ເລຂາທິການໃຫ່ຍ, ປະທານປະເທດລາວ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງເລຂາທິການໃຫ່ຍ ແລະ ປະທານປະເທດ ຫວຽດນາມ

16:30 | 15/05/2021

ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເລຂາທິການໃຫຍ່, ປະທານປະເທດລາວ ກ່ຽວກັບສະພາບການໂລກລະບາດ ໂຄວິດ - 19
ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້
ເລຂາທິການໃຫ່ຍ, ປະທານປະເທດລາວ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງເລຂາທິການໃຫ່ຍ ແລະ ປະທານປະເທດ ຫວຽດນາມ
ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ.ພາບ: TTXVN

ເນື້ອໃນຈົດໝາຍມີຕອນຂຽນວ່າ: ພັກ, ລັດ ແລະ ປຊຊ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຕື້ນຕັນໃຈທີ່ສຸດ ເມື່ອເຫັນວ່າ, ເຖິງວ່າກໍ່ພວມປະສົບກັບຄວາມຫຍຸ້ງຍາກ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ກໍ່ຕາມ, ແຕ່ພັກ, ລັດ ແລະ ປຊຊ ຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ ແລະ ຊ່ວຍເຫຼືອ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ. ການຊ່ວຍເຫຼືອທີ່ມີຄ່າ, ທັນການ ແລະ ມີປະສິດທິຜົນຂອງຫວຽດນາມ ກ່ຽວກັບດ້ານຊັບພະຍາກອນມະນຸດ, ເຄື່ອງອຸປະກອນການແພດ ແລະ ຢຸກຢາປິ່ນປົວ ດ້ວຍປະລິມານຫຼວງຫຼາຍ ໄດ້ປະກອບສ່ວນສຳຄັນຊ່ວຍລາວ ໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂໄດ້ການແຜ່ລະບາດຂອງໂລກລະບາດໂຄວິດ 19.

ກ່ອນໜ້ານັ້ນ, ຕໍ່ໜ້າສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນຢູ່ລາວ, ດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງອັນສະໜິດແໜ້ນ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ມອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ພັກ, ລັດ ແລະປະຊາຊົນລາວ ແລະຈັດຖ້ຽວບິນຂົນສົ່ງວັດຖຸ, ອຸປະກອນການແພດ, ລວມມີ: ຜ້າອັດປາກ-ອັດດັງ 2 ລ້ານອັນ, ເຄື່ອງຊ່ວຍຫາຍໃຈ 200 ໜ່ວຍ ແລະທາດເຄມີຂ້າເຊື້ອ Cloramin B 10.000 kg, ເພື່ອຊ່ວຍລາວ ຮັບມືກັບພະຍາດໂຄວິດ-19. ໃນຖ້ຽວບິນພິເສດຈາກຮ່າໂນ້ຍ ຍັງມີນັກຊ່ຽວຊານການແພດ 35 ຄົນມາຊ່ວຍລາວ ປ້ອງກັນ, ຕ້ານພະຍາດ, ສ້າງລະບົບກວດຫາເຊື້ອພະຍາດໄວ ແລະສ້າງໂຮງໝໍສະໜາມ. ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະກຳມະການຮ່ວມມືຫວຽດນາມ-ລາວ ແລະຫ້ອງວ່າການລັດຖະບານກໍ່ມອບຜ້າອັດປາກ-ອັດດັງໃຫ້ບັນດາຄູ່ຮ່ວມມືຂອງລາວ ຕາມລຳດັບ 50.000, 500.000 ແລະ20.000 ອັນ ເພື່ອຊ່ວຍເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ສື່ມວນຊົນລາວ ໄດ້ລົງຂ່າວເປັນຈຳນວນຫຼາຍ ກ່ຽວກັບການໜູນຊ່ວຍຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ວັນທີ 6 ພຶດສະພາ, ໜັງສືພິມ Vientiane Times ໄດ້ລົງຂ່າວວ່າ ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບັນດານັກຊ່ຽວຊານ ແລະ ພະນັກງານການແພດ, ເງິນສົດ ກໍ່ຄືອຸປະກອນການແພດທີ່ມີມູນຄ່າ ນັບຕື້ກີບ ເພື່ອຊ່ວຍໃຫ້ ລາວ ສະກັດກັ້ນ ແລະ ຄວບຄຸມ ໂລກລະບາດໂຄວິດ - 19. ໜັງສືພິມ Vientiane Times ກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດຕັ້ງໜ້າໜູນຊ່ວຍ ລາວ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ໄດ້ໜູນຊ່ວຍລາວໃນບັ້ນຕໍ່ສູ້ນີ້ ຫຼາຍເທື່ອແລ້ວ…

ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

ຍ​ສ​ໝ - ສ່ວນທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລາວ​ ທີ່​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ່​ຄື ການ​ຮ່ວມ​ມື​ໃນ​ອາ​ຊຽນ; ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ລັດ​ຖະ​ບານ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ລາວ​ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ຂ້ຽ​ວ​ຂາດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງຄົມ.

ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ

ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ

ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ.

ໄຊພອນ

ເຫດການ
302 Found

Found

The document has moved here.