ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ

15:39 | 14/06/2021

ຍສໝ - ຫວຽດນາມ ໄດ້ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕຂອງຫວຽດນາມ ທີ່ກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຢູ່ທະເລຕາເວັນອອກ, ໄດ້ຮັບການສ້າງຕັ້ງຕາມຂໍ້ກຳນົດ UNCLOS 1982.

ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ
ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ ປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ລຸ້ນໜຸ່ມ

ຫວ່າງມໍ່ໆນີ້, ຢູ່ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດ ທີ່ດຳເນີນດ້ວຍທາງຖ່າຍທອດສົດ, ໃນການຕອບຄຳຖາມຈຳນວນໜຶ່ງ ທີ່ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລຖິທູຮັ່ງ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ: “ອຳນາດການປົກຄອງຫວຽດນາມ ໄດ້ຕິດຕາມກວດກາທຸກຢ່າງຢ່າງໃກ້ຊິດ ກ່ຽວກັບບັນດາການເຄື່ອນໄຫວຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ກໍ່ຄື ເຂດທະເລຂອງຫວຽດນາມຢູ່ທະເລຕາເວັນອອກ”.

ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ
ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລຖິທູຮັ່ງ. (ພາບ: TTXVN)

ກ່ອນໜ້ານັ້ນມີຂ່າວວ່າ ກຳປັ່ນຈີນຈຳນວນໜຶ່ງ ໄດ້ປະກົດຕົວໃກ້ເກາະ ຈີໂຕນ ໃນໝູ່ ເກາະຮ່ວາງຊາຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລຖິທູຮັ່ງ ໃຫ້ຮູ້ວ່າ: ດັ່ງທີ່ໄດ້ຮັບການຢັ້ງຢືນຊ້ຳແລ້ວ, ຫວຽດນາມມີຫຼັກຖານປະຫວັດສາດຢ່າງພຽງພໍ, ພື້ນຖານດ້ານກົດໝາຍ ໃນການຢັ້ງຢືນອະທິປະໄຕຕໍ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຕາມກົດໝາຍສາກົນ. ໃນຖານະທີ່ເປັນສະມາຊິກຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ຫວຽດນາມມີອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດແຫ່ງຊາດກ່ຽວກັບເຂດນ່ານນ້ຳທີ່ກ່ຽວຂ້ອງ ຢູ່ທະເລຕາເວັນອອກ ທີ່ໄດ້ສ້າງຕັ້ງຕາມສົນທິສັນຍາ.

ຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຂ່າວທີ່ຫົວໜ້າ ເສນາທິການກອງທັບຟີລິບປິນ ໃນຕົ້ນອາທິດນີ້ ໄດ້ໄປຢ້ຽມຢາມເກາະ ຖິເຕື້ ໃນໝູ່ເກາະເຈື່ອງຊາ ຂອງຫວຽດນາມ ແລະ ຢືນຢັນວ່ານີ້ແມ່ນສ່ວນໜຶ່ງຂອງແຜນການ ເພື່ອປັບປຸງ ເກາະເຈື່ອງຊາ ໃຫ້ກາຍເປັນຖານພະລາທິການຂອງຟີລິບປິນໃນເຂດໝູ່ເກາະເຈື່ອງຊາ, ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລຖິທູຮັ່ງ ໄດ້ເນັ້ນໜັກວ່າ: “ຫວຽດນາມ ໄດ້ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕຂອງຫວຽດນາມ ທີ່ກ່ຽວກັບໝູ່ ເກາະເຫຼົ່ານີ້. ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງການເຄົາລົບອະທິປະໄຕຂອງຫວຽດນາມ, ເຄົາລົບກົດໝາຍ ສາກົນ ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຢ່າປະຕິບັດບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຕື່ມອີກ, ໄດ້ປະກອບສ່ວນແທດຈິງ ແລະ ມີຜົນດີຕໍ່ການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເຈລະຈາ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ແລະ ທ່ານ Mori Takeo - ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເປັນປະທານຮ່ວມເວທີປາໄສອາຊຽນ - ຍີ່ປຸ່ນຄັ້ງທີ 36.

ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ

ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.

ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ

ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.