ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ

15:39 | 26/06/2021

ຕອນບ່າຍວັນທີ 24 ມິຖຸນາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດໍາເນີນຜ່ານລະບົບທາງໄກ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ທີ່ມີຕໍ່ຂ່າວໃນມໍ່ໆມານີ້ວ່າໄດ້ຄົ້ນພົບກໍາປັ່ນສືບຂ່າວ ແລະເຮືອບິນຂອງຈີນ ຢູ່ຫາດຫີນຈືເທິບ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະເຈື່ອງຊາ ແມ່ນສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສາກົນ. ທຸກການເຄື່່ອນໄຫວລະເມີດອະທິປະໄຕ, ລະເມີດສິດທີ່ກ່ຽວຂ້ອງຂອງຫວຽດນາມ ຢູ່ໝູ່ເກາະເຈື່ອງຊາ ແມ່ນຜິດກົດໝາຍ ແລະບໍ່ມີຄຸນຄ່າ.

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: “ໃນສະພາບການຢູ່ພາກພື້ນ, ສາກົນຄືໃນປະຈຸບັນ, ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ມີການປະກອບສ່ວນຢ່າງແທດຈິງ ແລະຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ກໍ່ຄືສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)”.

ກ່ຽວກັບເລື່ອງຈີນ ຫວ່າງແລ້ວນີ້ໄດ້ຜັນຂະຫຍາຍໂຄງການຕິດປ້າຍຊື່ເພື່ອແນໃສ່ຮັບຮູ້ຊະນິດພືດຢູ່ໝູ່ເກາະຮວ່າງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ການກະທຳລະເມີດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ, ເຈື່ອງຊາ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ກັບເຂດທະເລຂອງຕົນລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ໄດ້ຮັບການຮັບຮູ້ ແລະຫວຽດນາມ ເດັດດ່ຽວຄັດຄ້ານ”.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.

ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ

ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.

la.qdnd.vn

ເຫດການ
302 Found

Found

The document has moved here.