ສື່ມວນ​ຊົນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ

20:13 | 23/05/2021

ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ໄດ້ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ.

ຊຸດຮູບພາບ: ຜູ້ນຳພັກ ແລະ ລັດ ຫວຽດນາມ ໄປປ່ອນບັດເລືອກຕັ້ງ, ໃຊ້ສິດ ແລະ ພັນທະພົນລະເມືອງຂອງຕົນ ຊຸດຮູບພາບ: ຜູ້ນຳພັກ ແລະ ລັດ ຫວຽດນາມ ໄປປ່ອນບັດເລືອກຕັ້ງ, ໃຊ້ສິດ ແລະ ພັນທະພົນລະເມືອງຂອງຕົນ
ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ
undefined
ບົດຂຽນຂອງນັກຂ່າວຜູ້ອາວຸໂສ Dipanjan Roy Chaudhury ໄດ້ເອົາລົງໃນ ສື່ເອເລັກໂຕນິກ Economic Times ຂອງ ອິນດຍ (ພາບ: TTXVN)

ຕາມສຳນັກຂ່າວສານ Reuters ຂອງ ອັງກິດແລ້ວ, ປະຊາຊົນ ຫວຽດນາມ ນັບສິບລ້ານຄົນໄດ້ໃສ່ຜ້າອັດປາກອັດດັງໄປປ່ອນບັດ ເພື່ອເລືອກຕັ້ງຜູ້ແທນດີເດັ່ນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນໃນອາຍຸການ 2021 – 2026. ໃນສະພາບການທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ເຈົ້າໜ້າທີ່ຜູ້ມີສິດອຳນດໄດ້ນຳໃຊ້ບັນດາມາດຕະການເພື່ອຮັບປະກັນໃຫ້ການເລືອກຕັ້ງໄດ້ດໍາເນີນໄປຢ່າງປອດໄພ. ຕາມນັ້ນແລ້ວ, ຢູ່ບັນດາສະຖານທີ່ປ່ອນບັດ ເລືອກຕັ້ງ ຕ່າງກໍຮັບປະກັນປະຕິບັດຖືກຕ້ອງຕາມມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ຢູ່ເຂດແຍກຕົວລວມໝູ່, ຫີບບັດເລືອກຕັ້ງສຳຄັນກໍໄດ້ຮັບການສີດຢາຂ້າເຊື້ອ ເພື່ອຮັບປະກັນຄວາມປອດໄພ.

ໃນຂະນະນັ້ນ, ສຳນັກຂ່າວສານ Bernama ຂອງ ມາເລເຊຍ ໄດ້ໃຫ້ຂ່າວວ່າ ກອງທັບ ຫວຽດນາມ ກຽມພ້ອມ, ຮັບປະກັນຄວາມປອດໄພໃຫ້ແກ່ການປ່ອນບັດ.

ກ່ອນໜ້ານັ້ນ, ວັນທີ 22 ພຶດສະພາ, ສື່ເອເລັກໂຕນິກ Economic Times ຂອງ ອິນດຍ ກໍໄດ້ລົງບົດຂຽນຂອງນັກຂ່າວຜູ້ອາວຸໂສ Dipanjan Roy Chaudhury ໂດຍໃຫ້ຂໍ້ສັງເກດວ່າ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງໄດ້ປະຕິບັດຢ່າງແທດເໝາະກັບສະພາບການຕົວຈິງ. ໂດຍພື້ນຖານແລ້ວ, ຢູ່ບັນດາສະຖານທີ່ປ່ອນບັດ ເລືອກຕັ້ງ ໄດ້ຮັບການກະກຽມເປັນຢ່າງດີທີ່ສຸດ ນັບທັງເງື່ອນໄຂທາງດ້ານບຸກຄະລາກອນ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດ.

ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ” ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”

ຍສໝ - ຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19, ຮັດສາສະຖຽນລະພາບທາງເສດຖະກິດ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ທີ່ຕັ້ງບົດບາດໃນສາກົນ ແລະ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຂອງປະຊາຊົນ ... ແມ່ນບັນດາປັດໃຈພື້ນຖານທີ່ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດອັນຈົບງາມ ເຊິ່ງຈະມີຈັດຂື້ນໃນຕອນເຊົ້າມື້ອື່ນນີ້ ( ວັນທີ 23 ພຶດສະພາ) ຢູ່ຫວຽດນາມ.

ຮູບຖ່າຍຈາກເຄື່ອງບິນບໍ່ມີຄົນຂັບຂອງຫວຽດນາມ ຍາດໄດ້ລາງວັນສາກົນ ຮູບຖ່າຍຈາກເຄື່ອງບິນບໍ່ມີຄົນຂັບຂອງຫວຽດນາມ ຍາດໄດ້ລາງວັນສາກົນ

ຮູບຖ່າຍ 21 ແຜ່ນຂອງນັກຖ່າຍຮູບຫວຽດນາມ 14 ຄົນໄດ້ລອດເຂົ້າທອັບ 100 ຮູບ drone (ຖ່າຍຮູບຈາກເຄື່ອງບິນບໍ່ມີຄົນຂັບ) ທີ່ງານປະກວດຮູບພາບສາກົນປະຈຳປີ 35AWARDS.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.

vovworld.vn

ເຫດການ
302 Found

Found

The document has moved here.