ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ

13:50 | 23/06/2021

ຍ​ສ​ໝ - ທ່ານຮ້ອຍ​ເອກ ລ້າຍ​ແອັງ​ຫວູ, ຮອງ​ຜູ້ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ, ເລ​ຂາ​ໜ່ວຍ​ຊາວ​ໜຸ່ມ ປ້ອມ​ປ້ອງ​ກັນ​ທະ​ຫານ​ປ້ອງ​ກັນ​ດ່ານ​ຊາຍ​ແດນ​ສາ​ກົນ ຮ​ວາ​ລື ໃຫ້​ຮູ້​ວ່າ: ແຕ່​ລະ​ເດືອນ, ກົມ​ກອງ​ໄດ້​ປ່ຽນ​ກັນ​ມອບ​ເຂົ້າ​ສານໃຫ້​ແກ່ 2 ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກເປັນ​ພິ​ເສດ ໃນ​ບໍ​ລິ​ເວນ​ຕາ​ແສງ ລົກ​ຮ່​ວາ, ແຕ່​ລະ​ຄອບ​ຄົວ​ແຕ່ 25 - 30 ກີ​ໂລ​ກຼາມ.

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19 ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19
ເມັດ​ເຂົ້າ​ສານ​ແຫ່ງ​ຄວາມ​ຮັກ​ຢູ່​ເຂດ​ຊາຍ​ແດນ
ທະ​ຫານ​ນຳ​ເຂົ້າ​ສານ​ໃສ່​ໄຫ​ເຂົ້າ​ສານ​ແຫ່ງ​ຄວາມ​ເມດ​ຕາ

ໂດຍ​ໄດ້​ເລີ່ມ​ດຳ​ເນີນ​ແຕ່​ປີ 2009, ຮູບ​ແບບ “ໄຫ​ເຂົ້າ​ແຫ່ງ​ຄວາມ​ເມດ​ຕາ” ໂດຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ບິ່ງ​ເຟືອກ ໄດ້​ປຸກ​ລະ​ດົມ​ໃນ​ວົງ​ກວ້າງ ໃນ​ທົ່ວ​ກົມ​ກອງ. ມາ​ຮອດ​ປັດ​ຈຸ​ບັນ, ຮູບ​ແບບ​ນີ້​ຍັງ​ໄດ້ຮັບການ​ຮັກ​ສາ​ຢູ່​ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ທັງ​ໝົດ, ຜ່ານ​ນັ້ນ ກໍ່ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ຫຼາຍ​ຮ້ອຍຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ບໍ​ລິ​ເວນ​ບັນ​ດາ​ຕາ​ແສງ​ເຂດ​ຊາຍ​ແດນ.

ທ່ານຮ້ອຍ​ເອກ ລ້າຍ​ແອັງ​ຫວູ, ຮອງ​ຜູ້ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ, ເລ​ຂາ​ໜ່ວຍ​ຊາວ​ໜຸ່ມ ປ້ອມ​ປ້ອງ​ກັນ​ທະ​ຫານ​ປ້ອງ​ກັນ​ດ່ານ​ຊາຍ​ແດນ​ສາ​ກົນ ຮ​ວາ​ລື ໃຫ້​ຮູ້​ວ່າ: ແຕ່​ລະ​ເດືອນ, ກົມ​ກອງ​ໄດ້​ປ່ຽນ​ກັນ​ມອບ​ເຂົ້າ​ສານໃຫ້​ແກ່ 2 ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກເປັນ​ພິ​ເສດ ໃນ​ບໍ​ລິ​ເວນ​ຕາ​ແສງ ລົກ​ຮ່​ວາ, ແຕ່​ລະ​ຄອບ​ຄົວ​ແຕ່ 25 - 30 ກີ​ໂລ​ກຼາມ. ນີ້​ແມ່ນ​ຈຳ​ນວນ​ເຂົ້າ​ສານ​ໄດ້​ຫັກ​ຈາກ "ໄຫ​ເຂົ້າ​ສານ​ແຫ່ງ​ຄວາມ​ເມດ​ຕາ" ຂອງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ​ສ​າ​ກົນ ຮວາ​ລື. ນອກ​ຈາກ​ນັ້ນ, ກົງ​ກອງ​ຍັງ​ຫັກໃນ​ກອງ​ທຶນຕືື່ມ​ເພື່ອ​ຊື້​ເຄື່ອງ​ບັນ​ເທົາ​ທຸກ​​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ການ​ກະ​ທຳ​ນີ້​ໄດ້​ກົມ​ກອງ​ຮັກ​ສາ​ເປັນ​ປະ​ຈຳ​ໃນ​ໄລ​ຍະ​ກ່​ວາ 10 ປີ​ຜ່ານ​ມາ, ດ້ວຍ​ຫຼາຍ​ຮ້ອຍ​ຄອບ​ຄົວ​ທີ່​ໄດ​້​ຮັບ​ການ​ຊ່ວຍ​ເຫຼືອ.​

ດ້ວຍຮູບແບບໄຫເຂົ້າສານແຫ່ງຄວາມເມດຕາ”, ​ເມື່ອໜຶ້ງເຂົ້າແຕ່ລະຄັ້ງ, ບັນດາທະຫານແຕ່ງອາຫານໃນກົມກອງທະຫານປ້ອງກັນຊາຍແດນ ແຂວງບິ່ງເຟືອງ ໄດ້ເອົາເຂົ້າສານສ່ວນໜຶ່ງ ໄປປະໄວ້ຢູ່ໄຫເຂົ້າສານອັນໜຶ່ງ. ແຕ່ລະເດືອນ, ຈຳນວນເຂົ້າສານນີ້ຈະໄດ້ຫີບຫໍ່, ສົ່ງໄປຍັງບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ອາຍຸສູງທີ່ຢູ່ຄົນດຽວ, ຄົນເຈັບ​. ດ້ວຍວີທີການນີ້, ໄລ່ສະເລ່ຍແຕ່ລະເດືອນ, ແຕ່ລະປ້ອມປ້ອງກັນຊາຍແດນ ສາມາດຮີບໂຮມເຂົ້າສານໄດ້ 40ກີໂລກຼາມ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ບໍ​ລິ​ເວນ​ແຂວງ.

ນາຍທະຫານຊັ້ນໜຶ່ງ ໂຮ່ກວາງຈີ໊, ນັກຮົບແຕ່ງອາຫານຢູ່ປ້ອມປ້ອງກັນຊາຍແດນ ລົກແທັ່ງ ແບ່ງປັນວ່າ: ແຕ່ລະຄັ້ງ ເມື່​ອນຳເອົາເຂົ້າສານໃສ່ໄຫເຂົ້າສານແຫ່ງເມດຕາ ຂ້າ​ພະ​ເຈົ້າ​ລ້ວ​ນ​ແຕ່​ຮູ້​ສຶກ​ດີ​ໃຈ​ຍ້ອນ​ເຮັດ​ໄດ້​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ.

ຕາມ​ທ່ານ ຮ້ອຍ​ເອກ ຫງວຽ​ນ​ຮ່​ວາງ​ແອັງ​ ແລ້ວ, ຮູບ​ແບບ “ໄຫ​ເຂົ້າ​ສານ​ແຫ່ງ​ຄວາມ​ເມດ​ຕາ” ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພະ​ນັກ​ງານ, ນັກ​ຮົບ​ເປັນ​ຈຳ​ນວນຫຼາຍ​ເພື່ອ​ຈິດ​ໃຈ​ມະ​ນຸດ​ສະ​ທຳ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼໍ່ຫຼອມ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ປະ​ຢັດ, ຮັກ​ແພງ​ກັນ, ແບ່ງ​ປັນ, ນັ້ນ​ແມ່ນ​​ການ​ກະ​ທຳ​ຄວາມດີ ​ຊິ່ງ​ທຸກໆ​ຄົນ​ຕ້ອງ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຂອງ​ປະ​ທານ​ໂຮ່​ຈີ​ມິນ​ທີ່​ເຄົາ​ລົບ​ຮັກ.

ທ່ານ​ຮ້ອຍ​ໂທ ເລ​ວັນ​ທ້ຽນ, ຜູ້​ຊ່ວຍ​ວຽກ ວຽກ​ງານ​ມະ​ຫາ​ຊົນ​ຫ້ອງ​ການ​ເມືອງ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ບິ່ງ​ເຟືອກ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ 2020 ມາ​ຮອດ​ປັດ​ຈຸ​ບັນ, ແຕ່​ຮູບ​ແບບ “ໄຫ​ເຂົ້າ​ສານ​ແຫ່ງ​ຄວາມ​ເມດ​ຕາ”, ບັນ​ດາ​ກົມ​ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ບິ່ງ​ເຟືອກ​ ສາມາດປະ​ຢັດ​ໄດ້​ເຂົ້າ 9.900 ກີ​ໂລ​ກຼາມ ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ເປັນ​ພິ​ເສດ, ຄອບ​ຄົວ​ທີ່ໂດດ​ດ່ຽວ, ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ, ບໍ່​ມີ​ຄວາມສາ​ມາດ​ໃນ​ການ​ອອກ​ແຮງ​ງານ… ນັ້ນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮັກ​ແພງ​ກັນ​ຂອງ​ຊາດ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ທະ​ຫານ​ເຂດ​ຊາຍ​ແດນ​ຕໍ່​ປະ​ຊາ​ຊົນ​ເຂດ​ຊາ​ຍ​ແດ​ນ​ອີກ​ດ້ວຍ.

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ເຊີນ​ລາ ມານ​ະ​ພະ​ຍາ​ຍາມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ກຳລັງທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ເພີ່ມທະວີ, ປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍ.

ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19 ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19

ຍ​ສ​ໝ - ພະ​ນັກ​ງານ, ຄູ່​ອາ​ຈານ, ນັກ​ສຳ​ມະ​ນາ​ກອນ​ຕ້ອງ​ປະ​ຕິ​ບັດ​ກົດ​ລະບຽບ, ກົດ​ໝາຍ, ຂໍ້​ກຳ​ນົດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ວິ​ວັດ​ຂະ​ບວນ​ການ​ໃນ​ການ​ແກ້​ໄຂ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ, ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ຢ່າງ​ສິ​ນ​ເຊິ່ງ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ຕ້ອງ​ແມ່ນ​ຜູ້​ໂຄ​ສະ​ນາ​ທີ່​ດີ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ກ່ຽວ​ກັບ​ຊາຍ​ແດນ, ຜືນ​ແຜ່ນ​ດິນ ແລະ ຜົ​ນ​ຮ້າຍ​ຈ​າກ​ໂລກ​ລະ​ບາດ​ໂຄວິດ - 19.

ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.