ແຂວງກວ໋າງບິ່ງ ໄດ້ຈັດຕັ້ງພິທີມອບຮັບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແຂວງຄໍາມ່ວນ, ລາວ

20:06 | 30/04/2021

ຍສໝ - ທ່ານວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງກວ໋າງບິ່ງ ທີ່ມີຕໍ່ແຂວງຄໍາມ່ວນ.

ຍູ້ແຮງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ UNICEF ຍູ້ແຮງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ UNICEF
ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ
ແຂວງກວ໋າງບິ່ງ ໄດ້ຈັດຕັ້ງພິທີມອບຮັບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແຂວງຄໍາມ່ວນ, ລາວ
ແຂວງກວ໋າງບິ່ງ ໄດ້ຈັດຕັ້ງພິທີມອບຮັບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແຂວງຄໍາມ່ວນ, ລາວ. ພາບ: nhandan.com.vn

ໃນວັນທີ 29 ເມສາ 2021, ທີ່ດ່ານສາກົນ ຈາລໍ, ແຂວງກວ໋າງບິ່ງ ສສ ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແຂວງຄໍາມ່ວນ, ລາວ ລວມມີມູນຄ່າທັງໝົດແມ່ນ 2 ຕື້ດົ່ງ. ທ່ານ ຫວູດ້າຍຖັ໊ງ ເລຂາພັກແຂວງກວ໋າງບິ່ງ ສສ ຫວຽດນາມ ຖືວ່າ ອຸປະກອນການແພດເຊິ່ງແຂວງກວ໋າງບິ່ງ ມອບໃຫ້ໃນຄັ້ງນີ້ຈະປະກອບສ່ວນຊ່ວຍໃຫ້ແຂວງຄໍາມ່ວນ ຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ເອົາຊະນະໂລກລະບາດໂດຍໄວ. ພ້ອມກັນນັ້ນ, ຫວູດ້າຍຖັ໊ງ ກໍ່ຢາກໃຫ້ແຂວງຄໍາມ່ວນ ສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ຄົນ ຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ແຂວງຄໍາມ່ວນ ຜ່ານຜ່າຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19; ສະເໜີໃຫ້ກໍາລັງປະກອບອາວຸດສອງແຂວງສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນທາງບົກລະຫວ່າງສອງປະເທດຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ປອດໄພໃນໄລຍະເກີດພະຍາດໂຄວິດ-19.

ສ່ວນ ທ່ານວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນສປປ ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງກວ໋າງບິ່ງ ທີ່ມີຕໍ່ແຂວງຄໍາມ່ວນ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ຮອດ​ປີ 2024 ຫວຽດ​ນາມ ຈະ​ບໍ່​ນຳ​ໃຊ້​ທາດ​ທີ່​​ທຳ​ລາຍຊັ້ນ​ໂອ​ໂຊນ ຮອດ​ປີ 2024 ຫວຽດ​ນາມ ຈະ​ບໍ່​ນຳ​ໃຊ້​ທາດ​ທີ່​​ທຳ​ລາຍຊັ້ນ​ໂອ​ໂຊນ

ຮອດປີ 2024, ຫວຽດນາມຈະບໍ່ນຳໃຊ້ທາດທີ່ທຳລາຍຊັ້ນໂອໂຊນ (HCFCs). ຂໍ້ມູນດັ່ງກ່າວໂດຍ ກົມການປ່ຽນແປງຂອງດິນຟ້າອາກາດ ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ ທາງອອນລາຍ: ແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການໝູນວຽນຂອງທາດທີ່ທຳລາຍຊັ້ນໂອໂຊນ Fluorocacrbon.

ຫວຽດນາມ ສະໜັບສະໜູນສິດພັດທະນາພະລັງງານປະລະມານູ ເພື່ອຄວາມສັນຕິພາບ ຫວຽດນາມ ສະໜັບສະໜູນສິດພັດທະນາພະລັງງານປະລະມານູ ເພື່ອຄວາມສັນຕິພາບ

ຍສໝ - ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢ່າງຈະແຈ້ງວ່າ ຄວາມຮັບຜິດຊອບໃນການຮັບປະກັນຄວາມປອດໄພດ້ານນິວເຄຼຍ ເປັນຂຶ້ນກັບຂອງປະເທດ, ແຕ່ຕ້ອງການການຮ່ວມມືສາກົນທີ່ໃກ້ຊິດ ແລະ ໂປ່ງໃສໃນການແລກປ່ຽນຂໍ້ມູນຂ່າວສານ.

ໄຊພອນ

ເຫດການ
302 Found

Found

The document has moved here.