ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ

14:24 | 15/06/2021

ຍ​ສ​ໝ - ກ່າ​ວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດພິ​ເສດອາ​ຊຽນ - ຈີນຢູ່ຈູງ​ກີງ (ປະ​ເທດ​ຈີນ), ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍໄດ້​ຮຽກ​ຮ້ອງໃຫ້ອາຊຽນແລະຈີນ​ຟື້ນ​ຟູ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ
ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ
ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ

ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍຖື​ວ່າ “ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ທະ​ເລ​ຕາ​ເວັນ​ອອກ​ຂອງພວກ​ເຮົາ​ຈະ​ແມ່ນ​ການທົດສອບ​ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ”. ອິນ​ໂດ​ເນ​ເຊຍພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະ​ຫວ່າງອາ​ຊຽນແລະຈີນ.

ກ່າ​ວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດພິ​ເສດອາ​ຊຽນ - ຈີນຢູ່ຈູງ​ກີງ (ປະ​ເທດ​ຈີນ), ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ ໄດ້​ຮຽກ​ຮ້ອງໃຫ້ອາຊຽນແລະຈີນ​ຟື້ນ​ຟູ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍ ແລ້ວ, ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ທະ​ເລ​ຕ​າ​ເວັນ​ອອກ​ຂອງ​ພວກ​ເຮົາຈະ​ແມ່ນ​ການທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ. ອິນ​ໂດ​ເນ​ເຊຍກະຕຸກຊຸກຍູ້​ທຸກ​ຝ່າຍ​ປະ​ຕິ​ບັດ​ຕາມ​ ຖະ​ແຫຼງ​ການ​ວ່າດ້ວຍການ​ປະ​ພຶດ​ຂອງ​ບັນ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກລວມ​ມີທຸກ​ຝ່າຍ​ປະ​ຕິ​ບັດ​ການ​ອົດ​ກັ້ນ. ບັນ​ດາ​ກຳ​ລັງ​ໜູນ​ຂອງ​ພູ​ມີ​ສາດ​ດ້ານ​ການ​ເມືອງ​ທົ່ວ​ໂລກໃນ​ປັດ​ຈຸ​ບັນ​ພວມ​ໄດ້​ຮັບ​ການ​ພັດ​ທະ​ນາ, ເຊິ່ງຮຽກ​ຮ້ອງ​ໃຫ້​ທຸກ​ປະ​ເທດ​ຕ້ອງ​ປະ​ຕິ​ບັດ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ໃນ​ການ​ແກ້​ໄຂ​ຄວາມ​ແຕກ​ໂຕນ​ ແລະຄວາ​ມ​ຂັດ​ແຍ້ງ​ກັນ.

ການ​ປຶກ​ສາ​ຫາ​ລືກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກທີ່ແກ່​ຍາວ​ມາ​ເປັນ​ເວ​ລາສິບ​ກ່​ວາ​ປີໄດ້​ຮອດ​ໄລ​ຍະ​ທີ 2 ແລ້ວ, ເຖິງ​ຢ່າງ​ໃດ​ກໍ​ຕາມ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ຖືກ​ແກ່​ຍາວ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກໄດ້​ຮັບ​ການ​ສ້າງ​ຂຶ້ນເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ປະ​ເທດທີ່ມີ​ການ​ຂັດ​ແຍ້ງເຂດແດນ​ກັນ​ຢູ່ທະ​ເລ​ຕາ​ເວັນ​ອອກໄດ້ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ຢ່າງ​ເປີດ​ເຜີຍ.

ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ

ຍ​ສ​ໝ - ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ສົມ​ທົບ​ກັນ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກ​າ​ະ​ປີ 2020 ຂອງກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 1 ກັ​ບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ບັນ​ດາ​ແຂວ​ງ​ກ໋​ວາງ​ນິງ, ທ໊າຍ​ບິ່ງ, ນາມ​ດິ້ງ, ເງະ​ອານ, ຮືງ​ອຽນ ແລະ ຕວຽນ​ກວາງ.

ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ

ຍສ​ໝ - ມີ​ຄຳ​ເຫັນຫຼາຍ​ຂໍ້ ກ​ໍ່​​ສະ​ເໜີໃຫ້​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື​ເຊື່ອມ​ຕໍ່​ການ​ເດີນ​ເຮືອ ແລະ ການ​ຄ​້າ​ໃນ​ທະ​ເລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ທະ​ເລ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອ​ດ​ໄພ​ໃນ​ການ​ເດີນ​ເຮືອ

ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ຍ​ສ​ໝ - ທ່ານ Viktor Konstantinov ຮອງ​ສາດ​ສະ​ດາ​ຈານ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Kiev ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ. ຕາມ​ທ່ານ​ ແລ້ວ​, ເຖິງວ່າ​ສານ​ສາ​ກົນ ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ໃນ​ປີ 2016 ໃນ​ເຫດ​ການ​ຂອງ ຟີ​ລິບ​ປິນ​ແລ້ວ​ກໍ່​ຕາມ, ແຕ່​ສະ​ພາບ​ການ ແລະ ຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ປາ​ນ​ໃດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.