ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982

11:53 | 28/06/2021

ຍສໝ - ກອງປະຊຸມຄັ້ງທີ 31 ຂອງບັນດາປະເທດສະມາຊິກ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1982 ໄດ້ຈັດຂຶ້ນທີ່ສຳນັກງານອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ສະຫະລັດອາເມລິກາ (ແຕ່ວັນທີ 21-25 ມິຖຸນາ).

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ
ຫວຽດນາມ: ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບຕະຫຼອດໄປໃນທະເລຕາເວັນອອກ ຫວຽດນາມ: ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບຕະຫຼອດໄປໃນທະເລຕາເວັນອອກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ວ່າ UNCLOS 1982 ແມ່ນໂຄງຮ່າງຮອບດ້ານດັດປັບທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ເສລີພາບໃນການເດີນທະເລ, ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ແລະ ການປະຕິບັດໂຄງການດຳເນີນງນ 2030 ເພື່ອການພັດທະນາແບບຍືນຍົງ.

ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຄວາມພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ການເຈລະຈາກ່ຽວກັບການແບ່ງເສັ້ນເຂດແດນທະເລ ກັບບັນດາປະເທດໃນພາກພື້ນ, ປົກປັກຮັກສາສະພາບແວດລ້ອມໃນທະເລ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃນການຮັກສາຄວາມປອດໄພໃນການເດີນທະເລ, ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ຮັບການກຳນົດ ແລະ ບໍ່ໄດ້ຮັບການປັບປຸງ, ພັດທະນາເສດຖະກິດທະເລ.

ກໍ່ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ຢັ້ງຢືນຄືນວ່າ ທຸກໆການຂັດແຍ້ງຕ້ອງໄດ້ຮັບການແກ້ໄຂ ດ້ວຍບັນດາມາດຕະການໂດຍສັນຕິວິທີ ບົນພື້ນຖານການເຄົາລົບກົດໝາຍສາກົນ, ໃນນັ້ນມີກົດບັດສະຫະປະຊາຊາດ ແລະ UNCLOS 1982, ເຄົາລົບບັນດາວິທີການທາງການທູດ ແລະ ນິຕິກຳ, ບໍ່ນຳໃຊ້ກຳກຳລັງອາວຸດ ຫຼື ນາບຂູ່ຈະໃຊ້ກຳລັງອາວຸດ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບຫຼາຍເຫດການທີ່ເກີດຂຶ້ນຢູ່ທະເລຕາເວັນອອກວ່າງມໍ່ໆມານີ້, ເຊິ່ງໄດ້ລະເມີດຢ່າງຮ້າຍແຮງຕໍ່ສິດອະທິປະໄຕ ແລະ ອຳນາດພິພາກສາຂອງຫວຽດນາມ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງອົດກັ້ນໃຈ, ບໍ່ໃຫ້ຫັນເປັນການທະຫານ ຫຼື ດຳເນີນການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນ, ເພີ່ມທະວີການຂັດແຍ້ງ, ສົ່ງຜົນກະທົບຕໍ່ຄວາມປອດໄພໃນການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ, ນາບຂູ່ສັນຕິພາບແລະ ສະຖຽນລະພາບໃນພາກພື້ນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສ້າງປະມວນກົດໝາຍການປະພຶດ (COC) ໃຫ້ສຳເລັດໂດຍໄວ, ດ້ວຍເນື້ອໃນທີ່ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.