ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ

10:22 | 30/05/2021

ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.

ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ
ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

ຫວ່າງແລ້ວນີ້, ທີ່ກອງປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບເລື່ອງ ຫວ່າງມໍ່ໆມານີ້, ຈີນ ໄດ້ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ທະເລຕາເວັນອອກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ:“ຈົ່ງຮັກສາສັນຕິພາບ, ສະຖຽນລະພາບຂອງສິດເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບອະທິປະໄຕ, ເຄົາລົບກົດໝາຍຂອງບັນດາປະເທດຢູ່ທະເລຕາເວັນອອກ ແມ່ນເປົ້າໝາຍ, ແມ່ນຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາລວມຂອງບັນດາປະເທດທັງໝົດ ແລະ ປະຊາຄົມສາກົນ. ຫວຽດນາມ ປາດຖະໜາວ່າ ບັນດາຝ່າຍທັງໝົດ ຈະມານະພະຍາຍາມປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນບັນຫານີ້”.

ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ. (ພາບ: baoquocte)

ກ່ຽວຂ້ອງເຖິງແຫຼ່ງຂ່າວຫວ່າງມໍ່ໆມານີ້, ວົງການເຈົ້າໜ້າທີ່ ຟີລິບປິນ ໄດ້ແຈ້ງໃຫ້ຊາບວ່າ ພວມກະກຽມສ້ອມແປງ, ຍົກລະດັບລານບິນ ແລະ ພື້ນຖານໂຄງລ່າງຢູ່ເກາະ ທິຕື໊, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.

ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ສະແດງທັດສະນະຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບສິດຕ່າງໆຂອງບັນດາປະເທດແຄມທະເລ ຕາມກົດໝາຍສາກົນ.

ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:" ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການກະທຳລ່ວງລ້ຳອະທິປະໄຕ ແລະ ບັນດາສິດທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນໝູ່ເກາະ ເຈື່ອງຊາ ແມ່ນຜິດກົດໝາຍ ແລະ ໄຮ້ຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ເຄົາລົບກົດໝາຍສາກົນ, ປະຕິບັດຖະແຫຼງການ DOC, UNCLOS 1982, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບຢູ່ທະເລ, ກໍຄືສ້າງສະພາບແວດລ້ອມທີ່ສະດວກແກ່ການເຈລະຈາ ກົດແຫ່ງການປະພຶດ COC”.

ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ

ວັນທີ 7 ເມສາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເຊິ່ງໄດ້ຈັດຂຶ້ນຜ່ານລະບົບທາງໄກ.

ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບໂຕ້ຕໍ່ການຜັນແປໃນທະເລຕາເວັນອອກ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບໂຕ້ຕໍ່ການຜັນແປໃນທະເລຕາເວັນອອກ

ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບບົນພື້ນຖານກົດໝາຍ ສາກົນຢູ່ທະເລຕາເວັນອອກ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ

ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ, ມີຄວາມຮັບຜິດຊອບຕໍ່ການປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ດ້ວຍເຈດຕະນາດີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.