ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021

16:53 | 01/05/2021

ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ກ່ຽວກັບບົດບາດຂອງ ຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021, ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ຕີລາຄາສູງ ບົດບາດຕັ້ງໜ້າກໍ່ຄືກາລະໂອກາດຮ່ວມມືກັບຫວຽດນາມ.

ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ, ໜູນ​ຊ່ວຍ ລາວ​ໃນ​ວິ​ວັດ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ, ໜູນ​ຊ່ວຍ ລາວ​ໃນ​ວິ​ວັດ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021
ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021.ພາບປະກອບ: TTXVN

ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ໄດ້ຕີລາຄາສູງທຸກໆຫົວຂໍ້ທີ່ ຫວຽດນາມ ຍົກອອກມາປຶກສາຫາລືໃນເດືອນເມສາ ຍ້ອນຄວາມຈຳເປັນ ແລະ ສຳຄັນ ໃນການແກ້ໄຂບັນດາສິ່ງທ້າທາຍ ເຊິ່ງໂລກພວມຕ້ອງປະເຊີນໜ້າ. ທ່ານ ອານຸພາບ ວົງໜໍ່ເເກ້ວ ເຊື່ອໝັ້ນວ່າ ບັນດາຫົວຂໍ້ດັ່ງກ່າວ ບໍ່ພຽງແຕ່ເໝາະສົມເທົ່ານັ້ນ ຫາກຍັງຈະປະກອບສ່ວນຢ່າງແທດຈິງເຂົ້າການຊຸກຍູ້ການປະຕິບັດບັນດາໂຄງການ, ການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັງຂອງພາກພື້ນ, ຊ່ວຍໃຫ້ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາບັນດາມະຕິຢ່າງທັນການ ເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງ ໂລກ, ພິເສດແມ່ນພາກພື້ນອາຊີ ອີກດ້ວຍ.

ຫວ່າງແລ້ວນີ້, ໃນຖານະຕໍາແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ຊີວິດຂອງປະຊາຊົນ” ຜ່ານລະບົບທາງໄກ ແລະ ໂດຍກົງ. ທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊິນ ຢືນຢັນວ່າ ການປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ຊີວິດຂອງປະຊາຊົນແມ່ນພື້ນຖານ ເພື່ອກໍ່ສ້າງສັນຕິພາບແບບຍືນຍົງ ແລະສະກັດກັ້ນການປະທະກັນແມ່ນວິທີດີທີ່ສຸດເພື່ອປົກປ້ອງປະຊາຊົນ, ໃນນັ້ນຕ້ອງເອົາໃຈໃສ່ແກ້ໄຂສາຍເຫດຂອງການປະທະກັນ, ພ້ອມທັງຊຸກຍູ້ບັນດາຄວາມມານະພະຍາຍາມພັດທະນາແບບຍືນຍົງໃນລະດັບທົ່ວໂລກ ແລະລະດັບຊາດ.

ທີ່ກອງປະຊຢມ, ດ້ວຍຈຳນວນບັດສະໜັບສະໜູນ 15/15, ສະພາຄວາມໝັ້ນຄົງ ໄດ້ຮັບຮອງເອົາມະຕິວ່າດ້ວຍການປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ຊີວິດຂອງປະຊາຊົນ, ໃນນັ້ນຕ້ອງສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຮັບປະກັນການຊ່ວຍເຫຼືອມະນຸດສະທຳ, ພິເສດແມ່ນໃນສະພາບການພະຍາດໂຄວິດ-19. ພ້ອມກັນນັ້ນ, ມະຕິຍັງມີຫຼາຍເນື້ອໃນທີ່ມີລັກສະນະບຸກທະລຸ, ເນັ້ນໜັກວ່າ ການປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ ກໍ່ຄືສົ່ງເສີມບັນດາມາດຕະການ, ການຮ່ວມມືໃນຫຼາຍດ້ານ ແລະລະດັບເພື່ອປົກປັກຮັກສາ, ບູລະນະພື້ນຖານໂຄງລ່າງ ແລະການບໍລິການທີ່ຈຳເປັນ... ນີ້ແມ່ນມະຕິສະບັບທຳອິດໂດຍຫວຽດນາມ ສະເໜີທີ່ສະພາຄວາມໝັ້ນຄົງໃນອາຍຸການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝ້ັນຄົງ 2020-2021.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ ສ້າງ​ຄູ ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ໃນ​ການ​ບຳ​ລຸ​ງ​ສ້າງ​ນັກ​ຮ​ຽນ, ນັກ​ສຶກ​ສາ​ປະ​ເທດ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ ສ້າງ​ຄູ ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ໃນ​ການ​ບຳ​ລຸ​ງ​ສ້າງ​ນັກ​ຮ​ຽນ, ນັກ​ສຶກ​ສາ​ປະ​ເທດ

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ, ມີ​ການ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ. ລາວ​ປະ​ຈຳ ຫວຽດ​ນາມ ແສງ​ເພັດ ຮຸ່ງ​ບຸນຍວງ, ທ່ານ​ພົນ​ຕີ ຫງວຽນ​ຕ໊ຽນ​ລອງ, ອະ​ດີດ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ເຂດ 3, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ...

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ

ຍ​ສ​ໝ - ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ປະ​ຈຳ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ການ​ປະ​ຕິ​ບັດ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃນ​ເວັບ​ໄຊ ແລະ ສື່​ສັງ​ຄົມ​ອອນ​ລາຍ Facebook ຂອງ​ສະ​ມາ​ຄົມ​ໃຫ້​ທັນ​ການ ແລະ ອຸ​ດົມ​ສົມ​ບູນ.

ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່

ຍ​ສ​ໝ - ຊາວ​ຫວ​ຽດ​ນາມ ເຊື້ອ​ຊາດ​ລາວ ໃນ​ບໍ​ລິ​ເວນ​ເມືອງ ບວນ​ດົນ​ໄດ້​ດຳ​ລົງ​ຊີ​ວິດ​ສຸມ​ໃສ່​ຢູ່​ຕາ​ແສງ ກ​ຣົງ​ນາ. ທຸກ​ປີ​ເມື່ອ​ບຸນ​ປີ​ໃໝ່​ວຽນ​ມາ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ເມືອງ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ຕາມ​ພິ​ທີ​ກຳ​, ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ແຫ່ງນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.