ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ປະເທດຈີນ

16:30 | 27/04/2021

ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ປາດຖະໜາວ່າ ສອງພັກ, ສອງປະເທດຫວຽດນາມ ແລະ ຈີນ ຈະສືບຕໍ່ມານະພະຍາຍາມຮັກສາສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຊຶ່ງກັນ ແລະ ກັນ.

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ
ຂີດໝາຍໃໝ່ໃນການຮ່ວມມືເຂດຊາຍແດນຫວຽດນາມ - ຈີນ ຂີດໝາຍໃໝ່ໃນການຮ່ວມມືເຂດຊາຍແດນຫວຽດນາມ - ຈີນ

ໃນວັນທີ 26 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ທ່ານ ເວີຍເຟືອງເຄືຶຶອ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທີ່ພວມຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມການພົບປະແລກປ່ຽນມິດຕະພາບການປ້ອງກັນຊາຍແດນຫວຽດນາມ - ຈີນ ຄັ້ງທີ 6.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຊົມເຊີຍຕ້ອນຮັບທ່ານ ເວີຍເຟືອງເຄືຶຶອ ແລະ ຄະນະຜູ້ແທນການທະຫານຂັ້ນສູງຂອງສາທາລະນະລັດປະຊາຊົນຈີນ ໃນການມາຢ້ຽມຢາມຫວຽດນາມ; ຊົມເຊີຍການແລກປ່ຽນມິດຕະພາບປ້ອງກັນຊາຍແດນຫວຽດນາມ - ຈີນຄັ້ງທີ 6 ແລະ ການເຈລະຈາຍຸດທະສາດປ້ອງກັນປະເທດ ລະດັບຮອງລັດຖະມົນຕີຄັ້ງທີ 7 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ປະເທດຈີນ
ທ່ານ ຫງວຽນຟູຈ້ອງ ແລະ ທ່ານ ເວີຍເຟືອງເຄືຶຶອ. (ພາບ: TTXVN)


ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຂອງສອງປະເທດ ຈະເພີ່ມທະວີການແລກປ່ຽນການຮ່ວມມື ແລະ ມິດຕະພາບ, ໂດຍສະເພາະ ແມ່ນໃນສະພາບການທີ່ ປະເທດຈີນ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະ ປະເທດຫວຽດນາມ ເລີ່ມຕົ້ົ້ນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII. ທ່ານ ເວີຍເຟືອງເຄືຶຶອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່າວວ່າ, ໃນຊຸມປີມໍ່ໆມານີ້ ສາຍພົວພັນລະຫວ່າງສອງພັກ ແລະ ສອງປະເທດໄດ້ພັດທະນາຢ່າງ ໝັ້ນຄົງ. ທ່ານ ເວີຍເຟືອງເຄືຶຶອ ໄດ້ເນັ້ນໜັກວ່າ, ພັກ ແລະ ລັດຖະບານຈີນ ເອົາໃຈໃສ່ເປັນພິເສດເຖິງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ທີ່ເປັນມູນເຊື້ອກັບຫວຽດນາມ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບໃນພາກພື້ນ.

ສ່ວນທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຢືນຢັນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ, ການສະໜັບສະໜູນເຊິ່ງກັນ ແລະ ກັນໃນປະຫວັດສາດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ປະເທດຈີນ
(ພາບ: TTXVN)

ທ່ານ ຫງວຽນຝູຈ້ອງ ປາດຖະໜາວ່າ ສອງພັກ, ສອງລັດ ຈະສືບຕໍ່ມານະພະຍາຍາມເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງ ກັນ, ການພົວພັນມິດຕະພາບເພື່ອຜົນປະໂຫຍດລວມແມ່ນ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ໃນພາກພື້ນ ແລະ ໂລກ.

ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ

ຍສໝ - ຫວ່າແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມນການໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງອີ.

ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ

ສຳລັບຍອດວົງເງິນການຄ້າສອງຝ່າຍບັນລຸປະມານ 190 ຕື້​ໂດ​ລາ​ສະຫະລັດ ເພີ່ມຂຶ້ນ 26%. ຖັດມາແມ່ນ ອີຢູ, ສ.ອາ​ເມ​ລິ​ກາ ແລະຍີ່ປຸ່ນ...

ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19 ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນສາກົນແທ່ງຖູຍ - ທຽນບາວ, ພະແນກພົວພັນຕ່າງປະເທດແຂວງຮ່າຢາງ ໄດ້ປະສານສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງ ກົນໝິງ ແລະ ຫ້ອງການພົວພັນຕ່າງປະເທດ ວັນເສີນ (ສປ.ຈີນ) ໄດ້ຈັດພິທີມອບ - ຮັບເຄື່ອງມືທາງການແພດ ເພື່ອຮັບໃຊ້ໃນການປ້ອງກັນການລະບາດຂອງ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.