ຫວຽດນາມ - ອິນໂດເນເຊຍ ຈະສຳເລັດໂດຍໃວການເຈລະຈາ ກ່ຽວກັບເຂດແດນຂອງເຂດເສດຖະກິດສິດພິເສດ

16:58 | 27/04/2021

ຍສໝ - ຕາມກະຊວງການຕ່າງປະເທດ, ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການເຈລະຈາ ຢູ່ນະຄອນ Bogor (ອິນໂດເນເຊຍ). ຕາມນັ້ນແລ້ວ, ທັງສອງຝ່າຍເຫັນດີໃຫ້ສຳເລັດການເຈລະຈາໂດຍໃວ ກ່ຽວກັບເຂດແດນເຂດເສດຖະກິດສິດພິເສດ.

ທ່ານ ຟ້າມມີງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ

ຜູ້ນຳທັງສອງທ່ານ ໄດ້ໃຊ້ເວລາສ່ວນຫຼາຍ ເພືອປຶກສາຫາລືມາດຕະການຕ່າງໆ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດສອງຝ່າຍ; ພິເສດແມ່ນການຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ, ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆສຳລັບວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດ ຕາມນະໂຍບາຍຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.

ຫວຽດນາມ - ອິນໂດເນເຊຍ ຈະສຳເລັດໂດຍໃວການເຈລະຈາ ກ່ຽວກັບເຂດແດນຂອງເຂດເສດຖະກິດສິດພິເສດ
ຫວຽດນາມ - ອິນໂດເນເຊຍ ຈະສຳເລັດໂດຍໃວການເຈລະຈາ ກ່ຽວກັບເຂດແດນຂອງເຂດເສດຖະກິດສິດພິເສດ. (ພາບ: TTXVN)

ຜູ້ນຳສອງທ່ານ ໄດ້ຢືນຢັນວ່າໃຫ້ຄວາມສຳຄັນເປັນພິເສດ ຕໍ່ຄວາມຈຳເປັນທີ່ຈະສຳເລັດການເຈລະຈາ ກ່ຽວກັບເຂດແດນຂອງເຂດເສດຖະກິດຈຳເພາະ ລະຫວ່າງສອງປະເທດ ເພື່ອສ້າງແລວທາງກົດໝາຍໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມື ແລະ ຫຼຸດຜ່ອນກໍລະນີການຫາປາຜິດກົດໝາຍ ແລະ ສ້າງບັນດາຮູບແບບແກ້ໄຂຄວາມແຕກຕ່າງຢູ່ທະເລໃນບັນດາປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ຕໍ່ຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັກສາຄວາມສະຫງົບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ການທາງທະເລ, ແລະ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ການສຳເລັດການເຈລະຈາໃນຕົ້ນປີ ກ່ຽວກັບກົດແຫ່ງການປະພຶດທີ່ມີປະສິດທິຜົນຢູ່ທະເລຕາເວັນອອກ (COC) ຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) 1982.

ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ສະແດງຄວາມຊົມເຊີຍ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ຮັບການເລືອກຕັ້ງໂດຍສະພາແຫ່ງຊາດ ເປັນນາຍົກລັດຖະມົນຕີໃໝ່ຂອງຫວຽດນາມ; ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນການລະບາດ COVID-19, ແລະ ການຟື້ນຟູ ແລະ ການພັດທະນາເສດຖະກິດ; ຢືນຢັນວ່າ ອິນໂດເນເຊຍຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດກັບຫວຽດນາມຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ, ຫວຽດນາມສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ແລະ ຫັນເປັນການຫຼາຍຮູບຫຼາຍແບບ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຕັ້ງໜ້າເຊື່ອມໂຍງເຂົ້າກັບປະເທດຢ່າງຮອບດ້ານ; ຢືນຢັນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດ, ຈະເສີມຂະຫຍາຍ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍຕະຫຼອດໄປ.

ລາວ: ເຂດເສດຖະກິດພິເສດເກາະສີພັນດອນ ດຶງດູດນັກທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ ລາວ: ເຂດເສດຖະກິດພິເສດເກາະສີພັນດອນ ດຶງດູດນັກທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ

ຍສໝ - ເຂດເສດຖະກິດພິເສດເກາະສີພັນດອນ ຢູ່ແຂວງຈຳປາສັກ (ພາກໃຕ້ຂອງລາວ), ນີ້ແມ່ນໂຄງການຮ່ວມມືລະຫວ່າງບໍລິສັດ Maha Nathi Sithandone Hongkong, ຈີນ ແລະ ບໍລິສັດກໍ່ສ້າງຂົວທາງ LTV ຂອງລາວ.

ປິດລ້ອມເຂດເສດຖະກິດພິເສດ ແຂວງ ຫລວງນ້ຳທ່າ ປິດລ້ອມເຂດເສດຖະກິດພິເສດ ແຂວງ ຫລວງນ້ຳທ່າ

ຍ​ສ​ໝ - ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂຄວິດ-19 ລາວ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງປິດລ້ອມທົ່ວເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ບໍ່ແຕນ ຢູ່ແຂວງຫລວງນ້ຳທ່າ, ບໍ່ອະນຸຍາດໃຫ້ເຂົ້າ-ອອກ ບັນດາບໍລິເວນດັ່ງກ່າວໃນຮອບເວລາ 14 ວັນ.

ຈີນ ລະເມີດເຂດເສດຖະກິດຈຳເພາະ,  ອິນໂດເນເຊຍ ຄັດຄ້ານຢ່າງແຮງ ຈີນ ລະເມີດເຂດເສດຖະກິດຈຳເພາະ, ອິນໂດເນເຊຍ ຄັດຄ້ານຢ່າງແຮງ

ຄະນະປ້ອງກັນຄວາມສະຫງົບທະເລ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນລະຫວ່າງ ວັນທີ 19 – 24 ທັນວາມີ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລຂອງຈີນຢ່າງໜ້ອຍ 63 ລຳ ໄດ້ເຂົ້າເຂດນ່ານທະເລ Natuna ຢ່າງຜິດກົດໝາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.