ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey

14:23 | 03/06/2021

ຍສໝ - ຫວ່າງແລ້ວນີ້, ແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ຈັດພິທີຕັດແຖບຜ້າສະຫຼອງເປີດນຳໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey ໃນຮູບແບບທີ່ຈັດຝ່າຍລະຟາກຊາຍແດນ ເພື່ອຈຳກັດການພົບປະ ແລະ ປ້ອງກັນພະຍາດ COVID-19.

ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ
ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ

ທີ່ພິທີ, ຜູ້ນຳຂອງສອງທ້ອງຖິ່ນ ໄດ້ມອບໜັງສືທາງການທີ່ປະກາດດ່ານຊາຍແດນສາກົນ ເຕີນນາມ - Meun Chey ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ທັນທີຫຼັງຈາກພິທີຕັດແຖບຜ້າ, ບັນດາກິດຈະກຳໄປມາຄ້າຂາຍ ຈະດຳເນີນແຕ່ 6 ໂມງເຊົ້າເຖິງ 6 ໂມງແລງທຸກໆວັນ.

ກ່າວຄຳເຫັນທີ່ພິທີຝ່າຍກຳປູເຈຍ, ທ່ານ Chia Sok Me Thy - ເຈົ້າແຂວງ Prey Veng ໃຫ້ຮູ້ວ່າ: ຄູ່ດ່ານ ເຕີນນາມ - Meun Chey ເມື່ອນຳເຂົ້າເຄື່ອນໄຫວ ຈະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນສອງປະເທດ ໃນການໄປມາ, ແລກປ່ຽນສິນຄ້າ, ຊຸກຍູ້ການຮ່ວມມື ແລະ ພັດທະນາ, ແລກປ່ຽນ ແລະ ພົບປະມິດຕະພາບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ, ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ຍົກການພົວພັນ ຫວຽດນາມ - ກຳປູເຈຍ ຂຶ້ນສູ່ລະດັບສູງໃໝ່, ສະແດງໃຫ້ເຫັນທິດນຳທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ທີ່ຜູ້ນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບນຳກັນ.

ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey
ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey

ທ່ານ Chia Sok Me Thy ກ່າວຕື່ມອີກວ່າ ນີ້ແມ່ນສະຖານທີ່ປະຫວັດສາດທີ່ສຳຄັນ, ຂີດໝາຍການຮ່ວມມື ແລະ ການຊ່ວຍເຫຼືອທີ່ຍິ່ງໃຫຍ່ຂອງຫວຽດນາມ ໃຫ້ແກ່ປະຊາຊົນກຳປູເຈຍ ໃນຂະບວນການຕໍ່ສູ້ລະບອບດັບສູນເຊື້ອຊາດ ຂອງຂະເໝນແດງ.

ສ່ວນ ທ່ານ ຫງວຽນແມ້ງຮຸ່ງ - ຮອງປະທານຄະນະກຳມະການປະຊາຊົນແຂວງໄຕນິງ ໄດ້ເນັ້ນໜັກວ່າ: ການຍົກລະດັບດ່ານ ເຕີນນາມ ກາຍເປັນດ່ານສາກົນ ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ, ການສຶກສາ, ວັດທະນະທຳ ແລະ ແລກປ່ຽນການຄ້າລະຫວ່າງແຂວງໄຕນິງ ຂອງຫວຽດນາມ ແລະ ແຂວງ Prey Veng ພ້ອມກັບບັນດາແຂວງອື່ນໆຂອງລາຊະອານາຈັກກຳປູເຈຍ.

ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey

ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງໄຕນິງ ໄດ້ຮຽກຮ້ອງໃຫ້ບັນດາກຳລັງປະຕິບັດໜ້າ ທີ່ ທີ່ໄດ້ຮັບການມອບໝາຍໃນການຄຸ້ມຄອງດ່ານຊາຍແດນສາກົນ ເຕີນນາມ ຕ້ອງກວດກາຄືນບັນດາຂັ້ນຕອນທາງນິຕິກຳກ່ຽວກັບການຈັດຕັ້ງເກັບກຳຄ່າທຳນຽມ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງດ່ານສາກົນ.

ໃນອະນາຄົດ, ດ່ານສາກົນ ເຕີນນາມ ຈະເຊື່ອມຕໍ່ ແລະ ພັດທະນາລະບົບການທ່ອງທ່ຽວແບບທຳມະຊາດຂອງປ່າສະຫງວນແຫ່ງຊາດ Lo Go-Xa Mat ແລະ ສະຖານທີ່ທ່ອງທ່ຽວທຳມະຊາດແບບທຳມະຊາດຂອງແຂວງ Prey Veng, ສ້າງວຽກເຮັດງານທຳ ແລະ ພັດທະນາເສດຖະກິດໃຫ້ແກ່ປະຊາຊົນສອງແຂວງໄຕນິງ ແລະ Prey Veng.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 5: ການເຄື່ອນໄຫວເພື່ອລ້ຽງດູເດັກນ້ອຍໄປໂຮງຮຽນ “ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 5: ການເຄື່ອນໄຫວເພື່ອລ້ຽງດູເດັກນ້ອຍໄປໂຮງຮຽນ

ຍສໝ - ໃນຄວາມຫຍຸ້ງຍາກ, ສະຫາຍຮ້ອຍໂທ ຫວໍວັນວິງ, ທະຫານປ້ອງກັນຊາຍແດນ ທີ່ດ່ານຊາຍແດນ ອາເດີດ (ເມືອງອາເລືອຍ, ເທືອທຽນ-ເຫວ້) ໄດ້ຖືວ່າ ການສະໜັບສະໜູນເດັກນ້ອຍ ໃຫ້ໄດ້ໄປໂຮງຮຽນທັງເປັນວຽກງານ ແລະ ຄວາມສຸກ ໃນຊີວິດຂອງລາວ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ “ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ

ຍສໝ - ເປັນເວລາຫລາຍປີແລ້ວ, ແຕ່ລະອາທິດ, ບັນດານັກຮົບທະຫານຢູ່ຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ແຂວງກວາງຈີ້) ໄດ້ຈັດຕັ້ງການແຈກຢາຍເຂົ້າຈີ່ຢູ່ໂຮງຮຽນ 14 ແຫ່ງ. ບັນດາທະຫານປ້ອງກັນຊາຍແດນ ສ່ວນຫຼາຍແມ່ນອາໄສຢູ່ຫ່າງໄກຈາກຄອບຄົວຂອງຕົນ, ເບິ່ງເດັກນ້ອຍກິນເຂົ້າຈີ່ກໍ່ເກີດຄວາມຄິດຮອດບ້ານ, ຄິດຮອດລູກ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.