ແຂວງເທື່ອທຽນເຫວ້ ມອບອຸປະກອນການແພດໃຫ້ສອງແຂວງຂອງລາວ

14:31 | 22/06/2021

ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນລາໄລ (ແຂວງກວ໋າງຈີ້), ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ນຳໂດຍທ່ານ ຫງວຽນແທງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ມອບອຸປະກອນການແພດໃຫ້ການນຳສອງແຂວງ ສາລະວັນ ແລະເຊກອງ (ລາວ), ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ
ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ
ແຂວງເທື່ອທຽນເຫວ້ ມອບອຸປະກອນການແພດໃຫ້ສອງແຂວງຂອງລາວ
ແຂວງເທື່ອທຽນເຫວ້ ມອບອຸປະກອນການແພດໃຫ້ສອງແຂວງຂອງລາວ. ພາບ: nhandan.vn.

ແຂວງເທື່ອທຽນເຫວ້ ໄດ້ມອບອຸປະກອນການແພດໃຫ້ ແຂວງ ສາລະວັນ ແລະແຂວງເຊກອງ (ລາວ), ລວມມີ: ຜ້າອັດປາກ 3.000 ກ່ອງ, ຊຸດປ້ອງກັນໂຄວິດ-19 3.300 ຊຸດ, ນໍ້າຢາຂ້າເຊື້ອ 3.000 ຂວດ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 80 ອັນ, ຖົງມືແພດ 6.000 ຄູ່ ດ້ວຍລວມມູນຄ່າ 500 ລ້ານດົ່່ງ.

ການນຳແຂວງສາລະວັນ ແລະແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງອັນລ້ຳຄ່າຂອງແຂວງເທື່ອທຽນເຫວ້ ທີ່ໄດ້ສະຫງວນໃຫ້. ການນຳສອງແຂວງຂອງລາວ ຖືວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຊ່ວຍໃຫ້ບັນດາແຂວງປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ, ພ້ອມທັງຢືນຢັນວ່າພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈກັບແຂວງເທື່ອທຽນເຫວ້ ປ້ອງກັນ, ຕ້ານພະຍາດ ໂຄວິດ-19 ຢ່າງມີປະສິດທິຜົນ.

ທະນາຄານໂລກ ສືບຕໍ່ຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາຫຼັກແຫຼ່ງໃນການຮັບປະກັນຊີວິດສັງຄົມ ທະນາຄານໂລກ ສືບຕໍ່ຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາຫຼັກແຫຼ່ງໃນການຮັບປະກັນຊີວິດສັງຄົມ

ຫວ່າງແລ້ວນີ້, ທີ່ການເຮັດວຽກກັບທ່ານ Carolyn Turk ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ທ່ານ ດ່າວງອັກຢູງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງເຄາະ ແລະສັງຄົມຫວຽດນາມ ສະເໜີທະນາຄານໂລກ ສືບຕໍ່ຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາຫຼັກແຫຼ່ງໃນຂົງເຂດຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາພາກພື້ນ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢ້ຽມຢາມນັກຂ່າວ, ຄອບຄົວນັກຂ່າວອາວຸໂສ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢ້ຽມຢາມນັກຂ່າວ, ຄອບຄົວນັກຂ່າວອາວຸໂສ

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2021), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຂ່າວ ແລະຄອບຄົວນັກຂ່າວອາວຸໂສດີເດັ່ນຈຳນວນໜຶ່ງ.

ໂຄສະນາໝາກລິນຈີ່ສົດຫວຽດນາມ ຢູ່ໂຮນລັງ ໂຄສະນາໝາກລິນຈີ່ສົດຫວຽດນາມ ຢູ່ໂຮນລັງ

ໝາກລິນຈີ່ງວດນີ້ທີ່ໄດ້ນຳມາວາງຂາຍຢູ່ ຮ້ານຊັບພະສິນຄ້າ ແທັງຮຸ່ງ ແມ່ນງວດລິນຈີ່ມາຈາກແຂວງ ແທັງຮ່າ, ແຂວງ ຫາຍເຢືອງ.

ໄຊພອນ

ເຫດການ
302 Found

Found

The document has moved here.