ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ປະຕິບັດສຳເລັດໜ້າທີ່ສາກົນກັບເມືອປະເທດຢ່າງປອດໄພ

08:44 | 27/04/2021

ຮຸ່ງເຊົ້າວັນທີ 24 ເມສາ, ເຮືອບິນ C-17 ຂອງທະຫານອາກາດລາດຊະວົງອົດສະຕາລີ ໄດ້ບັນທຸກສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 32 ຄົນ ຈາກ ສ.ຊູດັງໃຕ້ ກັບເມືອປະເທດຄັ້ງທີ 2, ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນສາກົນໂນ້ຍບ່າຍ. ກ່ອນໜ້ານັ້ນ, ສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 31 ຄົນ ໄດ້ກັບເມືອປະເທດໃນຄັ້ງທີ 1 ຢ່າງປອດໄພແລ້ວ.

ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ
ຫວຽດນາມ ໜູນຊ່ວຍກໍາປູເຈຍ ເຄື່ອງຫາຍໃຈ 800 ເຄື່ອງ, ຜ້າອັດປາກ-ອັດດັງ 2 ລ້ານອັນ, ຜ້າອັດປາກ-ອັດດັງ N95 300.000 ອັນ ແລະອຸປະກອນການແພດອື່ນ ຫວຽດນາມ ໜູນຊ່ວຍກໍາປູເຈຍ ເຄື່ອງຫາຍໃຈ 800 ເຄື່ອງ, ຜ້າອັດປາກ-ອັດດັງ 2 ລ້ານອັນ, ຜ້າອັດປາກ-ອັດດັງ N95 300.000 ອັນ ແລະອຸປະກອນການແພດອື່ນ

ເຖິງວ່າບໍ່ໄດ້ພົບປະໂດຍກົງເພື່ອຮັບປະກັນການປະຕິບັດຕາມຂໍ້ກໍານົດກ່ຽວກັບການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ກໍ່ຕາມ, ແຕ່ພິທີຕ້ອນຮັບທີ່ລຽບງ່າຍກໍ່ໄດ້ຈັດຕັ້ງຢູ່ສະໜາມບິນ, ໂດຍທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເປັນປະທານ.

ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ປະຕິບັດສຳເລັດໜ້າທີ່ສາກົນກັບເມືອປະເທດຢ່າງປອດໄພ
ສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ກັບເມືອປະເທດພາຍຫຼັງປະຕິບັດສຳເລັດໜ້າທີ່. ພາບ: qdnd.vn

ແບ່ງປັນຜ່ານໂທລະສັບກັບນັກຂ່າວໜັງສືພິມກອງທັບປະຊາຊົນ, ທ່ານພັນໂທ ຫວໍວັນຫ໊ຽນ, ຫົວໜ້າໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ເລື່ອງສະມາຊິກຂອງໂຮງໝໍທຸກຄົນກັບເມືອປະເທດຢ່າງປອດໄພ ແລະເຂັ້ມແຂງນັ້ນ, ແມ່ນຄວາມພາກພຸມໃຈຫາອັນປຽບບໍ່ໄດ້ສຳລັບພວກຂ້າພະເຈົ້າ. ປະຕິບັດສຳເລັດໜ້າທີ່ສາກົນພາຍຫລັງອາຍຸການຖືກແກ່ຍາວ, ພວກຂ້າພະເຈົ້າຮູ້ສຶກເປັນກຽດ ແລະພາກພູມໃຈທີ່ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ, ສາມັກຄີ, ຮ່ວມແຮງຮ່ວມໃຈປະຕິບັດສຳເລັດໜ້າທີ່ເຊິ່ງກະຊວງປ້ອງກັນປະເທດມອບໝາຍໃຫ້ ແລະໄດ້ຮັບຄວາມຮັບຮູ້ ແລະການຕີລາຄາສູງຈາກສະຫະປະຊາຊາດ.

ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ປະຕິບັດສຳເລັດໜ້າທີ່ສາກົນກັບເມືອປະເທດຢ່າງປອດໄພ
ພາບ: qdnd.vn

ພາຍຫຼັງເຮືອບິນລົງຈອດ, ລົດຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ຮັບ, ສົ່ງສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 32 ຄົນ ໄປແມ່ທັບນ້ອຍ 11 ເພື່ອຈຳກັດບໍລິເວນຕາມກຳນົດໃນເວລາສອງອາທິດກ່ອນທີ່ຈະກັບເມືອເຕົ້າໂຮມກັບຄອບຄົວ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021

ຍ​ສ​ໝ - ຕາມ​ຮ່າງ​ບົດ​ລາຍ​ງານ​ສະຫຼຸ​ບ​ການ​ປະ​ຕິ​ບັດ​ງານ ປີ 2020, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປະ​ຕິ​ບັດ​ວານ​ປີ 2021, ປີ 2020 ເຖິງວ່າ ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ. ສະ​ມາ​ຄົມ​ໄດ້​ຍູ້​ແຮງ​ການ​ເພີ່ມ​ທະ​ວີ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ, ແລ​ກ​ປ່ຽ​ໜ​ຜ່ານ​ຈົດ​ໝາຍ, ອີ​ແມວ ແລະ ສື່​ສັງ​ຄົມ​ອອນ​ລາຍ.

ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ຫວຽດນາມ ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ຫວຽດນາມ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ Gareth Edward Ward ຢືນຢັນວ່າ ທ່ານຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງພາຍໃນອັງກິດ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021 ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021

ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD.

la.qdnd.vn

ເຫດການ
302 Found

Found

The document has moved here.