ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ

11:19 | 26/04/2021

ຍສມ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ.

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ
ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ

ໃນວັນທີ 24 ເມສາ, ໃນໂອກາດກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການປະສານງານຂອງທ່ານເລຂາທິການໃຫຍ່ ແລະ ຄະນະເລຂາທິການໃຫຍ່ອາຊຽນ ປະຈຳຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ, ທ່ານເລຂາທິການໃຫຍ່ ແລະ ຄະນະເລຂາທິການໃຫຍ່ອາຊຽນ ມີບົດບາດທີ່ເປັນຂົວຕໍ່ໃນການດຳເນີນງານຂອງກົງຈັກອາຊຽນໃນຂະບວນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງອາຊຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຫວັງວ່າ ທ່ານເລຂາທິການໃຫຍ່ ຈະສືບຕໍ່ເສີມຂະຫຍາຍບົດບາດທີ່ດີ ໃນການປະສານງານ ແລະ ຊຸກຍູ້ບັນດາບັນຫາສາກົນ..., ປະກອບສ່ວນປັບປຸງການປະຕິບັດງານທີ່ສຳຄັນຂອງອາຊຽນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈທ່ານເລຂາທິການໃຫຍ່ Lim Jock Hoi ທີ່ໄດ້ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ພະນັກງານ, ລັດຖະກອນຫວຽດນາມ ໃນການເຮັດວຽກຢູ່ຄະນະເລຂາອາຊຽນ, ຢືນຢັນວ່າ ຫວຽດນາມຍາມໃດກໍ່ຈະສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ພົນລະເມືອງຫວຽດນາມອອກສະໝັກເລືອກຕັ້ງ ແລະ ເຮັດວຽກຢູ່ອົງການຈັດຕັ້ງສາກົນ, ໃນນັ້ນມີຄະນະເລຂາອາຊຽນ.

ສ່ວນທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໄດ້ສະແດງຄວາມຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ.

ທ່ານເລຂາທິການໃຫຍ່ Lim Jock Hoi ກໍ່ສະແດງຄວາມຊົມເຊີຍ ຫວຽດນາມ ໃນການສຳເລັດຜົນ ບົດບາດເປັນປະທານອາຊຽນ 2020, ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 - 2021, ແລະ ໃນການໃຫ້ຄຳແນະນຳ ແລະ ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ.

ທ່ານເລຂາທິການໃຫຍ່ Lim Jock Hoi ປາດຖະໜາວ່າ ຫວຽດນາມຈະສະໜັບສະໜູນ ແລະ ປະກອບສ່ວນຫຼາຍກ່ວາອີກ ໃຫ້ອາຊຽນມຸ່ງໄປເຖິງຈຸດໝາຍເພີ່ມທະວີກຳລັງຄວາມສາມາດຂອງຄະນະເລຂາອາຊຽນ, ສົ່ງເສີມຫວຽດນາມເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າ ໃນໂຄງການ “ເລືອກຕັ້ງພະນັກງານເຂົ້າຮ່ວມການຝຶກງານຢູ່ສຳນັກງານເລຂາອາຊຽນ”, ລາຍງານຕໍ່ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ຄະນະເລຂາອາຊຽນ, ທ່ານເລຂາທິການໃຫຍ່ Lim Jock Hoi ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຖັນແຖວພະນັກງານດັ່ງກ່າວ ໃນການພັດທະນາຂອງຄະນະເລຂາອາຊຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ

ຍສໝ - ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບ ປະເທດບຣູໄນ, ພ້ອມທັງຢືນຢັນວ່າ ຫວຽດນາມຈະສະໜັບສະໜູນບົດບາດເປັນປະທານອາຊຽນ 2021 ຂອງບຣູໄນ.

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ

ຍສໝ - ຕອນບ່າຍວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Soekarno-Hatta, ນະຄອນຫຼວງຈາກາຕາ, ອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ.

ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ

ຍສໝ - ໃນປີ 2020, ໃນຖານະເປັນ ປະທານ ອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວ ເມື່ອສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.