ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ

15:23 | 24/04/2024

ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍ​ມິດຕະພາບ ຫວຽດ​ດຶກ ໄດ້​ຈັດ​ຕັ້ງ​ລາຍການເຮັດ​ວຽກ ແລະ ມອບ​ຂອງ​ຂວັນ​ຢູ່​ເມືອງ ດ້ຽນ​ບຽນ​ດົງ, ແຂວງ ດ້ຽນ​ບຽນ.

ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ
ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024 ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024

ສະຫາຍ ນາງ ຫງວຽນທູ໋ຍແອງ, ຫົວໜ້າກໍາມາທິການ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝຣັ່ງ ເປັນຫົວໜ້າ​ຄະນະປະຕິບັດງານ.

ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ

ຄະນະ​ຜູ້​ແທນ ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ບັນດານັກຮົບ ດ້ຽນບຽນ ທີ່​ເຂົ້າ​ຮ່ວມບັ້ນຮົບປະຫວັດສາດ ດ້ຽນບຽນຝູ.

ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ພ້ອມກັນກັບບັນດາຫົວໜ່ວຍສົມທົບ ໄດ້ຈັດຕັ້ງການເດີນທາງໄປ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ, ນັກຮົບ ແລະ ປະຊາຊົນ ດ້ຽນບຽນ ທີ່ເສຍສະຫຼະເລືອດເນື້ອ ເພື່ອເອກະລາດ, ອິດສະລະພາບຂອງປະເທດຊາດ ພ້ອມກັນນັ້ນ ກໍ່ແບ່ງປັນ, ປະກອບສ່ວນຮ່ວມມືພ້ອມກັນກັບປະຊາຊົນ​ບັນດາ​ເຜົ່າ​ກໍ່ສ້າງ​ແຂວງ​ ດ້ຽນບຽນ ​ເວົ້າ​ລວມ ​ແລະ ​ເມືອງ ດ້ຽນບຽນ​ດົງ ​ເວົ້າ​ສະ​ເພາະ.

ບັນດາຫົວໜ່ວຍ ໄດ້ລະດົມທຶນກວ່າ 1,55 ຕື້ດົ່ງ ເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງ, ໜູນຊ່ວຍການກໍ່ສ້າງບ້ານວັດທະນະທໍາ 2 ຫຼັງ, ມອບຂອງຂວັນໃຫ້ນັກຮຽນຜ່ານຜ່າຄວາມຫຍຸ້ງຍາກ 100 ຄົນ, ໜູນຊ່ວຍອຸປະກອນການແພດ, ປະກອບສ່ວນເພີ່ມແຫຼ່ງທຶນໃຫ້ແກ່ກອງທຶນສົ່ງເສີມການສຶກສາຂອງເມືອງ, ກສ້າງຕູ້ປື້ມເຍົາວະຊົນໃຫ້ບັນດາຕາແສງ, ເທດສະບານ, ມອບຂອງຂວັນໃຫ້ຄອບຄົວຜູ້ດ້ອຍໂອກາດ.

ພິ​ເສດ, ຄະນະ​ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ບັນດານັກຮົບ ດ້ຽນບຽນ ທີ່​ເຂົ້າ​ຮ່ວມບັ້ນຮົບປະຫວັດສາດ ດ້ຽນບຽນຝູ, ໄດ້​ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ, ​ແຈກ​ຢາຍຢຸກ​ຢາ ​ແລະ ມອບ​ຂອງຂວັນ​ໃຫ້​ປະຊາຊົນທີ່​ຂຶ້ນກັບຄອບຄົວ​ທີ່ມີຜົນງານການປະຕິວັດ, ຜູ້​ເຖົ້າ​ຜູ້​ແກ່​ທີ່ຢູ່​ໂດດ​ດ່ຽວ ຫຼື ບັນດາຄອບຄົວ​ທີ່ຫຍຸ້ງຍາກ 300 ຄົນ.

ມິງດຶກ

ເຫດການ
302 Found

Found

The document has moved here.