ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ

09:49 | 09/06/2021

ຍ​ສ​ໝ - ທ່ານຮ້ອຍ​ເອກນິງວັນ​ນາມ (ຫົວ​ໜ້າ​ດ່ານກວດ​ກາ) ໃຫ້​ຮູ້​ວ່າ: ເຂດນີ້ແມ່ນ​ຈຸດ​ຮ້ອນ​ແຮງ​ຂອງ​ການ​ຄ້າ​ເຖື່ອນ​. ແຕ່​ວ່ານັບ​ແຕ່​ເມື່ອ​ກົມ​ກອງ​ໄດ້​ຕັ້ງບັນ​ດາ​ດ່ານກວດ​ກາ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ການ​ເຄື່ອນ​ໄຫວ​ຄ້າ​ເຖື່ອນ, ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍກໍ່​ໄດ້​ຈຳ​ກັດລົງຫຼາຍ​ທີ່​ສຸດ”

ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ” ຢູ່​ເຂດຊາຍ​ແດນແຂວງກຽນ​ຢາງ
ພະ​ມະ​ຫາ​ອາ​ຈານ ແລກ​ປ່ຽນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ກັບ​ທະ​ຫານ​ປ້ອງ​ກັ​ນ​ຊາຍ​ແດນ

ພ້ອມ​ກັບ​ການ​ລາດ​ຕະ​ເວນ, ​ຕັ້ງດ່ານກວດກາ​ຢູ່ເຂດ​ຊາຍ​ແດນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນກຽນ​ຢາງຍັງ​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນຂົນ​ຂວາຍ​ປະ​ຊາ​ຊົນເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ກ່າວ​ໂທດ​ຜູ້​ເຂົ້າ - ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ, ປະ​ກອບ​ສ່ວນ​ສ້າງ​​ເຄືອ​ຂ່າຍ “ຄວາມປອດໄພຂອງປະຊາຊົນ”, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເຂດ​ຊາຍ​ແດນ.

ໂດຍປະ​ຕິ​ບັດ​ການກວດ​ກາ​ຢູ່​ເຂດ​ຊາຍ​ແດນ​ທາງ​ບົກ​ຢ່າ​ງ​ເຄັ່ງຄັດ, ລ໋ອກ​ດາວເຂດ​ຊາຍ​ແດນ​ທາງ​ທະ​ເລຢູ່​ດ່ານ​ກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເລກ​ທີ 27, ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ສາ​ກົນຮ່າ​ຕຽນ, ທ່ານຮ້ອຍ​ເອກນິງວັນ​ນາມ (ຫົວ​ໜ້າ​ດ່ານກວດ​ກາ) ໃຫ້​ຮູ້​ວ່າ: ເຂດນີ້ແມ່ນ​ຈຸດ​ຮ້ອນ​ແຮງ​ຂອງ​ການ​ຄ້າ​ເຖື່ອນ​. ແຕ່​ວ່ານັບ​ແຕ່​ເມື່ອ​ກົມ​ກອງ​ໄດ້​ຕັ້ງບັນ​ດາ​ດ່ານກວດ​ກາ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ການ​ເຄື່ອນ​ໄຫວ​ຄ້າ​ເຖື່ອນ, ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍກໍ່​ໄດ້​ຈຳ​ກັດລົງຫຼາຍ​ທີ່​ສຸດ”.

ໂດຍ​ເຊື່ອມ​ຊືມຈິດ​ໃຈ “ຕ້ານ​ໂລກ​ລະ​ບາດ​ຄ​ື​ຕ້ານ​ສັດ​ຕູ”, ມາ​ຮອ​ດ​ປັດ​ຈຸ​ບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂ​ວງ​ກຽນ​ຢາງໄດ້​ຜັນ​ຂະ​ຫຍາຍແລະຮັກ​ສາດ່ານກວດ​ກາ​ດ່ານຫຼັກຢ່າງ​ເຂັ້ມ​ງວດໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງພະ​ນັກ​ງານ, ນັກ​ຮົບເກືອບ 1000 ຄົນ.

ໂດຍ​ອີ່ງ​ໃສ່​ເຄືອ​ຂ່າຍ “ຄວາມປອດໄພຂອງປະ​ຊາ​ຊົນ”, ນັບ​ແຕ່​ຕົ້ນ​ເດືອນມັງ​ກອນ 2021 ມາ​ຮອດ​ປັດ​ຈຸ​ບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງກຽນ​ຢາງໄດ້​ກວດພົບ​, ກັກ​ຕົວ​ເປົ້າ​ໝາຍເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນກວ່າ 230 ຄົນ.

ອີ່ງ​ໃສ່​ປະ​ຊາ​ຊົນ​ເພື່ອ​ຕ້ານ​ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍແມ່ນ​ກຳ​ລັງ​ຢູ່​ແນວ​ໜ້າໃນ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ກັດ​ກັ້ນ​ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ, ບັນ​ດາ​ປ້ອມ, ກົມ​ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງກຽນ​ຢາງໄດ້​ຕັ້ງ​ໜ້າ​ໄປ​ໂຄ​ສະ​ນາ, ເຜີຍ​ແຜ່​ຂົນ​ຂວາຍ​ປະ​ຊາ​ຊົນ​ຢູ່ແຕ່​ລະ​ເຮືອນເພື່ອ​ຍົກ​ສູ​ງ​ສະ​ຕິ​ລະ​ວັງ​ຕົວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ພ​້ອມ​ທັງ​ສົມ​ທົບ​ກັບ​ອຳ​ນາດ​ການ​ປ​ົກ​ຄອງ​ທ້ອງ​ຖິ່ນເສີມ​ຂະ​ຫຍາຍ​ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະຕ້ານ​ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ” ຢູ່​ເຂດ​ຊາຍ​ແດນ.

ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບແ​ຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ເຂດ​ຊາຍ​ແດນ

ຍ​ສ​ໝ - ຕາມ​ເນື້ອ​ໃນ​ການ​ລົງ​ນາມ, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ປະ​ຊາ​ຊົນ​ສ້າງ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້​ອ​ອັນ​ດີ​ງາມ ລະ​ຫວ່າງ​ບັນ​ດາ​ເຜົ່າ, ຕະ​ກຸນ ທີ່​ມີ​ມາ​ແຕ່​ດົນ​ນານ.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ

ຍ​ສ​ໝ - ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ​ໄດ້​ມອບ​ໃຫ້​ບັນ​ດາ​ກົມ​ກອງ​ປະ​ເທດ​ເພື່ອນ​ລວມ​ມີ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ທັນ​ຍະ​ຫານ​ສະ​ບຽງ​ອາ​ຫານ ລວມ​ມູ​ນ​ຄ່າ​ໜູນ​ຊ່ວຍ​ກ່​ວາ 100 ລ້ານ​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.