ເປັນເຈົ້າການປ້ອງກັນ, ຕ້ານພະຍາດໂຄວິດ-19, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ

16:12 | 12/06/2021

ໃນໄລຍະຜ່ານມາ, ກອງພົນນ້ອຍ 146, ທະຫານເຮືອເຂດ 4 ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຂ້ຽວຂາດ, ເອົາໃຈໃສ່ເຖິງການປະຕິບັດຕາມຄຳເຕື່ອນ "5K" ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ, ກອງພົນນ້ອຍ ໄດ້ ແລະພວມຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືສຸຂະພາບຂອງພະນັກງານ, ນັກຮົບ, ສ້າງປະຖົມປັດໄຈສຳຄັນເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດ...

ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ
ເພີ່ມທະວີການສົມທົບຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ ເພີ່ມທະວີການສົມທົບຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ
ກຳລັງແພດທະຫານແທກອຸນຫະພູມຮ່າງກາຍໃຫ້ຜູ້ແທນທີ່ມາຢ້ຽມຢາມເກາະນາມອຽດ. ພາບ: ຮ່ວາງຈ້ຽວ.
ກຳລັງແພດທະຫານແທກອຸນຫະພູມຮ່າງກາຍໃຫ້ຜູ້ແທນທີ່ມາຢ້ຽມຢາມເກາະນາມອຽດ. ພາບ: ຮ່ວາງຈ້ຽວ.

ບັນດາກົມກອງຂອງກອງພົນນ້ອຍ 146 ສ່ວນຫຼາຍໄດ້ຕັ້ງທັບຢູ່ຕາມເກາະທີ່ຂຶ້ນກັບເມືອງເກາະເຈື່ອງຊາ, ແຂວງແຄ໊ງຮວ່າ. ເວົ້າເຖິງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ກົມກອງ, ທ່ານພັນເອກ ຟ້າມຊວນຈູງ, ຫົວໜ້າກອງບັນຊາການທະຫານເມືອງເກາະເຈື່ອງຊາ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບການກໍ່ຄືບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເປັນປະຈໍາ, ພ້ອມທັງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂດຍສະເພາະແມ່ນຄໍາເຕືອນ "5K". ພະນັກງານ, ນັກຮົບຢູ່ເກາະບໍ່ໄດ້ປະໝາດ, ບໍ່ໄດ້ລະເລີຍ ກໍ່ຄືບໍ່ຫວາດຫວັ່ນຕໍ່ການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ຕັດສິນໃຈເຮັດສໍາເລັດໜ້າທີ່ໃນທຸກກໍລະນີ”. ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ ເລດິ່ງຫ໋າຍ, ຮອງຫົວໜ້າກອງພົນນ້ອຍ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານພະຍາດໂຄວິດ-19 ກອງພົນນ້ອຍ 146 ແບ່ງປັນວ່າ: ເພື່ອບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລະບາດເຂົ້າເກາະ, ທຸກກໍາລັງທີ່ມາປະຕິບັດງານຢູ່ຕາມກົມກອງທີ່ຕັ້ງທັບຢູ່ເມືອງເກາະເຈື່ອງຊາ ຕ້ອງໄດ້ກວດເຊື້ອ SARS-CoV-2 ແລະຕ້ອງມີຜົນກວດເປັນລົບ ແລະເມື່ອໄປຮອດເກາະຕ້ອງປະຕິບັດການແຍກປ່ຽວຕາມຂ້ໍກຳນົດ”.

ບໍ່ພຽງແຕ່ໝູນໃຊ້ຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດຕໍ່ກັບພະນັກງານ, ນັກຮົບ ຫຼືຄະນະຜູ້ແທນທີ່ໄປປະຕິບັດງານ, ຢ້ຽມຢາມເກາະເທົ່ານັ້ນ, ແຕ່ຊາວປະມົງ, ພະນັກງານ, ນັກຮົບຢູ່ຕາມເກາະ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອທັງຮັບປະກັນການປ້ອງກັນພະຍາດ, ທັງສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນອອກໄປຫາປາ, ຫາສິນທະເລ, ຢັ້ງຢືນອະທິປະໄຕ. ຢູ່ເຂດຫາປາເຈື່ອງຊາ, ຊາວປະມົງທີ່ອອກໄປຫາປາຢູ່ໄກຝັ່ງ ເມື່ອເຈັບເປັນເອັນອຸ່ນ ຫຼືຕ້ອງການນ້ຳດື່ມ, ອາຫານກໍ່ຈະເຂົ້າໄປຍັງເກາະທີ່ຂຶ້ນກັບກອງພົນນ້ອຍ 146 ເພື່ອໄດ້ຮັບການໜູນຊ່ວຍ. ເພາະສະນັ້ນ, ຢູ່ຕາມເກາະແຫ່ງຕ່າງໆຈຶ່ງໄດ້ສ້າງຕັ້ງໜ່ວຍປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຈັດຕັ້ງສູນຈຳກັດບໍລິເວນສະເພາະ, ກຽມພ້ອມປະຕິບັດການແຍກປ່ຽວໃຫ້ຊາວປະມົງທີ່ສົງໄສວ່າຕິດເຊື້ອ. ທ່ານໝໍ ຫງວຽນແອັງເວິນ, ຢູ່ສຸກສາລາເກາະເຊີນກາ ໃຫ້ຮູ້ວ່າ: “ຊາວປະມົງທີ່ໄປຫາປາຢູ່ໄກຝັ່ງມັກຈະເຂົ້າມາເກາະເມື່ອມີວຽກຈຳເປັນ. ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍໜ່ວຍແພດເພື່ອເຮັດວຽກງານພົ່ນຢາຂ້າເຊື້ອ, ວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບເມື່ອຊາວປະມົງຂຶ້ນທ່າເຮືອ...”. ຄຽງຂ້າງນັ້ນ, ແພດທະຫານທີ່ຢູ່ຕາມເກາະແຫ່ງຕ່າງໆກໍ່ດຳເນີນການກວດກາ, ຕິດຕາມອາການສຸຂະພາບຂອງທະຫານ ແລະປະຊາຊົນຢູ່ເກາະຢ່າງເປັນປົກກະຕິ, ກຽມພ້ອມແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ.

ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ທຸກກົມກອງສັງກັດກອງພົນນ້ອຍ 146 ທີ່ຕັ້ງທັບຢູ່ເກາະແຫ່ງຕ່າງໆລ້ວນແຕ່ດຳເນີນການພົ່ນຢາຂ້າເຊື້ອຢູ່ກົມກອງເປັນປະຈຳໄລຍະ. ແພດທະຫານທີ່ປະຈຳຢູ່ເກາະແຫ່ງຕ່າງໆນັ້ນໄດ້ເປັນເຈົ້າການແນະນຳໃຫ້ທະຫານປະຕິບັດການນຳໃຊ້ຜ້າອັດປາກ-ອັດດັງ ຖືກຕາມວິທີ ແລະລ້າງມືກ່ອນເວລາກິນເຂົ້າ, ພິເສດແມ່ນຕ້ອງເຮັດອະນາໄມສິ່ງແວດລ້ອມ, ອະນາໄມຮ່າງກາຍເພື່ອຮັກສາສຸຂະພາບ, ເພີ່ມພູມຕ້ານທານໃຫ້ທະຫານ.

ເຖິງວ່າສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ຫຼາຍທ້ອງຖິ່ນກໍ່ຕາມ, ແຕ່ວ່າດ້ວຍມາດຕະການຢ່າງຄົບຊຸດ, ການເປັນເຈົ້າການ, ຂ້ຽວຂາດໃນການປະຕິບັດ, ກອງພົນນ້ອຍ 146 ໄດ້ ແລະພວມຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ເພື່ອໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ -19 ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ, ທ່ານພັນເອກພິເສດ ເລດິ່ງຫ໋າຍ ແບ່ງປັນວ່າ: “ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນເທິງ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໂດຍສະເພາະແມ່ນໄດ້ຮັບການສະໜອງຊຸດວິເຄາະໂຄວິດ-19 ໃຫ້ຜົນໄວ; ເພີ່ມທະວີວຽກງານຝຶກແອບ, ບຳລຸງສ້າງພາລະກອນການແພດ; ມີຄວາມເປັນເອກະພາບກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຕາມເກາະທີ່ຂຶ້ນກັບເມືອງເກາະເຈື່ອງຊາ...”.

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ...

ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ...

la.qdnd.vn

ເຫດການ
302 Found

Found

The document has moved here.