ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ

14:52 | 05/06/2021

ຍ​ສ​ໝ - ໃນ​ໝູ່​ເກາະ​ເຈື່ອງ​ຊາ, ປັດ​ຈຸ​ບັນ, ມີ​ເກາະ​ຈຳ​ນວນ​ໜຶ່ງ​ໄດ້​ມີ​ຊ່ອງ​ທາງ​ເດີນ​ເຮືອ​ແລ້ວ ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ ເຮືອນ​ລວມ ທ່າມ​ກາງ​ທະ​ເລ ​ເພື່ອຊ່ວຍໃຫ້​ຊາວ​ປະ​ມົງ​ໜີ​ພາ​ຍຸ.

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ
ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ
ພາບ​ປະ​ກອບ: TTXVN

ໃນ​ຊຸມ​ວັນ​ຕົ້ນ​ເດືອນ ພຶດ​ສະ​ພາ 2021, ກ່ຳ​ປັ່ນ​ດຶດ​ປາ​ມຶກ ໝາຍ​ເລກ QNg 90585 TS ຂອ​ງ​ຊາວ​ປະ​ມົງ ກ໋​ວາງ​ງາຍ​ ລອຍ​ເຂົ້າ ຊ່ອງ​ທາງເດີນ​ເຮືອ ຂອງ ເກາະ​ຊອງ​ຕືໄຕ (ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ). ເຂົ້າ​ທຽບ​ທ່າ​ຢ່າງ​ປອດ​ໄພ​ຢູ່​ໃນ​ຊ່ອງ​ທາງ​ເດີນເຮືອ, ອ້​າຍ ຫງວຽນ​ແທັງຊາວ​ປະ​ມົງແຂວງ​ກ໋​ວາງ​ງາຍ, ເຈົ້າ​ຂອງ​ກ່ຳ​ປັ່ນ ໃຫ້​ຮູ້​ວ່າ: ພາຍຫຼັງ​ການ​ຫາ​ປາ​ຢູ່​ທະ​ເລ​ມາ​ເປັນ​ເວ​ລາກ່​ວາ 1 ເດືອນ, ກ່ຳ​ປັ່ນ​ຕ້ອງເຂົ້າ​ທຽບ​ທ່າ​ຢູ່ທີ່ນີ້ ເພື່ອ​ເພີ່ມ​ນ້ຳ​ມັນ ແລະ ເຄື່ອງ​ຂອງ​ຈຳ​ເປັນ ຈຳ​ນວນ​ໜຶ່ງ​ຄື: ສະ​ບຽງ​ອາ​ຫານ, ນ້ຳຈືດ ເພື່ອ​ສືບ​ຕໍ່​ອອກ​ໄປ​ທະ​ເລ. “ຊ່ອງ​ທາງ ເດີນເຮືອ​ ເກາະຊອງ​ຕື​ໄຕ ແລະ ບັນ​ດາ​ເກາະ​ຕ່າງໆ ແມ່ນ​ສະ​ຖານ​ທີ່ ທີ່​ຊາວ​ປະ​ມົງ​ມາ​ເຂົ້າ​ທຽບ​ທ່າ​ເປັນ​ປະ​ຈຳ ເພື່ອ​ ທັງເພີ່ມ​ເຊື້ອເພີງ ແລະ ບັນ​ດາ​ບໍ​ລິ​ການ​ຕ່າງໆ, ທັງ​ກໍ່​ເປັນ​ສະ​ຖານ​ທີ່ຫຼີກ​ໜີ​ທີ່​ມີ​ຄວາມ​ປອດ​ໄພ ໃຫ້​ແກ່​ການ​ເດີນ​ເຮືອ​ຫາ​ປາ​ໄກ​ຝັ່ງ​ໃນໄລ​ຍະ​ຍາວ​”, ອ້າຍ ຫງວຽນ​ແທັງ​ ໃຫ້​ຮູ້​ວ່າ:

ຢູ່​ ເກາະ​ດ໊າ​ໄຕ​ອາ ໃນ​ວັນ​ຕົ້ນ​ເດືອນ​ພຶດ​ສະ​ພາ, ມີ​ກ່ຳ​ປັ່ນ​ຫາ​ປາ 100 ລຳ​ ຂອງ​ຊາວ​ປະ​ມົງ ຫວຽດ​ນາມ ພວມ​ເຂົ້າ​ທຽບ​ທ່າ​ໃນ​ຊ່ອງ​ທາງ ທັງ​ສ້ອມແປງ​ທັງ​ເພີ່ມ​ເຊື້ອ​ເພິງ, ສະ​ບຽງ​ອາ​ຫານ, ນ້ຳ​ຈືດ, ແລະ ເພີ່ມ​ເຕີມ​ນ້ຳ​ກ້ອນ​ເພື່ອ​ຮັກ​ສາ​ສິນທະ​ເລ, ອ້າຍ ຫວໍ​ວັນ​ຢື້ ເຈົ້າ​ຂອງ ກ່ຳ​ປັ່ນNT 91007 TS ແບ່ງ​ປັນ​ວ່າ: “ນີ້​ແມ່ນ​ເຂ​ດ​ຫາ​ປາ​ທີ່​ມີ​ແຕ່​ດົນ​ນານ ຂອງ​ຊາວ​ປາ​ມົງ​ນິງ​ຖ້ວນ. ໂດຍ​ເປັນ​ຊາວ​ປະ​ມົງ​ທີ່​ຫາ​ປາ​ໄຫ​ຝັ່ງ, ນັບ​ແຕ່​ວັນ​ທີ່​ບັນ​ດາ​ຊ່ອງ​ທາງ​ເດີນເຮືອ ຢູ່​ໝູ່​ເກາະ​ເຈື່ອງ​ຊາໄດ້​ຮັບ​ການ​ກໍ່​ສ້າງ​, ພວກ​ຂ້າ​ພະ​ເຈົ້າ​ຍິ່ງ​ມີ​ຄວາມ​ອຸ່ນ​ອຽນ​ໃຈ ເພື່ອ​ຫາ​ປາ​ຢູ່​ທະ​ເລ.

ຕາມ​ອ້າຍ​ຢຶແລ້ວ, ເຂດ​ຫາ​ປາເຈື່ອງ​ຊາ​ແມ່ນ​ເຂດ​ຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ປະ​ມົງຫວຽດ​ນາມເວົ້າ​ລວມແລະຊາວ​ປະ​ມົງ​ນິງ​ຖ້ວນ​ເວົ້າ​ສະ​ເພາະ. ການ​ເດີນ​ທາງ​ຫາ​ປາແຕ່​ລະ​ຖ້ຽວ​ຢູ່​ເຈື່ອງ​ຊາ​ມັກ​ແກ່​ຍາວ​ເປັນ​ເວ​ລາ 2 ເດືອນ.

“ນັບ​ແຕ່​ເວ​ລາ​ມີ​ຊ່ອງ​ທາງ​ເດີນ​ເຮືອ ແລະ ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ໃນ​ເກາະ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ເພື່ອ​ອອກ​ຫາ​ປາ​ຢູ່​ທະ​ເລ​ກ່​ວາ​ເກົ່າ. ບັນ​ດາ​ການ​ບໍ​ລິ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຫາ​ປາ ໄດ້​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ປະ​ຢັດ​ໄດ້ຫຼາຍ​ພໍ​ສົມ​ຄວນ​ກ່ຽວ​ກັບ​ເຊື້ອ​ເພິງ, ສະ​ບຽງ​ອາ​ຫານ, ນ້ຳ​ຈືດ. ຖ້າ​ຫາກວ່າ​ຄື​ແຕ່​ກ່ອນ, ບັນ​ດ​າ​ສິ່ງນີ້​ລ້ວນ​ແຕ່​ຕ້ອງ​ກັບ​ຄືນ​ເມືອ​ຝັ່ງ​ເພື່ອ​ນຳ​ເອົາ, ແຕ່​ປັດ​ຈຸ​ບັນ ຢູ່​ໃນ​ເກາະ​ກໍ່​ມີ​ແລ້ວ. ຄ່າ​ການ​ບໍ​ລິ​ການ​ໃນ​ເກາະ​ກໍ່​ເທົ່າ​ກັບ​ຄ່າ​ຢູ່​ດິນ​ຕໍ່​ແຜ່ນ ດັ່ງ​ນັ້ນ​ມີ​ຄວາມ​ສະ​ດວກ ແລະ ປະ​ຢັດ​ຄ່​າ​ໃຊ້​ຈ່າຍຫຼາຍ​ຢ່າງ​ໃຫ້​ແກ່​ແຕ່​ລະ​ຖ້ຽວ.” ອ້າຍ​ຢຶ​ໃຫ້​ຮູ້​ຕື່ມ​ອີກ.

ທ່ານຫງວຽນ​ຊວັນ​ເມີຍ, ເຈົ້າ​ຂອງເຮືອ ດ໊າ​ໄຕ 03 ຜູ້​ຮັບ​ຜິດ​ຊອບສູນ​ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ອາ​ຊີບ​ຫາ​ປາເກາະ​ດ໊າ​ໄຕ (ສັງ​ກັດກະ​ຊວງ​ກະ​ສິ​ກຳ ແລະພັດ​ທະ​ນາ​ຊົນ​ນະ​ບົດ) ໃຫ້​ຮູ້​ວ່າ: ສູນກ​ານ​ບໍ​ລິ​ການ​ພະ​ລາ​ທິ​ການ​ອະ​ຊີບ​ຫາ​ປາ​ເກາະ​ດ໊າ​ໄຕແມ່ນ​ສະ​ຖານ​ທີ່​ສະ​ໜອ​ງ​ການ​ບໍ​ລິ​ການ​ທີ່​ຈຳ​ເປັນ, ສະ​ບຽງ​ອາ​ການ, ທັນ​ຍະ​ຫານ, ເຊື້ອ​ເພິງ, ນ້ຳ​ມັນ… ຮັບ​ໃຊ້​ໃຫ້​ແກ່​ຊາວ​ປະ​ມົງຢູ່​ເຂດ​ຫາ​ປາເຈື່ອງ​ຊາ. “ສູນ​ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ອາ​ຊີບ​ຫາ​ປາໃນ​ເກາະ​ຍາມ​ໃດ​ກໍ່​ຍົກ​ສູງ​ຈິດ​ໃຈ​ໜູນ​ຊ່ວຍ, ຮັບ​ໃຊ້​ຊາວ​ປະ​ມົງ, ເຮັດ​ໃຫ້​ຊາວ​ປະ​ມົງ​ອຸ່ນ​ອ່ຽນ​ໃຈເມື່ອ​ໄປ​ຫາ​ປາ​ຢູ່​ທະ​ເລ. ເມື່ອບັນ​ດາ​ກ່ຳ​ປັ່ນ​ຂອງ​ຊາວ​ປະ​ມົງ​ປະ​ສົບ​ກັບ​ບັນ​ດາ​ບັນ​ຫາ, ເປ​ເພຕ້ອງ​ໄດ້​ຮັບ​ການ​ສ້ອມ​ແປງ, ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ໜູນ​ຊ່ວຍ​ຊາວ​ປະ​ມົງຫຼາຍ​ທີ່​ສຸດ, ສ້ອມ​ແປງ​ໂດຍ​ບໍ່​ເສຍ​ຄ່າ. ຄ່າ​ການ​ບໍ​ລິ​ການ​ຄື​ນ້ຳ​ມັນ, ສະ​ບຽງ​ອາ​ຫານ, ທັນ​ຍະ​ຫານພຽງ​ແຕ່​ເທົ່າກັບ​ລາ​ຄາ​ຢູ່​ດິນ​ຕໍ່​ແຜ່ນ. ພໍ່​ແມ່​ປະ​ຊາ​ຊົນ​ເຂົ້າ​ຊ່ອງ​ທາງ​ເດີນ​ເຮືອຈະ​ໄດ້​ຮັບ​ການ​ສະ​ນອງ​ນ້ຳ​ຈືດແລະຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ”.

ຕາມ​ທ່ານ​ພັນ​ໂທ ຫງວຽນ​ດິ່ງ​ຢຸງ, ຜູ້​ບັນ​ຊາ​ການ​ເກາະ​ດ໊າ​ໄຕອາ​ແລ້ວ, ປີ 2020 ແລະ ໄຕ​ມາດ​ທີ I ປີ 2021, ສູນ​ສາ​ທາ​ລະ​ນະ​ສຸກ ໃນ​ເກາະ ໄດ້​ກວດ​ພະ​ຍາດ ແລະ ປິ່ນ​ປົວໃຫ້​ແກ່ 1.587 ກໍ​ລະ​ນີ, ໃນ​ນັ້ນ​ມີ ຊາວ​ປະ​ມົງ​ກ່​ວາ 1.200 ຄົນ. ເກາະ​ດ໊າ​ໄຕ​ອາ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ກ່ຳ​ປັ່ນ​ຫາ​ປາ ຂອງ​ຊາວ​ປະ​ມົງ​ໄປ​ຂຸດ​ຄົ້ນ​ສິນ​ທະ​ເລ ກ່​ວາ 2.700 ເທື່ອ, ໜູນ​ຊ່ວຍ​ຊາວ​ປະ​ມົງ​ເຂົ້າ​ສານ, ນ້ຳ​ຈືດ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ ເມື່ອ​ກ່ຳ​ປັ່ນ​ເຂົ້າ​ຊ່ອງ​ທາງ​ເດີນ​ເຮື​ອ​ໜີ​ພາ​ຍຸ. ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາ​ມ​ປະ​ທັບ​ໃຈ, ນ້ຳ​ໃຈ​ອັນ​ດີ​ງາມ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ. ນີ້​ກໍ່​ແມ່ນ​ຈຸດ​ອ້າງ​ອີງ​ທີ່​ໝັ້ນ​ແກ່ນ​ເພື່ອ​ໃຫ້​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ທະ​ເລ.

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ

ຍ​ສ​ໝ -ຫວຽດ​ນາມ ໄດ້, ພວມ ແລະ ຈະ​ສຳ​ຜັດ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ສາ​ກົນ ເພື່​ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ.

ກອງ​ບັນ​ຊາດ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ ມອບ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ບັນ​ຊາດ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ ມອບ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ພົນ​ຈັດ​ຕະ​ວາ ຫງວຽນ​ກ໊ວກ​ຢວດ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ຄະ​ນະ​ພັກນະ​ຄອນ, ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ​ສາ​ທາ​ລະ​ນະ​ສຸກ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.