ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ

14:13 | 02/06/2021

ຍ​ສ​ໝ - ຕາມ​ເນື້ອ​ໃນ​ການ​ລົງ​ນາມ, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ປະ​ຊາ​ຊົນ​ສ້າງ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້​ອ​ອັນ​ດີ​ງາມ ລະ​ຫວ່າງ​ບັນ​ດາ​ເຜົ່າ, ຕະ​ກຸນ ທີ່​ມີ​ມາ​ແຕ່​ດົນ​ນານ.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ
ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19 ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19
ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ

ພິ​ທີ​ລົງ​ນາມ​ແຮກ​ສ່ຽວ​ລະ​ຫວ່າງ​ສອງ​ຝ່າຍ

ດ້ວຍ​ລັກ​ສະ​ນະ​ພິ​ເສດ​ແມ່ນ​ແຂວງ​ຊາຍ​ແດນ, ມີຫຼາຍ​ເຜົ່າ​ດຳ​ລົງ​ຊີ​ວິດຮ່ວມ​ກັນ, ຊຸມ​ປີ​ຜ່ານ​ມາ ແຂວງ ຮ່າ​ຢາງ ຍາມ​ໃດ​ກໍ່​ເພີ່ມ​ພູນ​ຄູນ​ສ້າງ ແລະ ຮັກ​ສາ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ປະ​ຊາ​ຊົນ​ບັນດາເຜົ່າໃນ​ແຂວງ ມີ​ຄວາມ​ໃກ້​ຊິດ​ສະ​ໜິດ​ແໜ້ນ, ພິ​ເສດ​ແມ່ນ ປະ​ຊາ​ຊົນ​ເຂດ​ຊາຍ​ແດນກັບ​ປະ​ຊາ​ຊົນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ໂດຍຜ່ານ​ບັນ​ດາ​ຮູບ​ການ ແລະ ການ​ເຄື່ອນ​ໄຫວທີ່ແທດ​ຈິງ, ໃນ​ນັ້ນ​ພົ້ນ​ເດັ່ນ​ ແມ່ນ​ຮູບ​ການ​ແຮກ​ສ່ຽວ​ລ​ະ​ຫວ່າງ​ບັນ​ດາ​ກຸ່ມ​ຊຸມ​ຊົນເຂດ​ຊາຍ​ແດນ​ສອງ​ປະ​ເທ​ດ.​

ຮ່າ​ຢ່າງ ​ມີ 3 ເມືອງຢູ່​ເຂດ​ຊາຍ​ແດນ ທີ່​ມີ​ການ​ແຮກ​ສ່ຽວ​ກັບ 3 ເມືອງ​ຂອງ​ຈີນ, ເຊິ່ງຈັດ​ຕັ້ງ​ເປັນ 14 ກຸ່ມ​ສຳລັບ 34 ຕາ​ແສງ/ເທດ​ສະ​ບານ ຢູ່ເຂດ​ຊາຍ​ແດນ ເຊິ່ງໄດ້​ແຮກ​ສ່ຽວ​ກັບ 11 ບ້ານ/ເທດ​ສະ​ບານຂອງ​ຈີນ.

ຕາມ​ເນື້ອ​ໃນ​ການ​ລົງ​ນາມ, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ປະ​ຊາ​ຊົນ​ສ້າງ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້​ອ​ອັນ​ດີ​ງາມ ລະ​ຫວ່າງ​ບັນ​ດາ​ເຜົ່າ, ຕະ​ກຸນ ທີ່​ມີ​ມາ​ແຕ່​ດົນ​ນານ.

ສອງ​ຝ່າຍ​ໄດ້​ມີ​ການ​ຢື້​ຢາມ​ຖາມ​ຂ່າວ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ກໍ່ສ້າງຊົນ​ນະ​ບົດ​ໃໝ່​ຢ່າງເປັນ​ປະ​ຈຳ; ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຊີ​ວະ​ພາບ, ຊ່ວຍ​ເຫຼືອ​ກັນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ປ້ອງ​ກັນ​ຕ້ານ​​ໄຟ​ໄໝ້​ປ່າ ແລະ ໂລກ​ລະ​ບາດ​.

ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຮງ​ງານ​ຜ່ານ​ຊາຍ​ແດນ ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ ແຂວງ ຮ່າ​ຢາງ​ ກັບ ແຂວງ​ຢຸນ​ນານ ແລະ ແຂວງ ກວາງ​ຊີ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ພົບ​ປະ​ແລກ​ປ່ຽນ​ກັນ, ທຳ​ມາ​ຫາ​ກິນ, ຄ້າ​ຂາຍ, ແລ​ກ​ປ່ຽນ​ສິນ​ຄ້າ​ທີ່​ຖື​ກ​ຕ້ອງ​ຕາມ​ກົດ​ໝາຍ…

ພາຍຫຼັງ​ໄດ້​ຮັບ​ການ​ລົງ​ນາມ​ແຮກ​ສ່ຽວ​ກັນ, ບັນ​ດາຕາ​ແສງ, ເມືອງ, ເທດ​ສະ​ບານເຂດ​ຊາຍ​ແດນສອງ​ຝ່າຍ ໄດ້​ເປັນ​ເຈົ້າ​ການໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ.

ຜ່າ​ນ​ນັ້ນ, ກໍ່ປະ​ກອບ​ສ່ວນເຂົ້າ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ດ້ານກ​ານ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ເຂດ​ຊາຍ​ແດນ​ໂດຍ​ພື້ນ​ຖານ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັ​ນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​, ສິ​ລ​ະ​ປະ​, ກິ​ລາ​ຢ່າງເປັນ​ປະ​ຈຳ. ນອກ​ຈາກ​ນັ້ນ, ປະ​ຊາ​ຊົນ​ສອງ​ຝ່າຍ​ຍັງ​ມີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຢ່າງເປັນ​ປະ​ຈຳອີກ​ດ້ວຍ.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19 ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19

ຍ​ສ​ໝ - ໂດຍ​ຕາງ​ໜ້າ​ປະ​ຊາ​ຊົນ, ທ່ານ​ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ​ຈຳ​ນວນ​ເງິນນີ້ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ແລະ ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ສາ​ມັກ​ຄ​ີ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຕໍ່​ພໍ່​ແມ່​ປະ​ຊາ​ຊົນ ເຮົາ​ຢູ່​ຕ່າງ​ປ​ະ​ເທດ ດ້ວຍ​ຈິດ​ໃຈ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ”.

ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ

ຍ​ສ​ໝ - ​ນັບ​ແຕ່​ປີ 2019 ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ນັກ​ການ​ທູດ ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຂ້າ​ພະ​ເຈົ້າ​ພວ​ມ​ຮູ້​ສຶກ​ຕື່ນ​ເຕັ້ມ​ລໍ​ຖ້າ​ໝາກ​ຜົນ ຂອງວັນ​ເລືອກ​ຕັ້ງ 23 ພຶ​ດ​ສະ​ພາ ຈະ​ມາ​ເຖິງ ຈະ​ເປັນ​ແນວ​ໃດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ຍາ​ກາດ​ການ​ຂອງ​ການ​ເລືອກ​ຕັ້ງ​ ຊຶ່ງ​ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ຄຳ​ຂວັນ ກ໋ຽວ​ກັບ​ເຫດ​ການນີ້ ໄດ້​ປະ​ກົດ​ຂຶ້ນ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ທຸກ​ສິ່ງ​ທຸກ​ຢ່າງ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດຶງ​ດູດໄດ້​ຄວາມ​ສົນ​ໃຈ​ຂອງ​ທຸກ​ຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.