27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ

08:47 | 28/04/2021

ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ
ນະຄອນຫຼວງວຽງຈັນ ໄດ້ກຳນົດເປົ້າໝາຍການພັດທະນາ ຍອດລວມຜະລິດຕະພັນພາຍໃນ ໄດ້ບັນລຸ 8750 ໂດລາສະຫະລັດ ນະຄອນຫຼວງວຽງຈັນ ໄດ້ກຳນົດເປົ້າໝາຍການພັດທະນາ ຍອດລວມຜະລິດຕະພັນພາຍໃນ ໄດ້ບັນລຸ 8750 ໂດລາສະຫະລັດ

ທ່ານ. ຮສ. ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ27 ເມສາ 2021.

27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ
27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ. (ພາບ: Laoedaily)

ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 511 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 462 ຄົນດັ້ງນີ້ໃນວັນທີ 26 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ;ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.

ຢູ່ນະຄອນຫຼວງວຽງຈັນ 331 ຄົນ (ໃໝ່ 59); ແຂວງຈຳປາສັກ 70 ຄົນ (ໃໝ່ 8), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ; ແຂວງສະຫວັນນະເຂດ 19 ຄົນ (ໃໝ່ 1); ແຂວງບໍ່ແກ້ວ 14 ຄົນ (ໃໝ່ 1); ແຂວງສາລະວັນ 6 ຄົນ; ແຂວງອຸດົມໄຊ 2 ຄົນ; ແຂວງຫຼວງນ້ຳທາ 4 ຄົນ; ແຂວງວຽງຈັນ 8 ຄົນ (ໃໝ່4); ແຂວງຜົ້ງສາລີ 2 ຄົນ; ແຂວງຫຼວງພະບາງ 2 ຄົນ (ໃໝ່ 1); ແຂວງໄຊຍະບູລີ 1 ຄົນ; ແຂວງບໍລິຄຳໄຊ 1 ຄົນ; ແຂວງຄຳມ່ວນ 1 ຄົນ; ຊຽງຂວາງ 1 (ໃໝ່ 1).

ໃນວັນທີ 26 ເມສາ, ປະເທດລາວ ໄດ້ບັນທຶກ 113 ກໍລະນີຕິດເຊື້ອ Covid-19 ໃນວັນທີ 26 ເມສາ, ປະເທດລາວ ໄດ້ບັນທຶກ 113 ກໍລະນີຕິດເຊື້ອ Covid-19

ໃນວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ 113 ຄົນ, ສູງສຸດ ຕັ້ງແຕ່ມີການລະບາດຂອງເຊື້ອ ມາແຕ່ປີ 2020, ຜູ້ຕິດເຊື້ອສະສົມລວມ 436 ຄົນ ແລະ ເສຍຊີວິດ 0 ຄົນ.

ບັນດາທ້ອງຖິ່ນ ສປປ.ລາວ ປຶກສາຫາລື ກ່ຽວກັບການເຝົ້າລະວັງ ຄວບຄຸມ ແກ້ໄຂບັນຫາ ການລະບາດຂອງພະຍາດ COVID-19 ບັນດາທ້ອງຖິ່ນ ສປປ.ລາວ ປຶກສາຫາລື ກ່ຽວກັບການເຝົ້າລະວັງ ຄວບຄຸມ ແກ້ໄຂບັນຫາ ການລະບາດຂອງພະຍາດ COVID-19

ກອງປະຊຸມປຶກສາຫາລື ກ່ຽວກັບການເຝົ້າລະວັງ, ຄວບຄຸມ-ສະກັດກັ້ນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດໂຄວິດ-19 ພາຍໃນເມືອງຈອມເພັດ ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2021 ທີ່ສະໂມສອນຂອງເມືຶອງ, ໂດຍເປັນປະທານຂອງ ທ່ານ ສົມສັກ ສິລີວົງ ຮອງເຈົ້າເມືອງຈອມເພັດ, ມີຄະນະສະເພາະກິດຂັ້ນເມືອງ, ອຳນວຍການໂຮງໝໍຊຸມຊົນ, ອຳນວຍການໂຮງໝໍນ້ອຍ ແລະຫົວໜ້າກຸ່ມທົ່ວເມືອງ ເຂົ້າຮ່ວມ.

ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19

ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.

Laoedaily

ເຫດການ
302 Found

Found

The document has moved here.