ໃນວັນທີ 26 ເມສາ, ປະເທດລາວ ໄດ້ບັນທຶກ 113 ກໍລະນີຕິດເຊື້ອ Covid-19

09:18 | 27/04/2021

ໃນວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ 113 ຄົນ, ສູງສຸດ ຕັ້ງແຕ່ມີການລະບາດຂອງເຊື້ອ ມາແຕ່ປີ 2020, ຜູ້ຕິດເຊື້ອສະສົມລວມ 436 ຄົນ ແລະ ເສຍຊີວິດ 0 ຄົນ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້

ເມື່ອທ້າຍອາທິດຜ່ານມາ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫລວງພະບາງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ ໄດ້ຖະແຫລງຂ່າວ ກ່ຽວກັບການເຝົ້າລະວັງ ພະຍາດ COVID-19 ຢູ່ ແຂວງຫລວງພະບາງ ວ່າ: ວັນທີ 22 ເມສາ 2021 ຈຸດຜ່ານດ່ານສະໜາມບິນສາກົນ ຫລວງພະບາງ ບໍ່ມີຜູ້ເດີນ ທາງເຂົ້າມາໃນແຂວງ, ສ່ວນການຕິດຕາມ ການຈໍາກັດບໍລິເວນ ນັບແຕ່ວັນທີ 1 ມັງກອນ 2021, ເຖິງປັດຈຸບັນ ມີ ແຮງງານທີ່ລັກລອບເດີນທາງ ຈາກຕ່າງປະເທດ ມີ 80 ຄົນ, ປັດຈຸບັນ ທົ່ວແຂວງມີສູນຈໍາກັດບໍລິເວນ ທັງໝົດ 3 ສູນ, ມີຜູ້ຈຳກັດບໍລິເວນຍັງຄ້າງຢູ່ສູນ19 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງ ມາກວດວິເຄາະຫາເຊື້ອພະຍາດ COVID-19. ສະເພາະ ວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 8 ຄົນ; ຍັງລໍຖ້າຜົນກວດ.

ໃນວັນທີ 26 ເມສາ, ປະເທດລາວ ໄດ້ບັນທຶກ 113 ກໍລະນີຕິດເຊື້ອ Covid-19
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫລວງພະບາງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19. (ພາບ: KPL)

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ຮຽກຮ້ອງເຖິງປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການທັງ ພາຍໃນ ແລະ ຕ່າງປະເທດ, ທຸກພາກສ່ວນໃນສັງຄົມ ທີ່ຢູ່ແຂວງ ຫລວງພະບາງ, ຈົ່ງສືບຕໍ່ຮ່ວມແຮງ, ຮ່ວມໃຈກັນ, ໃຫ້ການຮ່ວມມື, ພ້ອມກັນປະຕິບັດ ມາດຕະ ການ ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ເພື່ອສຸຂະພາບ ແລະ ຊີວິດຂອງປະຊາຊົນ ໃນສັງຄົມ, ເຮັດໃຫ້ແຂວງຫລວງພະບາງ ປອດໄພຈາກການລະບາດ ຂອງພະຍາດດັ່ງກ່າວ.ທ່ານ ບຸນເລື່ອມ ມະນີວົງ ກ່າວຕື່ມວ່າ: ຍ້ອນປັດຈຸບັນ ໄດ້ມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ກຳລັງແຜ່ກະຈາຍ ໄປຫລາຍແຂວງ ໃນທົ່ວປະເທດ, ເພື່ອເປັນການປ້ອງກັນຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ກໍ່ຄືຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ແຂວງຫລວງພະບາງ, ຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ປະຕິບັດມາດຕະການ ການປ້ອງກັນໂຄວິດ-19 ຕາມຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ, ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງ, ແຈ້ງການຄະນະສະເພາະກິດຂັ້ນແຂວງ, ເມືອງ-ນະຄອນວາງອອກຢ່າງເຂັ້ມງວດ, ເປັນ ຕົ້ນໃຫ້ແຕ່ລະ ເມືອງ-ນະຄອນ, ສໍານັກງານ-ອົງການ, ບໍລິສັດ, ຫ້າງຮ້ານຕ່າງໆ, ໂຮງແຮມ, ສະຖານ ທີ່ບໍລິການ, ສະຖາບັນການສຶກສາ, ບ້ານໃນທົ່ວແຂວງ ເພີ່ມທະວີການຕິດຕາມ, ກວດກາ, ລາດ ຕະ ເວນຄົນເຂົ້າ-ອອກ ຢ່າງເຄັ່ງຄັດ, ເພື່ອສະກັດກັ້ນຄົນເຂົ້າເມືອງ ຢ່າງບໍ່ຖືກຕ້ອງ ຕາມກົດໝາຍ, ສຳລັບຜູ້ມີຄວາມຈໍາເປັນ ຈະເດີນທາງອອກຈາກບ້ານ, ຈາກເຮືອນ ໃຫ້ແນະນຳກັນໃສ່ຜ້າອັດປາກ, ດັງ, ໃຊ້ເຈວລ້າງມື, ບຸກຄົນໃດຫາກບໍ່ມີຄວາມຈໍາເປັນ ບໍ່ໃຫ້ອອກຈາກບ້ານ-ເຮືອນ ໄປບ່ອນອື່ນໆ. ພ້ອມນີ້, ບໍ່ໃຫ້ມີຄວາມຢ້ານກົວ, ແຕກຕື່ນ ທຸກຄົນຕ້ອງມີສະຕິ ແລະ ປະຕິບັດມາດຕະການປ້ອງກັນ ຕາມທີ່ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງວາງອອກຢ່າງເຂັ້ມງວດ, ເພີີ່ມທະວີຕິດຕາມ, ກວດກາຄົນມາພັກເຊົາ, ພ້ອມທັງໃຫ້ການຮ່ວມມື ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ.

ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19

ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.

ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.

ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

ຄໍາຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.