ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ

12:07 | 18/06/2021

ຍສມ - ໃນວັນທີ 16 ມິຖຸນາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM +) ຄັ້ງທີ 8 ໄດ້ໄຂຂຶ້ນດ້ວຍຮູບການທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof, ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີສອງຂອງບຣູໄນ.

ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ
ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ

ຄະນະຜູ້ແທນຫວຽດນາມ ໂດຍ ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເນັ້ນໜັກວ່າ ທຸກຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຫຼັກການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກຢ່າງເຄັ່ງຄັດ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982); ເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ ແລະ ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ; ມີຄວາມອົດກັ້ນຢ່າງສຸດຂີດ, ໂດຍບໍ່ໃຫ້ມີການກະທຳໃດໆທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ສັບສົນໃນທຸກຮູບການ.

ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM +) ຄັ້ງທີ 8. (ພາບ: vnexpress)

ການສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍ ການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ UNCLOS 1982 ຢ່າງຄົບຖ້ວນ ແມ່ນມີຄວາມຈຳເປັນກ່ວາສິ່ງໃດໝົດ, ຄວນປະຕິບັດມະນຸດສະທຳຕໍ່ຊາວປະມົງບໍ່ວ່າຢູ່ໃນສະພາບການຢູ່ທະເລ. ທ່ານລັດຖະມົນຕີ ຟານວັນຢາງ ໄດ້ກ່າວເນັ້ນວ່າ "ການເຮັດສິ່ງນີ້ໄດ້ ຈະເປັນການຢັ້ງຢືນວ່າ ພວກເຮົາເປັນຜູ້ນຳດ້ານປ້ອງກັນປະເທດເພື່ອສັນຕິພາບ".

ກອງປະຊຸມ ADMM + ຄັ້ງທີ 8 ໄດ້ຮັບຮອງເອົາຖະແຫຼງການ Bandar Seri Begawan ຂອງ ADMM + ວ່າດ້ວຍການຊຸກຍູ້ ອາຊຽນ ກຽມພ້ອມເພື່ອອະນາຄົດແຫ່ງສັນຕິພາບ ແລະ ຄວາມວັດທະນາຖາວອນ, ໃນນັ້ນລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມເຈລະຈາ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ອາຊຽນແມ່ນກຳລັງໜູນຊຸກຍູ້ໃນ ADMM +, ຮ່ວມມືກັບບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນ ດ້ວຍຈິດໃຈຍົກສູງຄວາມຮັບຜິດຊອບລວມ ແລະ ມານະພະຍາຍາມ ເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຢ່າງບໍ່ຢຸດຢັ້ງ.

ບັນດາລັດຖະມົນຕີປ້ອງກັນປະເທດໄດ້ເປັນເອກະພາບກ່ຽວກັບຄວາມຈຳເປັນທີ່ຈະຕ້ອງເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີຄວາມອົດກັ້ນຕົນເອງ, ຫລີກລ້ຽງການກະທຳທີ່ເຮັດໃຫ້ສະຖານະການສັບສົນຂຶ້ນຕື່ມ ແລະ ດຳເນີນການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ໂດຍບໍ່ມີການບັງຄັບ, ສອດຄ່ອງກັບກົດໝາຍສາກົນ.

ຖະແຫຼງການຮ່ວມ ໄດ້ຮັບຮູ້ບັນດາສິ່ງທ້າທາຍດ້ານຄວາມປອດໄພແບບບໍ່ເຄີຍມີມາກ່ອນ ທີ່ພາກພື້ນ ແລະ ທົ່ວໂລກ ກຳລັງປະເຊີນຢູ່, ກໍ່ຄືຜົນສະທ້ອນຈາກບັນດາໄພນາບຂູ່ແບບເກົ່າ ແລະ ແບບໃໝ່.

ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ

ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.

ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ

ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ.

ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

ຍສໝ - ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍວັນທີ 29 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະປະຕິເສດຂໍ້ຕົກລົງຂອງຈີນ ກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.