ຢຸດຕິການຮັບພົນລະເມືອງຫວຽດນາມ ກັບເມືອປະເທດຜ່ານດ່ານຊາຍແດນສາກົນ ເກົ່າແຈວ ໂດຍຊົ່ວຄາວ

16:35 | 19/06/2021

ຍສໝ - ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ສະເໜີໃຫ້ສະຖານທູດຫວຽດນາມປະຈຳສປປ.ລາວ ສົມທົບກັນ, ເພື່ອແຈ້ງການຢ່າງກວ້າງຂວາງເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ບັນດາອົງການທີ່ມີໜ້າທີ່, ບັນດາທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ, ບັນດາເປົ້າໝາຍອື່ນໆທີ່ມີຄວາມຕ້ອງການເຂົ້າເມືອງໃນຈຸດເວລານີ້ໄດ້ຮັບຊາບ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19
baochinhphu.vn
ຊາຍແດນສາກົນ ເກົ່າແຈວ. ພາບ:baochinhphu.vn

ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫາກໍ່ມີເອກະສານທາງການສົ່ງເຖິງສະຖານທູດຫວຽດນາມ ປະຈຳລາວ ກ່ຽວກັບເລື່ອງຢຸດຕິການຮັບພົນລະເມືອງຫວຽດນາມ ກັບເມືອປະເທດຜ່ານດ່ານຊາຍແດນສາກົນ ເກົ່າແຈວ ໂດຍຊົ່ວຄາວ ເພື່ອສຸມໃສ່ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ (ເວັ້ນເສຍແຕ່ກໍລະນີທີ່ໄດ້ຮັບອະນຸຍາດຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19). ເວລາຢຸດຕິການຮັບພົນລະເມືອງແມ່ນນັບແຕ່ວັນທີ 18 ມິຖຸນາ 2021 ຈົນເຖິງເວລາມີແຈ້ງການໃໝ່.

ໄລ່ຮດເວລານີ້, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 206 ຄົນ ຢູ່ໃນເຂດແຍກຕົວ ຫຼື ເຂດຖືກປິດລ້ອມ; 3 ຄົນເຂົ້າເມືອງ ໄດ້ຮັບການແຍກຕົວໂດຍທັນທີ. ໃນຈຳນວນຜູ້ຕິດໃໝ່, ນະຄອນ ໂຮ່ຈິມະນ ມີ 104 ຄົນ. ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.620 ຄົນ, ຈຳນວນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.733 ຄົນ, ມີ 62 ຄົນເສຍຊີວິດ.

ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ

ຍສໝ - ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ...

ກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດລາວ ກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດລາວ

ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ

ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.