ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

14:20 | 17/06/2021

ຍ​ສ​ໝ - ​ທ່ານຮ້ອຍ​ໂທ ເຈິ່ນງອກ​ເຊີນ, ພະ​ນັກ​ງານ​ຄວບ​ຄຸມກວດກາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນວິງ​ເງືອນ ແບ່ງ​ປັນ​ວ່າ “​ຍ້ອນ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່, ​ດັ່ງ​ນັ້ນປີນີ້ ຂ້າ​ພະ​ເຈົ້າ ແລະ ອ້າຍ​ນ້ອງ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ບໍ່​ສາ​ມາດ​ກັບ​ຄືນເມືອຢາມ​ບ້ານ​ໄດ້, ແຕ່​ເມື່ອ​ໄດ້​ກິນ​ບັນ​ແຊ່ວຢູ່​ປ້ອມ​ໃນ​ໂອ​ກາດ​ວັນ​ບຸນ​ດ​ວານ​ເງາະ, ກໍ່​ຮູ້​ສຶກວ່າ​ແຊບ ແລະ ອົບ​ອຸ່ນ​ໃຈຂຶ້ນຕື່ມ​.​.”

ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ
ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19 ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19
ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
​ທະ​ຫານ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ກະ​ກ​ຽມ​ອາ​ຫານ​ໃນ​ວັນ​ບຸນ ​ດ​ວານ​ເງາະ

ຍ້ອນ​ໂລກ​ລະ​ບາ​ດ​ໂຄວິດ - 19 ດັ່ງ​ນັ້ນ, ໃນກວ່າ 1 ປີ​ທີ່​ຜ່ານ​ມາ, ສ່ວນຫຼາຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຕ້ອງ​ຢູ່​ໄກ​ຄອ​ບ​ຄົວ, ໄກ​ກົມກອງ, ໄປປະຈຳ​ຢູ່​ເຂດ​ຊາຍ​ແດນ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາ​ມ​ສະ​ຫງົບ​ໃຫ້​ແກ່​ປະ​ຊາ​ຊົນ. ແຕ່​ຢູ່​ທີ່ນັ້ນ ຍາມໃດ​ບັນ​ດາ​ທະ​ຫານກໍຍັງ​ໄດ້​ຮັບ​ນ້ຳ​ໃຈ​ອັນອົບ​ອຸ່ນ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ, ຍາດ​ຕິ​ພີ່​ນ້ອງ.

​ແຕ່​ຮຸ່ງ​ເຊ​ົ້າ, ເອື້ອຍຫງວຽນ​ທິ​ຊ​ວັນ​ອວຽນ, ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຕາ​ແສງວິງ​ເງືອນ (ນະ​ຄອນ​ເຈົາ​ດົກ, ອານ​ຢາງ) ແລະເອື້ອຍເຈິ່ນ​ທິ​ມີ​ຢຸງ, ເລ​ຂາ​ຊາວ​ໜຸ່ມ​ຕາ​ແວງວິງ​ເງືອນ ໄດ້​ນຳ​ອາ​ຫານ​ການ​ກິນ​ໄປ​ຍັງ​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ບະ​ບາດ​ໂຄວິດ - 19 ເລກທີ 8, ປ້​ອມ​ປ້ອງ​ກັນ​ຊາຍ​ແດນວິງເງືອນ (ທະ​ຫານ​ປ້ອງ​ກັນ​ຊາຍ​ແດນອານ​ຢາງ) ເພື່ອ​ແຕ່ງ​​ບັນ​ແຊ່ວຊຶ່ງ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ວັນ​ບ​ຸນ​ດ​ວານເງາະ​ ຂອງ ​ຊາວພາກ​ຕາ​ເວັນ​ຕົກ. ເອື້ອຍອ​ວຽນ​ເວົ້າ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ໄດ້ຢືມ​ໝ​ໍ້ແຕ່​ມື້​ກ່ອນທີ່ຈະ​ແຕ່ງ​ບັ້ນ​ແຊ່ວ. ໄສ້​ຂອງບັນແຊ່ວ ​ກໍ່​ໄດ້​ປຸງ​ແຕ່ງ​ກະກຽມໄວ້​ແລ້ວ ໂດຍເຮັດແບບ​ງ່າຍ​ໆ.

​ທ່ານຮ້ອຍ​ໂທ ເຈິ່ນງອກ​ເຊີນ, ພະ​ນັກ​ງານ​ຄວບ​ຄຸມກວດກາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນວິງ​ເງືອນ ແບ່ງ​ປັນ​ວ່າ “​ຍ້ອນ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່, ​ດັ່ງ​ນັ້ນປີນີ້ ຂ້າ​ພະ​ເຈົ້າ ແລະ ອ້າຍ​ນ້ອງ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ບໍ່​ສາ​ມາດ​ກັບ​ຄືນເມືອຢາມ​ບ້ານ​ໄດ້, ແຕ່​ເມື່ອ​ໄດ້​ກິນ​ບັນ​ແຊ່ວຢູ່​ປ້ອມ​ໃນ​ໂອ​ກາດ​ວັນ​ບຸນ​ດ​ວານ​ເງາະ, ກໍ່​ຮູ້​ສຶກວ່າ​ແຊບ ແລະ ອົບ​ອຸ່ນ​ໃຈຂຶ້ນຕື່ມ​.​.”

ເອື້ອຍ​ໂຕ​ທິ​ເກິມ​ຍຸງ (ເກີດ​ປີ 1981, ຢູ່​ເມືອງວິງເງືອນ) ໄດ້​ມອບ​ແກງ​ກາ​ຣີແລະ​ເຂົ້າ​ຈີ່​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​. ລາວ​ເວົ້າ​ວ່າ, ຄອບ​ຄົວ​ຂອງລາວ​ແຕ່ງ​ແກງ​ກາ​ຣ​ີເພື່ອ​ຕ້ອນ​ຮັບ​ບຸນ​ເຕັດດ​ວານ​ເງາະ, ຈັ່ງ​ຊັ້ນ​ກໍ່​ເອົາ​ສ່ວນ​ໜຶ່ງ​ມາ​ໃຫ້​ອ້າຍນ້ອງທະ​ຫານກິນ​ນຳ​ກັນ.

ທ່ານ​ພັນ​ໂທ ກາວງອກ​ເຄວ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງປ້ອມ​ປ້ອງ​ກັນ​ຊາຍ​ແດນວິງເງືອນໃຫ້​ຮູ້​ວ່າ: ກົມ​ກອງ​ໄດ້​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນຕິດ​ກັບ ​ກຳ​ປູ​ເຈຍ ​ຍາວ​ກ່​ວາ 15 ກິ​ໂລ​ແມັດ. ປັດ​ຈຸ​ບັນ, ກົມ​ກອງ​ໄດ້​ຮັກ​ສາປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 28 ແຫ່ງ​ຢູ່ເຂດ​ຊາຍ​ແດນ. ໄລ​ຍະ​ທີ່​ຜ່ານ​ມາ, ການ​ນຳ​ທຸກ​ຂັ້ນແລະທ້ອງ​ຖິ່ນກໍ​ມີ​ຄວາມ​ເອົາ​ໃຈ​ໃສ່, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ເປັນ​ປະ​ຈຳ, ດັ່ງ​ນັ້ນພະ​ນັກ​ງານ, ນັກ​ຮົບ​ກໍມີຄວາມພາກພູມໃຈ. ກຳ​ລັງ​ຢູ່​ປ້ອມກ​ໍ່​ມີ​ຄວາມ​ອຸ່ນ​ອຽນ​ໃຈ, ລະ​ດົມ​ກັນ​ປະ​ຕິ​ບັ​ດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ.

ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ

ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.

ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19 ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19

ຍ​ສ​ໝ - ຕາມ​ທ່ານຫຽບ​ແລ້ວ, ໜຶ່ງ​ໃນ​ບັນ​ດາ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ໂຄງ​ກາ​ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຍູ້​ໄວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາແມ່ນຍ້ອນຂາດ​ເຂີນແຫຼ່ງ​ສະ​ໜອງວັກ​ຊິນ​ໃນ​ໂລກ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ວັກ​ຊິນ​ ຫວຽດ​ນາມ (VNVC) ກໍໄດ້​ສັ່ງຊື້​ວັກ​ຊິນ​ຂອງ​ບໍ​ລິ​ສັດ AstraZeneca 30 ລ້ານ​ໂດ​ສ​ໃນ​ປີ 2020, ແຕ່​ວ່າ​ແຫຼ່ງ​ສະ​ໜອງ​ຈາກ​ສັນ​ຍານີ້​ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ຖືກ​ຈຳ​ກັດຢູ່.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.