ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເລຂາທິການໃຫຍ່, ປະທານປະເທດລາວ ກ່ຽວກັບສະພາບການໂລກລະບາດ ໂຄວິດ - 19

13:16 | 30/04/2021

ຍສໝ - ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ.

ເຈື່ອງຊາ ໃນປະຈຸບັນ ເຈື່ອງຊາ ໃນປະຈຸບັນ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເລຂາທິການໃຫຍ່, ປະທານປະເທດລາວ ກ່ຽວກັບສະພາບການໂລກລະບາດ ໂຄວິດ - 19
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.ພາບ: TTXVN

ໂດຍໄດ້ຮັບຂ່າວສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດ ຢູ່ ລາວ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ເນື້ອໃນຂອງໂທລະເລກດັ່ງກ່າວມີຕອນຂຽນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະ ແບ່ງເບົາຕໍ່ຄວາມຫຍຸ້ງຍາກ ເຊິ່ງປະເທດ ລາວ ພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການ ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ຫວຽດນາມ ຕີລາຄາສູງບັນດາມາດຕະການ ເຊິ່ງພັກ, ລັດຖະບານ ລາວ ໄດ້ ແລະ ກຳລັງຜັນຂະຫຍາຍໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນຳໜ້າ, ການບໍລິຫານທີ່ເດັດດ່ຽວຂ້ຽວຂາດຂອງລັດຖະບານ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນທົ່ວລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ການສະໜັບສະໜູນຈາກໝູ່ປະຊາຊົນ, ແນ່ນອວ່າ ລາວ ຈະສະກັດກັ້ນ ແລະ ຈຳກັດລະດັບການແຜ່ລະບາດ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໃນໄລຍະເວລາໄວທີ່ສຸດ.

ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ. ປັດຈຸບັນ ຢູ່ ປະເທດລາວມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ກະຈາຍເປັນວົງກວ້າງ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວທະວີຄວາມຮຸນແຮງ ລັດຖະບານ ລາວ ກໍຄືຄະນະສະເພາະຈຶ່ງອອກມາດຕະການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ດ້ວຍການປິດການເຂົ້າ-ອອກ ບັນດາແຂວງ, ເມືອງ ລວມເຖິງບ້ານໃນ ຂອບເຂດທົ່ວປະເທດ. ປຸກລະດົມໃຫ້ປະຊາຊົນ ຢູ່ເຮືອນ, ຢຸດການອອກນອກເຮືອນ ແລະ ການເຄື່ອນໄຫວກິດຈະກຳທາງສັງຄົມຕ່າງໆ ຊຶ່ງທັງໝົດນີ້ອາດສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແຕ່ເພື່ອຮັບ ປະກັນຄວາມປອດໄພຂອງທຸກຄົນ ກໍມີຄວາມຈຳເປັນທີ່ພວກເຮົາຕ້ອງປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດ.

ມະຫາໄຊລະດູບານໃຫມ່ ໃນປີ 1975  ໄດ້ສ້າງບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດ ຫວຽດນາມ ມະຫາໄຊລະດູບານໃຫມ່ ໃນປີ 1975 ໄດ້ສ້າງບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດ ຫວຽດນາມ

ຍສໝ - ຜົນງານແບບຍືນຍົງຊື່ງຫວຽດນາມ ບັນລຸໄດ້ໃນທຸກຂົງເຂດໃນ 46 ປີຜ່ານມາ ນັບແຕ່ເມື່ອປະເທດຊາດທ້ອນໂຮມເປັນເອກະພາບ ໄດ້ສ້າງພື້ນຖານ ແລະ ປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ປ່ຽນແປງໃຫມ່ ແລະ ພັດທະນາຢ່າງແຮງ, ຮອບດ້ານກວ່າອີກໃນໄລຍະໃຫມ່.

ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995.

ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ

ວັນທີ 28 ເມສາ ຢູ່ ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຮັບບ້ວງເງິນໜູນຊ່ວຍດ້ວຍມູນຄ່າກວ່າ 166.000 USD ຈາກ ສູນຊ່ວຍເຫຼືອ ແລະ ມະນຸດສະທຳ ກະສັດ Salman, ອາຣັບບີ ຊະອຸດິ ຊ່ວຍເຫຼືອໃຫ້ບັນດາຄອບຄົວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ.

ໄຊພອນ

ເຫດການ
302 Found

Found

The document has moved here.