ເວ​ນາ​ຊູ​ເອ​ລາ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດ​ນາມ

17:30 | 09/05/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮອງ​ສາ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ຫງວຽນ​ວຽດ​ຖ໋າວ ໄດ້​ຍົກ​ໃຫ້​ເປັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ພາຍຫຼັງ 35 ປີ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ເນັ້ນ​ໜັກ​ວ່າ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໄດ້​ນຳ​ມາ​ເຊິ່ງ ໜ້າ​ຕາໃໝ່​ໃຫ້​ແກ່​ຫວຽດ​ນາມ ທີ່​ມີ​ຂະ​ໜາດ ແລະ ຄວາມ​ໝາຍ​ດ້ານ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່.

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ
ເວ​ນາ​ຊູ​ເອ​ລາ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດ​ນາມ
​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ດ້​ວຍ​ຫົວ​ຂໍ້​ວ່າ “ການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດ​ນາມ ບົດ​ຮຽນ​ປະ​ສົບ​ການ​ສຳ​ລັບ​ເວ​ເນ​ຊູ​ເອ​ລາ”

ສະ​ຖານ​ທິດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ຊາ ໄດ້​ສົມ​ທົບ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ດ້​ວຍ​ຫົວ​ຂໍ້​ວ່າ “ການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດ​ນາມ ບົດ​ຮຽນ​ປະ​ສົບ​ການ​ສຳ​ລັບ​ເວ​ເນ​ຊູ​ເອ​ລາ”.

ຕາມ​ແຫຼ່ງ​ຂ່າວ​ຈະ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ເວ​ເນ​ຊູ​ເອ​ລາ​ແລ້ວ, ເຫ​ດ​ການ​ທີ່​ມີ​ເຂົ້າ​ຮ່ວມ​ຂອງ​ທ່ານ Jesús Faría ປະ​ທານ​ກຳ​ມາ​ທິ​ການ ເສດ​ຖະ​ກິດ​ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ, ທ່ານ ເລ​ວຽກ​ຢ​ວຽນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເວ​​ເນ​ຊູ​ເອ​ລາ, ທ່ານ ຫງວຽນ​ວຽດ​ຖ໋າວ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ເວ​ເນ​ຊູ​ເອ​ລາ, ທ່ານ Wilmar Castro ຮອງ​ສາດ​ສະ​ດາ​ຈານ ປ.ອ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຜະ​ລິດ ແລະ ດິນ, ທ່ານ Eneida Lugo ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປະ​ເທດ ພ້ອມ​ກັບ​ການ​ນຳ​ຂອງ​ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮອງ​ສາ​ສະ​ດາ​ຈານ, ປະ​ລິຍາ​ເອກ ຫງວຽນ​ວຽດ​ຖ໋າວ ໄດ້​ຍົກ​ໃຫ້​ເປັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ພາຍຫຼັງ 35 ປີ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ເນັ້ນ​ໜັກ​ວ່າ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໄດ້​ນຳ​ມາ​ເຊິ່ງ ໜ້າ​ຕາໃໝ່​ໃຫ້​ແກ່​ຫວຽດ​ນາມ ທີ່​ມີ​ຂະ​ໜາດ ແລະ ຄວາມ​ໝາຍ​ດ້ານ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່. ດ້ວຍ​ບັນ​ດາ​ທິນ​ທາງ, ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ອັນ​ພົ້ນ​ເດັ່ນ ແລະ ຕັ້ງ​ໜ້າ ຂອງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ດ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ, ປະ​ເທດ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການ ແລະ ຄ່​ອຍ​ໆ​ປັບ​ປຸງການ​ເຄື່ອນ​ໄຫວຜະ​ລິດ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ກະ​ສິ​ກຳ.

ພາຍຫຼັງ 10 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ການ​ດ້ວຍ​ພັດ​ທະ​ນາ, ນອນ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​​ຕໍ່​ຫົວ​ຄົນຢູ່​ລະ​ດັບ​ປານ​ກາງ. ຈາກ​ປະ​ເທດ​ທີ່​ຖືກ​ສົງ​ຄາມ​ທຳ​ລາຍ, ຂວໍ້​າ​ບາດ, ປິດ​ລ້ອມ, ປັດ​ຈຸ​ບັນ ຫວຽດ​ນາມ​ໄດ້​ບື່ນ​ຕົວ​ຂຶ້​ນ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຂອບ​ຂະ​ໜາດ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ທານ 343 ຕື້ USD (ຍືນ​ຢູ່​ອັນ​ດັບ​ທີ 4 ໃນ​ອາ​ຊ​ຽນ), ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໃນ​ປີ 2020 ບັນ​ລຸ 3.521 USD. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ ກັບກ​ວ່າ 190 ປະ​ເທດ​ໃນ​ໂລກ, ກາຍ​ເປັນ​ຈຸດ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ດ້ວຍ ຈຳ​ນວນ​ເງິນ​ເກືອບ 400 ຕຶ້ USD, ຢຶນ​ຢູ່​ອັນ​ດັ​ບ​ທີ 42 ໃນ​ຈຳ​ນວນ 131 ປະ​ເທດກ່ຽວ​ກັບ​ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​.

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຍ​ສ​ໝ - ລາຍ​ລະ​ອຽດ​ແມ່ນ, ນະ​ຄອນ​ໂຮ່​ຈີ​ມິນ​ຕັດ​ສິນ​ໃຈ​ໜູນ​ຊ່ວຍ 1,5 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ກຳ​ປູ​ເຈຍ, 1 ຕື້ ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ແລະ ປະ​ຊາ​ຊົນ​ລາວ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ ແລະ ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ປະ​ເທດ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ

ຍ​ສ​ໝ - ກ່ອນ​ໜ້າ​ນັ້ນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ການ​ແພດ​ຂອງ​ລາວ ເອົ​າ​ຕົວ​ຢ່າງ​ຂອງ​ນັກ​ສຶ​ກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່ນີ້ ໄປ​ວິ​ໄຈ​ຫາ​ເຊື້ອພະຍາດ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ກໍ່​ມີ​ແຜນ​ການ​ວ່າ ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ນັກ​ສຶກ​ສາ​ຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.