງທ້າທາຍໃນທະເລ ແລະ ມະຫາສະໝຸດ…
ຍສໝ - ມູນຄ່າການນຳເຂົ້າ-ສົ່ງອອກ, ຊື້ຂາຍ ແລະແລກປ່ຽນສິນຄ້າຜ່ານດ່ານຊາຍແດນລາວກາຍ ໃນ 6 ເດືອນຕົ້ນປີ 2021 ບັນລຸເກືອບ 2,1 ຕື້ໂດລາ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ເຜີຍແຜ່ເພື່ອບັນດາປະເທດໃນໂລກແລະໃນພາກພື້ນເຂົ້າໃຈນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາທະເລໝູ່ເກາະຂອງຫວຽດນາມເວົ້າລວມແລະກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມເວົ້າສະເພາະຢ່າງຄົບຖ້ວນແລະຖືກຕ້ອງ.
ກໍາລັງທະຫານປ້ອງກັນຊາຍແດນ ໄດ້ ຈັດສົ່ງທະຫານເພີ່ມເຕີມເກືອບ 8.000 ຄົນໄປປະຕິບັດໜ້າທີ່ໂດຍກົງຢູ່ຫຼາຍກວ່າ 1.900 ດ່ານກວດກາ, ເດັດດ່ຽວສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງນ້ອຍຢູ່ຕາມເສັ້ນຊາຍແດນ, ເຂດທະເລ.
ຍສໝ - ສະຖາບັນ ອາຊີ - ອາບຟຼິກກາ ຂອງມະຫາວິທະຍາໄລ Hamburg (ປະເທດເຢຍລະມັນ) ຈະຈັດກອງປະຊຸມສາກົນທາງອອນລາຍກ່ຽວກັບທະເລຕາເວັນອອກ ໃນວັນທີ 9 ກໍລະກົດ ດ້ວຍຫົວຂໍ້ “5 ປີພາຍຫຼັງຄຳຕັດສິນຂອງສານກຳມະການປະຈຳ PCA ກ່ຽວກັບທະເລຕາເວັນອອກ ວັນທີ 12 ກໍລະກົດ 2016: ການເຈລະຈາ ແລະ ບັນດາການກະທຳຂູ່ເຂັນແບບໃໝ່”.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ (ກະຊວງປ້ອງກັນປະເທດ) ແລະກົມຄຸ້ມຄອງການເຂົ້າ-ອອກເມືອງ (ກະຊວງປ້ອງກັນຄວາມສະຫງົບ) ໄດ້ຈັດກອງປະຊຸມລົງນາມໃນລະບຽບການຮ່ວມມື.
ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ, ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ມີການພົບປະກັບທ່ານພົນໂທ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ຍສໝ - ກອງປະຊຸມຄັ້ງທີ 31 ຂອງບັນດາປະເທດສະມາຊິກ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1982 ໄດ້ຈັດຂຶ້ນທີ່ສຳນັກງານອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ສະຫະລັດອາເມລິກາ (ແຕ່ວັນທີ 21-25 ມິຖຸນາ).
ຕອນບ່າຍວັນທີ 24 ມິຖຸນາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດໍາເນີນຜ່ານລະບົບທາງໄກ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ທີ່ມີຕໍ່ຂ່າວໃນມໍ່ໆມານີ້ວ່າໄດ້ຄົ້ນພົບກໍາປັ່ນສືບຂ່າວ ແລະເຮືອບິນຂອງຈີນ ຢູ່ຫາດຫີນຈືເທິບ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
ຍສໝ - ທ່ານຮ້ອຍເອກ ລ້າຍແອັງຫວູ, ຮອງຜູ້ຮັບຜິດຊອບດ້ານການເມືອງ, ເລຂາໜ່ວຍຊາວໜຸ່ມ ປ້ອມປ້ອງກັນທະຫານປ້ອງກັນດ່ານຊາຍແດນສາກົນ ຮວາລື ໃຫ້ຮູ້ວ່າ: ແຕ່ລະເດືອນ, ກົມກອງໄດ້ປ່ຽນກັນມອບເຂົ້າສານໃຫ້ແກ່ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໃນບໍລິເວນຕາແສງ ລົກຮ່ວາ, ແຕ່ລະຄອບຄົວແຕ່ 25 - 30 ກີໂລກຼາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນລາໄລ (ແຂວງກວ໋າງຈີ້), ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ນຳໂດຍທ່ານ ຫງວຽນແທງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ມອບອຸປະກອນການແພດໃຫ້ການນຳສອງແຂວງ ສາລະວັນ ແລະເຊກອງ (ລາວ), ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
ນາຂັ້ນໄດ ຮວ່າງຊູຟີ່ (ຂຶ້ນກັບເມືອງຮວ່າງຊູຟີ່, ແຂວງຮ່າຢາງ) ໄດ້ຮັບຮອງວ່າແມ່ນປູຊະນີຍະສະຖານລະດັບຊາດ ນັບແຕ່ປີ 2012 ໂດຍກະຊວງວັດທະນະທໍາ-ກິລາ ແລະທ່ອງທ່ຽວຫວຽດນາມ ດ້ວຍເນື້ອທີ່ປະມານ 700 ເຮັກຕາ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ສະເໜີໃຫ້ສະຖານທູດຫວຽດນາມປະຈຳສປປ.ລາວ ສົມທົບກັນ, ເພື່ອແຈ້ງການຢ່າງກວ້າງຂວາງເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ບັນດາອົງການທີ່ມີໜ້າທີ່, ບັນດາທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ, ບັນດາເປົ້າໝາຍອື່ນໆທີ່ມີຄວາມຕ້ອງການເຂົ້າເມືອງໃນຈຸດເວລານີ້ໄດ້ຮັບຊາບ.
ຍສມ - ໃນວັນທີ 16 ມິຖຸນາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM +) ຄັ້ງທີ 8 ໄດ້ໄຂຂຶ້ນດ້ວຍຮູບການທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof, ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີສອງຂອງບຣູໄນ.
ຍສໝ - ທ່ານຮ້ອຍໂທ ເຈິ່ນງອກເຊີນ, ພະນັກງານຄວບຄຸມກວດກາປ້ອມປ້ອງກັນຊາຍແດນວິງເງືອນ ແບ່ງປັນວ່າ “ຍ້ອນຕ້ອງປະຕິບັດໜ້າທີ່, ດັ່ງນັ້ນປີນີ້ ຂ້າພະເຈົ້າ ແລະ ອ້າຍນ້ອງຢູ່ປ້ອມປ້ອງກັນ, ຕ້ານໂລກລະບາດ ບໍ່ສາມາດກັບຄືນເມືອຢາມບ້ານໄດ້, ແຕ່ເມື່ອໄດ້ກິນບັນແຊ່ວຢູ່ປ້ອມໃນໂອກາດວັນບຸນດວານເງາະ, ກໍ່ຮູ້ສຶກວ່າແຊບ ແລະ ອົບອຸ່ນໃຈຂຶ້ນຕື່ມ..”
ຍສໝ - ຄ້າຍທະຫານປ້ອງກັນຊາຍແດນ ຈ່າຫຼີງ ແລະ ຄ້າຍທະຫານປ້ອງກັນຊາຍແດນຊາຍແດນ ຫງອກຈູງ (ທະຫານປ້ອງກັນຊາຍແດນ ກາວບັ່ງ) ຫາກໍ່ກວດພົບພົນລະເມືອງ 31 ຄົນທີ່ເຂົ້າມາຫວຽດນາມຈາກຊາຍແດນຈີນຢ່າງຜິດກົດໝາຍ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດພິເສດອາຊຽນ - ຈີນຢູ່ຈູງກີງ (ປະເທດຈີນ), ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍໄດ້ຮຽກຮ້ອງໃຫ້ອາຊຽນແລະຈີນຟື້ນຟູບັນດາການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ.
ຍສໝ - ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ 2021 ດ້ວຍຫົວຂໍ້ “ການປົກປ້ອງຮັກສາມະຫາສະໝຸດ ແລະ ການພັດທະນາແບບຍືນຍົງຂອງການຫາລ້ຽງຊີບຢູ່ທະເລ ຫວຽດນາມ”.
ຍສໝ - ຫວຽດນາມ ໄດ້ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕຂອງຫວຽດນາມ ທີ່ກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຢູ່ທະເລຕາເວັນອອກ, ໄດ້ຮັບການສ້າງຕັ້ງຕາມຂໍ້ກຳນົດ UNCLOS 1982.
ໃນໄລຍະຜ່ານມາ, ກອງພົນນ້ອຍ 146, ທະຫານເຮືອເຂດ 4 ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຂ້ຽວຂາດ, ເອົາໃຈໃສ່ເຖິງການປະຕິບັດຕາມຄຳເຕື່ອນ "5K" ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ, ກອງພົນນ້ອຍ ໄດ້ ແລະພວມຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືສຸຂະພາບຂອງພະນັກງານ, ນັກຮົບ, ສ້າງປະຖົມປັດໄຈສຳຄັນເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດ...
ຍສໝ - ທ່ານຮ້ອຍເອກນິງວັນນາມ (ຫົວໜ້າດ່ານກວດກາ) ໃຫ້ຮູ້ວ່າ: ເຂດນີ້ແມ່ນຈຸດຮ້ອນແຮງຂອງການຄ້າເຖື່ອນ. ແຕ່ວ່ານັບແຕ່ເມື່ອກົມກອງໄດ້ຕັ້ງບັນດາດ່ານກວດກາການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ການເຄື່ອນໄຫວຄ້າເຖື່ອນ, ການເຂົ້າອອກເມືອງແບບຜິດກົດໝາຍກໍ່ໄດ້ຈຳກັດລົງຫຼາຍທີ່ສຸດ”
ຍສໝ - ປັດຈຸບັນ ມີຄຳເຫັນຫຼາຍຢ່າງທີ່ແຕກຕ່າງກັນກ່ຽວກັບຮ້ານເຈາະນ້ຳມັນ “ບຽນເຊົາເລກທີ 1” ຂອງຈີນ ຢູ່ນອກປະຕູທະເລອ່າວພາກເໜືອ ຫວຽດນາມ. ວາລະສານຍຸກສະໄໝ ຂໍແນະນຳບົດຂຽນຂອງ ທ່ານ ປ.ອ ເຈິ່ນກົ່ງຈຶກ, ອະດີດຫົວໜ້າຄະນະຊາຍແດນ ລັດຖະບານກ່ຽວກັບບັນຫານີ້.
ຍສໝ - ໃນໝູ່ເກາະເຈື່ອງຊາ, ປັດຈຸບັນ, ມີເກາະຈຳນວນໜຶ່ງໄດ້ມີຊ່ອງທາງເດີນເຮືອແລ້ວ ໂດຍໄດ້ຮັບຖືວ່າແມ່ນ ເຮືອນລວມ ທ່າມກາງທະເລ ເພື່ອຊ່ວຍໃຫ້ຊາວປະມົງໜີພາຍຸ.
ຍສໝ - ຫວ່າງແລ້ວນີ້, ແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ຈັດພິທີຕັດແຖບຜ້າສະຫຼອງເປີດນຳໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey ໃນຮູບແບບທີ່ຈັດຝ່າຍລະຟາກຊາຍແດນ ເພື່ອຈຳກັດການພົບປະ ແລະ ປ້ອງກັນພະຍາດ COVID-19.
ຍສໝ - ຕາມເນື້ອໃນການລົງນາມ, ສອງຝ່າຍຈະພ້ອມກັນໂຄສະນາເຜີຍແຜ່, ສຶກສາປະຊາຊົນສ້າງສາ ແລະ ເພີ່ມພູນຄູນສ້າງ ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງບັນດາເຜົ່າ, ຕະກຸນ ທີ່ມີມາແຕ່ດົນນານ.
ຍສໝ - ເພື່ອປະກອບສ່ວນລົບລ້າງ “ບັດເຫຼືອງ”, ແຂວງນິງທ້ວນ ໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂ ເພື່ອຟື້ນຟູບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີຣົບ (EC) ໃນການປະຕິບັດຢ່າງເຄັ່ງຄັດຕໍ່ກັບບັນດາເຮືອຫາປາທີ່ລະເມີດ…
ຍສໝ - ບໍ່ພຽງແຕ່ຮັກສາເຂດຊາຍແດນຢ່າງໝັ້ນຄົງເທົ່ານັ້ນໃນຊຸມປີຜ່ານມາ ທະຫານປ້ອງກັນຊາຍແດນ ຫວຽດນາມ ຍັງຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສ້າງຊີວິດການເປັນຢູ່, ດູແລ, ຊ່ວຍໃຫ້ບັນດານ້ອງນ້ອຍ ຢູ່ເຂດຊາຍແດນ, ລວມມີເດັກນ້ອຍຫວຽດນາມ, ລາວ ກຳປູເຈຍໄ ດ້ມີເງື່ອນໄຂລະຫຼິ້ນ, ຮ່ຳຮຽນ, ສ້າງອະນາຄົດທີ່ສົດໄສໃຫ້ແກ່ພວກນ້ອງ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ແລະ ທ່ານ Mori Takeo - ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເປັນປະທານຮ່ວມເວທີປາໄສອາຊຽນ - ຍີ່ປຸ່ນຄັ້ງທີ 36.
ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.