ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

06:22 | 30/04/2021

ຍສໝ - ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ.

ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ
ສູ້​ຊົນຍົກ​ວົງ​ເງ​ິນ​ສົ່ງ​ອອກ​ຂອງ​ຂະ​ແໜງ​ກຸ້ງ ຫວຽດ​ນາມ ໃຫ້​ບັນ​ລຸ 4 ຕື້ USD ໃນ​ປີ 2021 ສູ້​ຊົນຍົກ​ວົງ​ເງ​ິນ​ສົ່ງ​ອອກ​ຂອງ​ຂະ​ແໜງ​ກຸ້ງ ຫວຽດ​ນາມ ໃຫ້​ບັນ​ລຸ 4 ຕື້ USD ໃນ​ປີ 2021
ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ USD, ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ພາບປະກອບ.

ກ່ຽວກັບການແລກປ່ຽນການຄ້າລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ວົງເງິນສົ່ງອອກຂອງຫວຽດນາມ ໄປລາວ ບັນລຸ 159,6 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 2,4% ໃນຍອດການສົ່ງອອກຂອງຫວຽດນາມໄປຍັງອາຊຽນ. ບັນດາສີນຄ້າຕົ້ນຕໍ່ທີ່ຍົກອອກລວມມີ: ເຫຼັກກ້າ, ເຄື່ອງຈັກ, ອຸປະກອນ. ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ. ບັນດາຜະລິດຕະພັນນຳເຂົ້າຕົ້ນຕໍແມ່ນ: ຢາງພາລາ ໄມ້ ແລະ ຜະລິດຕະພັນຈາກໄມ້, ຝຸ່ນຫຼາຍຊະນິດ. ການນຳເຂົ້າເກີນດຸນຂອງຫວຽດນາມ ຈາກລາວບັນລຸ 19,4 ລ້ານ ໂດລາສະຫະລັດ, ຫຼຸດລົງ 182% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ເມື່ອບໍ່ດົນມານີ້, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ ແລະທ່ານ ແສງເພັດ ຮຸ່ງບຸນຍວງໄດ້ສະຫຼະເວລາເຮັດວຽກສ່ວນຫຼາຍເພື່ອປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຂົງເຂດ ການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ. ສິ້ນສຸດການເຮັດວຽກ, ທ່ານ ແສງເພັດ ຮຸ່ງບຸນຍວງ ແລະທ່ານ ຫງວຽນຮົ່ງຢຽນ ໄດ້ເຊັນບົດບັນທຶກການເຮັດວຽກກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ. ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.

ກ່ອນໜ້ານັັ້ນ, ທີ່ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ, ທ່ານ ຟານວຽດເກື່ອງ, ເລຂາພັກແຂວງກວ໋າງນາມ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບບັນດາແຂວງພາກໃຕ້ລາວ; ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະມີຫຼາຍຮູບແບບຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນຂົງເຂດຕ່າງໆ... ສ່ວນ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວ໋າງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ; ປະກອບສ່ວນຊຸກຍູ້ການແລກປ່ຽນສິນຄ້າລະຫວ່າງບັນດາທ້ອງຖິ່ນຢູ່ພາກກາງຫວຽດນາມ ແລະບັນດາແຂວງພາກໃຕ້ລາວ.

ຫວຽດ​ນາມ ສົ່ງ​ອອກ​ຜັກ​ໝາກ​ໄມ້ ​ເປັນ​ມູນ​ຄ່າກ່​ວາ 944 ລ້ານ USD ໃນ​ໄຕ​ມາດ ທີ I 2021 ຫວຽດ​ນາມ ສົ່ງ​ອອກ​ຜັກ​ໝາກ​ໄມ້ ​ເປັນ​ມູນ​ຄ່າກ່​ວາ 944 ລ້ານ USD ໃນ​ໄຕ​ມາດ ທີ I 2021

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ບັນດາຕະຫຼາດນຳເຂົ້າຫຼັກ, ແຕ່ການສົ່ງອອກຜັກໝາກໄມ້ ຫວຽດນາມ ຍັງດຳເນີນ ແລະ ເຕີບໂຕເປັນປົກກະຕິ.

ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດມີແງ່ຫວັງທີ່ສຸດຢູ່ອາຊີ ໃນໄລຍະ ຈະມາເຖິງ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດມີແງ່ຫວັງທີ່ສຸດຢູ່ອາຊີ ໃນໄລຍະ ຈະມາເຖິງ

ຍສໝ - ພາຍໃຕ້ການນຳພາຂອງ ພັກ ແລະ ລັດ, ພ້ອມດ້ວຍການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຈາກການແຜ່ລະບາດ 3 ຄັ້ງຂອງໂລກລະບາດໂຄວິດ - 19, ນຳພື້ນຖານເສດຖະກິດກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດພັດທະນາຢ່າງເປັນປົກກະຕິ, ບໍ່ພຽງແຕ່ສາມາດຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງບັນລຸໄດ້ລະດັບການເຕີບໂຕເສດຖະກິດ 2,91% ໃນປີ 2020 ອີກດ້ວຍ.

ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020 ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020

ຍ​ສໝ - ລາຍ​ງານ​ທີ່ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ 10 ປີ​ແຫ່ງ​ການ​ລະ​ດົມ​ເງິນ​ໜູນ​ຊ່ວຍ​ຈາກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ສະ​ແດງ​ໃຫ້​ເປັນ​ວ່າ ທົ່ວ​ແຂວງ ບິ່ງ​ດິງ ໄດ້​ຮັບ​ 278 ໂຄງ​ການ, ດ້ວຍງົ​ບ​ປະ​ມານ 17,2 ລ້ານ USD.

ໄຊພອນ

ເຫດການ
302 Found

Found

The document has moved here.