ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະ ຊວງສາທາລະນະສຸກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.
ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ໄດ້ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ.
ຍສໝ - ໂຄງການ Aus4Innovation ແມ່ນໂຄງການຮ່ວມມືໃນຂອບເຂດຂໍຕົກລົງການພົວພັນຮ່ວມມືປ່ຽນແປ່ງໃໝ່ປະດິດຄິດສ້າງ ອົດສະຕາລີ - ຫວຽດນາມ. ບ້ວງເງິນໜູນຊ່ວຍ 3,5 ລ້ານໂດລາ ອົດສະຕາລີ ໄດ້ຍົກຍອດຈຳນວນງົບປະມານຂອງ Aus4Innovation ຂຶ້ນເຖິງ 13,45ລ້ານໂດລາ ອົດສະຕາລີ.
ຍສໝ - ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ.
ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.
ຍສໝ - ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ບຣາຊິນ, ກ່າວຄຳເຫັນທີ່ເຫດການ, ທ່ານນາງ ພ້າມທິກິມຮວາຢັ້ງຢືນວ່າ, ຫວຽດນາມຕີລາຄາສູງບົດບາ, ທີ່ຕັ້ງນັບມື້ນັບເພີ່ມຂຶ້ນຂອງ ບຣາຊິນບົນເວທີສາກົນ, ຖືການເພີ່ມທະວີເປີດກ້ວາງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຕະຫຼອດໄລຍະ 30 ປີຜ່ານມາ, ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 8 ພຶດສະພາ 1989 ເປັນສຳຄັນ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງສາສະດາຈານ, ປະລິຍາເອກ ຫງວຽນວຽດຖ໋າວ ໄດ້ຍົກໃຫ້ເປັນຢ່າງຈະແຈ້ງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ພາຍຫຼັງ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່, ເນັ້ນໜັກວ່າພາລະກິດແຫ່ງການປ່ຽນແປງໃໝ່ໄດ້ນຳມາເຊິ່ງ ໜ້າຕາໃໝ່ໃຫ້ແກ່ຫວຽດນາມ ທີ່ມີຂະໜາດ ແລະ ຄວາມໝາຍດ້ານປະຫວັດສາດອັນຍິ່ງໃຫຍ່.
ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ.
ຍສໝ - ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ.
ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ກ່ຽວກັບບົດບາດຂອງ ຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021, ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ຕີລາຄາສູງ ບົດບາດຕັ້ງໜ້າກໍ່ຄືກາລະໂອກາດຮ່ວມມືກັບຫວຽດນາມ.
ວາລະປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ປະເທດສັງເກດການ ສປຊ, ໃນນັ້ນມີທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫຼາຍປະເທດ.
UNICEF ປະຈຳ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງບັນຫາທີ່ກ່ຽວຂ້ອງເຖິງສິດທິເດັກເພື່ອສໍາເລັດແຜນການຮ່ວມມື 5 ປີລະຫວ່າງ UNICEF ແລະຫວຽດນາມ...
ຍສໝ - ທ່ານວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງກວ໋າງບິ່ງ ທີ່ມີຕໍ່ແຂວງຄໍາມ່ວນ.
ຍສໝ - ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ.
ຍສໝ - ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ.
ຍສໝ - ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ, ຊົມເຊີຍຜົນງານພົວພັນຕ່າງປະເທດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ໃນນັ້ນມີການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຕີລາຄາສູງບົດບາດນັບມື້ນັບພົ້ນເດັ່ນຂອງຫວຽດນາມ ໃນເວທີສາກົນ ແລະຢູ່ພາກພື້ນ.
ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ.
ຍສໝ - ທີ່ການເຮັດວຽກ, ທ່ານຈິ້ງກວັກແຄ໊ງ ກໍ່ໄດ້ແນະນຳກ່ຽວກັບທ່ານ ດັ່ງມິງຄອຍ ບັນດາຄວາມສະດວກ ກໍ່ຄືຄວາມທຸກຍາກໃນການເຄື່ອນໄຫວຂອງສະມາຄົມ ແລະ ຄູ່ຮ່ວມມືແມ່ນ ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ.
ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ຍສໝ - ຕາມກະຊວງການຕ່າງປະເທດ, ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການເຈລະຈາ ຢູ່ນະຄອນ Bogor (ອິນໂດເນເຊຍ). ຕາມນັ້ນແລ້ວ, ທັງສອງຝ່າຍເຫັນດີໃຫ້ສຳເລັດການເຈລະຈາໂດຍໃວ ກ່ຽວກັບເຂດແດນເຂດເສດຖະກິດສິດພິເສດ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ປາດຖະໜາວ່າ ສອງພັກ, ສອງປະເທດຫວຽດນາມ ແລະ ຈີນ ຈະສືບຕໍ່ມານະພະຍາຍາມຮັກສາສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຊຶ່ງກັນ ແລະ ກັນ.
ຫວ່າງມໍ່ໆນີ້, ໂດຍໄດ້ຮັບການສະໜັບສະໜູນ ຈາກສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ, ສະມາຄົມກາແດງແຂວງ ຫວິງລອງ ໄດ້ລະດົມເງິນ ຫຼາຍກວ່າ 80 ລ້ານດົ່ງ ເພື່ອສະໜັບສະໜູນຫ້ອງອ່ານໜັງສືສຳລັບໂຮງຮຽນໃນແຂວງ ຫວິງລອງ - ຫວຽດນາມ.
ໃນວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ 113 ຄົນ, ສູງສຸດ ຕັ້ງແຕ່ມີການລະບາດຂອງເຊື້ອ ມາແຕ່ປີ 2020, ຜູ້ຕິດເຊື້ອສະສົມລວມ 436 ຄົນ ແລະ ເສຍຊີວິດ 0 ຄົນ.
ຮຸ່ງເຊົ້າວັນທີ 24 ເມສາ, ເຮືອບິນ C-17 ຂອງທະຫານອາກາດລາດຊະວົງອົດສະຕາລີ ໄດ້ບັນທຸກສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 32 ຄົນ ຈາກ ສ.ຊູດັງໃຕ້ ກັບເມືອປະເທດຄັ້ງທີ 2, ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນສາກົນໂນ້ຍບ່າຍ. ກ່ອນໜ້ານັ້ນ, ສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 31 ຄົນ ໄດ້ກັບເມືອປະເທດໃນຄັ້ງທີ 1 ຢ່າງປອດໄພແລ້ວ.
ຍສມ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ.
ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.
ຍສໝ - ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບ ປະເທດບຣູໄນ, ພ້ອມທັງຢືນຢັນວ່າ ຫວຽດນາມຈະສະໜັບສະໜູນບົດບາດເປັນປະທານອາຊຽນ 2021 ຂອງບຣູໄນ.
ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ເນື່ອງໃນໂອກາດເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ເປັນຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ, ວັນທີ 23 ເມສາ, ເວັບໄຊຂອງວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ (Eurasia Review) ໄດ້ລົງບົດຂຽນສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນຍຸດທະສາດທີ່ນັບມື້ນັບພັດທະນາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.
ເປັນຄັ້ງທຳອິດຫວຽດນາມ ມີກ່ຳປັ່ນຄົ້ນຄວ້າທະເລ ແລະ ເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອຢາງປລາດຕິກມະຫາສະມຸດ.