ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ

17:47 | 29/06/2021

ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ, ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ມີການພົບປະກັບທ່ານພົນໂທ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ
ບັນຍາກາດທີ່ການພົບປະ. ພາບ: ຮວ່າງຫວູ.

ທີ່ການພົບປະ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ເຫັນດີເປັນເອກະພາບຖືວ່າໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19, ສອງຝ່າຍໄດ້ເປັນເຈົ້າການສົມທົບກັນ, ຜັນຂະຫຍາຍແຜນການຮ່ວມມືປີ 2021 ເປັນຢ່າງດີ. ບົນພື້ນຖານຜົນການເຈລະຈາທາງໄກລະຫວ່າງລັດຖະມົນຕີສອງທ່ານໃນເດືອນພຶດສະພາ ປີ 2021, ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດສອງປະເທດ ໄດ້ຜັນຂະຫຍາຍເນື້ອໃນທີ່ໄດ້ເຫັນດີເອກະພາບຢ່າງຄົບຖ້ວນ ແລະມີປະສິດທິຜົນ.

ສອງຝ່າຍເຫັນດີເປັນເອກະພາບກັນວ່າໃນໄລຍະຈະມາເຖິງ ຈະສຸມໃສ່ວຽກງານກະກຽມເພື່ອຜັນຂະຫຍາຍເນື້ອໃນຮ່ວມມືເມື່ອສະພາບການສະດວກ ເຊິ່ງລວມມີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການເຄື່ອນໄຫວລວມລະຫວ່າງກອງທັບສອງປະເທດ, ຝຶກອົບຮົມ; ສືບຕໍ່ຊີ້ນໍາກໍາລັງທີ່ກ່ຽວຂ້ອງຂອງສອງປະເທດຢູ່ເຂດຊາຍແດນ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືອາດຊະຍາກໍາຂ້າມຊາດ ຜ່ານການລາດຕະເວນ, ຄວບຄຸມດ່ານຊາຍແດນ, ດ່ານທ້ອງຖິ່ນ, ດ່ານປະເພນີຢ່າງເຄັ່ງຄັດ, ສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ. ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຈັດສົ່ງຊ່ຽວຊານໄປແບ່ງປັນບົດຮຽນ ກໍ່ຄືໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ລາວ ເມື່ອກະຊວງປ້ອງກັນປະເທດລາວ ມີຄວາມຕ້ອງການ.

ຕອນບ່າຍວັນດຽວກັນ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ມີການພົບປະກັບທ່ານພົນເອກ ໂງຊວນລິກ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.