ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ

15:47 | 25/04/2021

ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.

ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນຈະເອົາໃຈໃສ່ພ້ອມກັບຫວຽດນາມ ສ້າງແຫຼ່ງກໍາລັງໃໝ່ຈາກການຮ່ວມມື ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນຈະເອົາໃຈໃສ່ພ້ອມກັບຫວຽດນາມ ສ້າງແຫຼ່ງກໍາລັງໃໝ່ຈາກການຮ່ວມມື
ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ
ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ
ພິທີລົງນາມ. ພາບ: ເລຮຽວ.

ຫວ່າງແລ້ວນີ້, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງພິທີລົງນາມຈົດໝາຍທາງການແລກປ່ຽນບ້ວງທຶນຊ່ວຍເຫຼືອລ້າບໍ່ແມ່ນໂຄງການ 2 ສະບັບວ່າດ້ວຍ “ມອບ-ຮັບກໍາປັ່ນຄົ້ນຄວ້າວິທະຍາສາດ ທະເລ” ແລະ “ອຸປະກອນກວດກາ, ສໍາຫຼວດ ແລະໄຈ້ແຍກຂີ້ເຫຍື້ອມະຫາສະໝຸດ” ໂດຍລັດຖະບານຍີ່ປຸ່ນ ອຸປະຖຳໃຫ້ຫວຽດນາມ. ພິທີລົງນາມນອນໃນຂອບເຂດການປະຕິບັດບົດບັນທຶກຊ່ວຍຈໍາລະຫວ່າງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ແລະຫ້ອງການຄະນະລັດຖະບານຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນຂົງເຂດນະໂຍບາຍທະເລ ແລະມະຫາສະໝຸດ.

ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ພິທີລົງນາມໃນຈົດໝາຍທາງການແລກປ່ຽນລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານຍີ່ປຸ່ນ ກ່ຽວກັບການອຸປະຖຳໃຫ້ແກ່ 2 ໂຄງການແມ່ນ: “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ” ແລະ “ໜູນຊ່ວຍເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອປລາດຕິກມະຫາສະມຸດ”. ລັດຖະບານຍີ່ປຸ່ນ ໄດ້ຊ່ວຍເຫຼືອລາທັງ 2 ໂຄງການດັ່ງກ່າວ.

ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມພ້ອມກັບບັນດາອົງການທີ່ກ່ຽວຂ້ອງຝ່າຍຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ແລະບັນດາຄູ່ຮ່ວມມືຝ່າຍຍີ່ປຸ່ນ ກໍ່ສ້າງ ແລະຍື່ນສະເໜີຕໍ່ຂັ້ນທີ່ມີອຳນາດອະນຸມັດຜ່ານ ບ້ວງທຶນຊ່ວຍເຫຼືອລ້າບໍ່ແມ່ນໂຄງການ 2 ສະບັບດ້ວຍມູນຄ່າ 1,4 ຕື້ເຢນຍີ່ປຸ່ນ (ເກືອບ 300 ຕື້ດົ່ງຫວຽດນາມ) ພາຍໃຕ້ຮູບການກໍາປັ່ນຄົ້ນຄວ້າທະເລທີ່ໄດ້ ແລະພວມຂຸດຄົ້ນ; ບັນດາອຸປະກອນກວດກາ, ສໍາຫຼວດ ແລະໄຈ້ແຍກຂີ້ເຫຍື້ອມະຫາສະໝຸດໃໝ່ ແລະທັນສະໄໝ.

ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.

ທ່ີພິທີລົງນາມ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເລຮ່ວາຍຈຸງ ປາດຖະໜາວ່າ, ນີ້ພຽງແຕ່ແມ່ນເຫດການເລີ່ນຕົ້ນ, ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດທະເລໃຫ້ຫຼາຍກວ່າອີກ ເຊິ່ງແມ່ນຂົງເຂດສຳຄັນທີ່ສຸດສຳລັບຫວຽດນາມ ແລະ ສຳລັບພາກພື້ນ ກໍຄືສາກົນ.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ

ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ ສຳນັກງານໃຫຍ່ຄະນະກຳມະການປະຊາຊົນແຂວງຕ່ຽນຢາງ, ສະມາຄົມນັກທຸລະກິດ ແລະ ການລົງທືນຫວຽດນາມ - ສ.ເກົາຫຼີ (VKBIA) ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ຊອກຫາກາລະໂອກາດການຮ່ວມມື ແລະ ການລົງທຶນ ກັບຜູ້ນຳແຂວງ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19 ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນ ນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.

ໄຊພອນ

ເຫດການ
302 Found

Found

The document has moved here.