ສື່ມວນ​ຊົນ​ສາ​ກົນ: ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຊຸກ​ຍູ້​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ໂດ​ເນ​ເຊຍ

07:59 | 25/04/2021

ເນື່ອງໃນໂອກາດເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ເປັນຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ, ວັນທີ 23 ເມສາ, ເວັບໄຊຂອງວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ (Eurasia Review) ໄດ້ລົງບົດຂຽນສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນຍຸດທະສາດທີ່ນັບມື້ນັບພັດທະນາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.

ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ
ສື່ມວນ​ຊົນ​ສາ​ກົນ: ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຊຸກ​ຍູ້​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ໂດ​ເນ​ເຊຍ
ໜ້າເວັບໄຊຂອງວາລະສານ Eurasia Review

ເນື່ອງໃນໂອກາດເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ເປັນຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມການນຳບັນດາປະເທດສະມາຊິກ ອາຊຽນ ດຳເນີນໃນວັນທີ 23 – 24 ເມສາ, ວັນທີ 23 ເມສາ, ເວັບໄຊຂອງວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ (Eurasia Review) ໄດ້ລົງບົດຂຽນສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນຍຸດທະສາດທີ່ນັບມື້ນັບພັດທະນາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ພ້ອມທັງຍ້ອງຍໍຊົມເຊີຍກ່ຽວກັບບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້.

ບົດຂຽນດັ່ງກ່າວ ໃຫ້ຂໍ້ສັງເກດວ່າ ການເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຄັ້ງນີ້ ຈະນຳຍຸດທະສາດຂອງການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່. ຕາມບົດຂຽນດັ່ງກ່າວ, ໃນໄລຍະ 2016 – 2021, ຫວຽດນາມ ບັນລຸໄດ້ຜົນງານກະໂດດຂັ້ນໃນຫຼາຍຂົງເຂດ, ແຕ່ຜົນງານພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນໄລຍະຜ່ານມາ ແມ່ນການສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ໄດ້ຢ່າງສຳເລັດຜົນ ຍ້ອນນໍາໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໄດ້ຢ່າງທັນການ. ວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ ກໍ່ສະແດງຄວາມເຊື່ອໝັ້ນຕໍ່ການນຳຊຸດໃໝ່ຂອງ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຍຸດທະສາດ ແລະ ນະໂຍບາຍໃນປັດຈຸບັນ ເພື່ອບັນລຸໄດ້ການເຕີບໂຕແບບຍືນຍົງ. ໃນອາຍຸການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຫາງສຽງຕັ້ງຄວາມຫວັງວ່າ ຈະສຸມໃສ່ການຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດ, ການຄ້າ ຫວຽດນາມ, ການຄວບຄຸມໂລກລະບາດ ໂຄວິດ - 19, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ການຮ່ວມມື ເພື່ອຄວາມເປັນເອກະພາບຂອງ ອາຊຽນ.

ຕອນບ່າຍວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມການນຳບັນດາປະເທດ ອາຊຽນ.

ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

ຍ​ສ​ໝ - Jakarta Post ໃຫ້​ຮູ້​ວ່າ ມີຫຼາຍ​ປັດ​ໄຈ​ນຳ​ຜົນ​ສຳ​ເລັດ​ມາ​ໃຫ້​ຫວຽດ​ນາມ, ໃນ​ນັ້ນ​ຄວາມ​ສຳ​ຄັນ​ແຖວ​ໜ້າ​ແມ່ນ​ການຮັບ​ມື​ກັບ​ໂລກ​ລະ​ບາ​ດ​ຢ່າງ​ທັນ​ທີ.

ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ

ຍ​ສ​ໝ - ຫວຽດນາມແລະອິນໂດເນເຊຍຕີລາຄາສູງບົດບາດຂອງສະຫະປະຊາຊາດ, AU ແລະບັນດາປະເທດໃນພາກພື້ນໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຢູ່ັຊູດັງ

ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ

ຍ​ສ​ໝ - ຄາດ​ວ່າ, ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຈະ​ໄດ້​ຈັດ​ຕັ້ງ​ຢູ່​ບາງ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ​ຢູ່ ອິນ​ໂດ​ເນ​ເຊຍ​ໃນ​ຂອບ​ເຂດ​ສະ​ເຫຼີ​ມ​ສະຫຼອງ ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ ຄົບ​ຮອບ 65 ປີ.

vovworld.vn

ເຫດການ
302 Found

Found

The document has moved here.