ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

21:07 | 02/05/2021

ຍສໝ - ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ.

ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ ຫວຽດນາມ - ອັງກິດ: ແລກປ່ຽນ, ແບ່ງປັນ ແລະ ປະເມີນຄວາມສາມາດໃນການສືບສວນອາຊະຍາກຳຂອງການຄ້າມະນຸດ
ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ຫວຽດນາມ ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ຫວຽດນາມ
ພາບປະກອບ
ພາບປະກອບ

ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ເຊິ່ງຈະເປັນການສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ການຄ້າ ລະຫວ່າງສອງຝ່າຍ. ສັນຍາ ການຄ້າເສລີ ຫວຽດນາມ - ອັງກິດ ໄດ້ຊີ້ແຈ້ງວ່ານັບແຕ່ເມື່ອສັນຍາມີຜົນສັກສິດນັ້ນ, ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ.

ດ້ວຍການລົບລ້າງພາສີອາກອນ 65% ນັບແຕ່ຈຸດເວລາທີ່ສັນຍາມີຜົນສັກສິດ ແລະຈະເພີ່ມຂຶ້ນເປັນ 99% ພາຍຫຼັງ 6-7 ປີຕໍ່ໄປຈະນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດສົ່ງອອກເຄື່ອງຈັກ, ການຢາ, ທາດເຄມີ... ຂອງອັງກິດ. ພ້ອມກັນນັ້ນແມ່ນເລື່ອງຫຼຸດຜ່ອນຮົ້ວກີດຂວາງທາງດ້ານກົດໝາຍ, ລະບຽບການບໍລິຫານ ຫຼືເປີດປະຕູຕະຫຼາດການບໍລິການ, ຈັດຊື້ເຄື່ອງຂອງພາກລັດໃຫ້ແກ່ພາກເອກະຊົນທີ່ພວມແມ່ນຄວາມຫວັງຂອງຫຼາຍວິສາຫະກິດຂອງສອງຕະຫຼາດດັ່ງກ່າວ. ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ຈະຊ່ວຍຮັບປະກັນການປະຕິບັດບັນດາຫຼັກການ ແລະຄໍາໝັ້ນສັນຍາ ເຊິ່ງວິສາຫະກິດ ກໍຄືລັດຖະບານສອງປະເທດ ໄດ້ມີຂໍ້ຕົກລົງ ແລະລົງນາມນໍາກັນນັບແຕ່ກ່ອນມາຮອດປັດຈຸບັນ.

ຕາມທ່ານ ຮວ່າງກວາງຟ່ອງ, ຮອງປະທານຫ້ອງການການຄ້າ ແລະອຸດສາຫະກໍາຫວຽດນາມ ແລ້ວ, ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ບໍ່ພຽງແຕ່ຫັນການຄ້າສິນຄ້າ ແລະການບໍລິການເປັນເສລີເທົ່ານັ້ນ ຫາກຍັງສະສົມປັດໄຈສໍາຄັນຫຼາຍຢ່າງ; ໃນນັ້ນມີຫຼາຍເນື້ອໃນແມ່ນມຸ່ງໄປເຖິງການຮັບປະກັນການເຕີບໂຕສີຂຽວ ແລະການພັດທະນາແບບຍືນຍົງໃນການພົວພັນຮ່ວມມືລະຫວ່າງສອງປະເທດ ອີກດ້ວຍ.

ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ລົງນາມຢູ່ລອນດອນ, ລາຊະອານາຈັກອັງກິດ ໃນວັນທີ 29 ທັນວາ 2020 ແລະໄດ້ນຳໃຊ້ແບບຊົ່ວຄາວມາແຕ່ວັນທີ 1 ມັງກອນ 2021. ນີ້ແມ່ນສັນຍາການຄ້າເສລີ “ລຸ້ນໃໝ່” ສະບັບທີ 3 ເຊິ່ງ ຫວຽດນາມ ໄດ້ລົງນາມ ແລະຜັນຂະຫຍາຍ, ຊ່ວຍຮັກສາ ແລະເພີ່ມທະວີໃນຂອບເຂດການຮ່ວມມືທາງດ້ານເສດຖະກິດ-ການຄ້າກັບລາຊະອານາຈັກອັງກິດ ກວ່າອີກ, ອັງກິດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ ແລະສໍາຄັນຂອງຫວຽດນາມ.

ຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ  - ອັງກິດ ຄາດວ່າຍັງບັນລຸໄດ້ 5,55 ຕື້ໂດລາສະຫະລັດ ໃນປີ 2020 ຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ - ອັງກິດ ຄາດວ່າຍັງບັນລຸໄດ້ 5,55 ຕື້ໂດລາສະຫະລັດ ໃນປີ 2020

ຍສໝ - ປະຈຸບັນ, ຄວາມສາມາດຮ່ວມມືໃນຂົງເຂດການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ເມື່ອມູນຄ່າສິນຄ້າຫວຽດນາມ ສົ່ງອອກສູ່ອັງກິດ ກວມພຽງ 1% ຍອດວົງເງິນນຳເຂົ້າຂອງອັງກິດ ແລະມູນຄ່າສິນຄ້ານຳເຂົ້າຂອງຫວຽດນາມ ກວມພຽງ 0,17% ມູນຄ່າສິນຄ້າອັງກິດສົ່ງອອກສູ່ໂລກ.

ສັນ​ຍ​າ ການ​ຄ້າ​ເສ​ລີ ຫວຽດ​ນາມ - ອ​ັງ​ກິດ ຈະ​ມີ​ຜົນ​ສັກ​ສິດ ໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ສັນ​ຍ​າ ການ​ຄ້າ​ເສ​ລີ ຫວຽດ​ນາມ - ອ​ັງ​ກິດ ຈະ​ມີ​ຜົນ​ສັກ​ສິດ ໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

ຍສໝ - ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນາ 2021 ນີ້.

ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ

ຍສໝ - ກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 "made in Vietnam", ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ຄາດວ່າວັນທີ 1 ມີນາ 2021, ວັກຊິນ 2 ຊະນິດຂອງຫວຽດນາມ ນັ້ນແມ່ນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດນັ້ນ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.