ຫວຽດນາມປະຕິບັດໜ້າ ທີ່ເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳເລັດຢ່າງຈົບງາມ

23:30 | 30/04/2021

ວາລະປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ປະເທດສັງເກດການ ສປຊ, ໃນນັ້ນມີທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫຼາຍປະເທດ.

ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ
ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ

ທີ່ສຳນັກງານ ສປຊ ປະຈຳນະຄອນ ນິວຢອກ, ວັນທີ 29 ເມສາ, ທ່ານ ດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມສະຫລຸບບັນດາການເຄື່ອນໄຫວ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມາສາປີ 2021. ວາລະປະຊຸມໄດ້ດຶງດູດການເຂົ້ສຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ປະເທດສັງເກດການ ສປຊ, ໃນນັ້ນມີທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫຼາຍປະເທດ.

ຫວຽດນາມປະຕິບັດໜ້າ ທີ່ເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳເລັດຢ່າງຈົບງາມ
ຫວຽດນາມປະຕິບັດໜ້າ ທີ່ເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳເລັດຢ່າງຈົບງາມ. (ພາບ: VOV)

ໃນເດືອນປະທານ, ຫວຽດນາມ ໄດ້ສະເໜີ ແລະ ເປັນປະທານຈັດ 4 ເຫດການບຸລິມະສິດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ເປັນປະທານສ້າງ ແລະ ຊຸກຍູ້ການຮັບຮອງເອົາເອກະສານ 3 ສະບັບຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ໃນນັ້ນມີຖະແຫຼງການປະທານ 2 ສະບັບ ແລະ ມະຕິສະບັບ 1.

ຂໍ້ລິເລີ່ມສຳຄັນທີ່ສຸດໂດຍຫວຽດນາມ ຊຸກຍູ້ການປຶກສາຫາລືເປີດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ. ໃນເດືອນຫວຽດນາມ ເປັນປະທານ, ສະພາຄວາມໝັ້ນຄົງ ສປຊ ມີປະຕິກິລິຍາຢ່າງທັນການ ໃນບັນດາບັນຫາເກີດຂຶ້ນ, ນາບຂູ່ສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ, ໃນນັ້ນມີບັນດາບັນດາຫາພົ້ນເດັ່ນ ຄື: Syria, Palestine, Yemen, Mali, Sudan, Somalia, Lybia, ເຂດຂັດແຍ້ງ Abyei (Sudan/ Sudan ໃຕ້), Ethiopia, Kosovo, Colombia ແລະ Myanmar.

ກ່າວຄຳເຫັນທີ່ວາລະສະຫລຸບ, ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ໄດ້ຕີລາຄາສູງ ບັນດາການເຄື່ອນໄຫວບຸລິມະສິດຂອງຫວຽດນາ, ພິເສດແມ່ນເລື່ອງຫວຽດນາມ ຊຸກຍູ້ຄວາມເອົາໃຈໃສ່ຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ບັນຫາມະນຸດສະທຳ ແລະ ປົກປ້ອງສາມັນຊົນ. ປະເທດຕ່າງໆໄດ້ຊົມເຊີຍ ຫວຽດນາມ ປະຕິບັດໜ້າທີ່ເດືອນປະທານ ສະພາຄວາມໝັ້ນຄົງ ສປຊ ສຳເລັດຢ່າງຈົບງາມ, ບໍລິຫານທຸກການເຄື່ອນໄຫວຂອງ ສະພາຄວາມໝັ້ນຄົງ ສປຊ ດຳເນີນໄປດ້ວຍດີ, ຊຸກຍູ້ຄວາມເຫັນດີເຫັນພ້ອມໃນ ສະພາຄວາມໝັ້ນຄົງ ສປຊ ກໍ່ຄືການເຂົ້າຮ່ວມ ແລະ ການປະກອບສ່ວນຂອງບັນດາປະເທດສະມາຊິກ ສປຊ.

ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ

ຍສໝ - ໃນໄລຍະກອງປະຊຸມຖ່າຍທອດສົດຂອງສະພາຄວາມໝັ້ນຄົງ ກ່ຽວກັບເຂດພາກພື້ນທີ່ມີບັນດາໜອງໃຫຍ່ ໃນອາຟຣິກກາ, ຫວຽດນາມ ໄດ້ຢືນຢັນການສະໜັບສະໜູນຍຸດທະສາດຂອງສະຫະປະຊາຊາດ ໃນການໜູນຊ່ວຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນນີ້.

ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ

ຍສໝ - ດ້ວຍຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຫວຽດນາມ ທີ່ຄະນະປະຕິບັດງານຢູ່ຊູດັງໃຕ້ ແລະ ຄະນະໄປກ່ອນ, ພ້ອມກັບການໜູນຊ່ວຍຂອງຄະນະປະຕິບັດງານອື່ນໆ, ສິນຄ້າທີ່ຈໍາເປັນ, ເຄື່ອງອຸປະກອນການແພດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສໍາເລັດການກວດກາ, ເຮັດລະບຽບການ, ພ້ອມແລ້ວທີ່ຈະຂົນສົ່ງໄປຍັງ Bentiu ໃນຊຸມວັນຈະມາເຖິງ.

ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.