ລັດຖະບານສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ

09:41 | 29/05/2021

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະ ຊວງສາທາລະນະສຸກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງ ໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບ ສະຫະ ລັດ ປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດ ອາເມລິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ.

ລັດຖະບານສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ
ລັດຖະບານສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ. (ພາບ: KPL)

ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມ ສະຖານະການການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ເຊິ່ງສ່ວນໜຶ່ງຂອງການ ສືບຕໍ່ການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ໃນໄລຍະຫລາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໄດ້ເຮັດວຽກ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກົມເສນາຮັກ, ກະຊວງປ້ອງກັນປະ ເທດ ຂອງ ສປປ ລາວ ໃນການຊ່ວຍເຫລືອ ເພື່ອຕອບ ສະໜອງຄວາມ ຕ້ອງການທາງດ້ານສະທາລະ ນະສຸກ ຂອງປະຊາຊົນລາວ, ເຊິ່ງເປັນການປະກອນສ່ວນ ທີ່ມີມູນຄ່າຫລາຍກວ່າ 2,4 ລ້ານໂດລາສະຫະລັດ ໃນຂົງເຂດວຽກງານສ້າງຕືກອາຄານໂຮງໝໍ, ລົດແພດສຸກເສີນພາກສະໜາມ, ອຸປະກອນການແພດໃນຫ້ອງວິເຄາະ, ອຸປະກອນທີ່ໃຊ້ໃນການ ກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.

ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19 ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19

ຍສໝ - ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ສະເໜີ ວິທີການແກ້ໄຂ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນເພື່ອເປັນການຕອບໂຕ້ກັບການປ້ອງກັນພະຍາດ COVID-19.

ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19 ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19

ຍສໝ - ໃນວັນທີ 20 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບແຂວງດົ່ງທາບ (ສະຫະພັນດົງທາບ) ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ, ພະແນກການຕ່າງປະເທດແຂວງດົງທາບ ໄດ້ມອບເຂົ້າສານ 7 ໂຕນ, ໝີ່ 700 ກ່ອງ ແລະ ງົບປະມານເພື່ອຊ່ວຍເຫຼືອຢູ່ຕ່າງປະເທດ ຊາວຫວຽດນາມ ຢູ່ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ມີມູນຄ່າ 200 ລ້ານດົ່ງ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາສູງການຮ່ວມມື ແລະ ສະໜັບສະໜູນຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອການພັດທະນາຂອງຫວຽດນາມ...

kpl.gov.la

ເຫດການ
302 Found

Found

The document has moved here.